Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປິດລ້ອມຖືກຈັບໃນສວນຢາງ ພ້ອມຢາບ້າ 1.979 ເມັດ

Posted on 21/07/202021/07/2020 By News No Comments on ປິດລ້ອມຖືກຈັບໃນສວນຢາງ ພ້ອມຢາບ້າ 1.979 ເມັດ

ວັນທີ 16 ກໍລະກົດ ຜ່ານມາ, ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະ ເຂົ້າປິດລ້ອມຈັບເປົ້າໝາຍຄະດີຢາເສບຕິດ ໃນສວນຢາງພາລາ ຢູ່ເຂດບ້ານຊ່ອນພັນໄຊ ເມືອງປາກກະດິງ ສາມາດຈັບໄດ້ ພ້ອມຂອງກາງຢາບ້າ 10 ຖົງ (ຖົງ 200 ເມັດ) ລວມມີຢາຈຳນວນ 1.979 ເມັດ.
ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ຄຳພີ ອາຍຸ 40 ປີ ຢູ່ບ້ານຫ້ວຍທອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ຜູ້ກ່ຽວມາຮັບຈ້າງກີດຢາງພາລາ ຢູ່ບ້ານຊ່ອນພັນໄຊ ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ໄດ້ມີການເຄື່ອນໄຫວລັກລອບຂາຍຢາບ້າ ຢູ່ສະຖານທີ່ພັກເຊົາ ໃນສວນຢາງພາລາ ພ້ອມທັງໃຊ້ເປັນບ່ອນມົ້ວສຸມເສບຢາບ້າອີກດ້ວຍ. ພາຍຫຼັງທີ່ໄດ້ຮັບລາຍງານຈາກແຫຼ່ງຂ່າວ ຈຶ່ງໄດ້ຂຶ້ນເປົ້າໝາຍຕິດຕາມ ຈຶ່ງຮູ້ວ່າໄດ້ຂໍ້ມູນຢ່າງລະອຽດ ກໍເຂົ້າຈັບທັນທີ່ ພ້ອມຂອງກາງ 1.979 ເມັດ ໄປດຳເນີນຄະດີ.

Image may contain: 2 people, text

ປັດຈຸບັນ, ຄະດີຢາເສບຕິດດັ່ງກ່າວ. ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກກະດິງ ພວມດຳເນີນການສອບສວນ ຫາທີ່ມາຂອງຢາເສບຕິດ ເພື່ອຂຶ້ນແຜນຕິດຕາມຜູ້ທີ່ຖືກຊັດທອດ ໃນການພົວພັນຊື້ຂາຍຢາເສບຕິດນຳກັນ ມາດຳເນີນຄະດີຕາມກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດດ່ວນ ຮຽນວິຊາຊີບຕັດຫຍິບຟຣີ
Next Post: LIVE ພິທີເຄື່ອນຍ້າຍຮູບຫລໍ່ ເຈົ້າໄຊຍະເສດຖາທິຣາຊ ຊົງຊ້າງ ສູ່ເດີນພຣະທາດຫຼວງ

Related Posts

ເຊົ້ານີ້ທີ່ສະຖານີລົດໄຟບັນຍາກາດຄຶກຄັກປະຊາຊົນກຳລັງຕໍ່ຄິວຊື້ປີ້ລົດໄຟ ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ຂ່າວສານບ້ານເມືອງ
ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອລົດຮັບສົ່ງຄົນເຈັບ ແລະ ເຄື່ອງຊ່ວຍເຫຼືອດ້ານການແພດ ຂ່າວສານບ້ານເມືອງ
ຊົມເຊີຍ! ສປປ ລາວບໍ່ພົບຜູ້ຕິດເຊື້ອ 92 ມື້ແລ້ວ ຂະນະທີ່ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 13 ລ້ານກວ່າຄົນ ຂ່າວສານບ້ານເມືອງ
Construction of New, Mega Cultural Park in Vientiane Commences ຂ່າວສານບ້ານເມືອງ
ວອນສັງຄົມຊ່ວຍເຫຼືອ ທ້າວວິໃນ ແດ່ ຄອບຄົວທຸກຍາກບໍ່ມີເງີນປິ່ນປົວແລ້ວ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme