Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຟໄໝ້ຫ້ອງແຖວ ເຂດແຄມທາງເລກ 10 ທ່າງ່ອນ

Posted on 21/07/202021/07/2020 By All in LAOS No Comments on ໄຟໄໝ້ຫ້ອງແຖວ ເຂດແຄມທາງເລກ 10 ທ່າງ່ອນ

ນະຄອນຫຼວງວຽງຈັນ: ກູ້ໄພ 1623 ມູນນິທິ ຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແຈ້ງໃຫ້ຮູ້ວ່າ ໃນວັນທີ 21 ກໍລະກົດ 2020 ເວລາ 02:30 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ຫ້ອງແຖວ

ຈຸດເກີດເຫດແມ່ນແຄມທາງເລກ 10 ບ້ານ ໂນນບໍ່ແກ້ວ (ເຂດທ່າງ່ອນ) ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ຫ້ອງແຖວຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສົມທົບກັບກົມມອດໄຟ,ຫນ່ວຍງານສະກັດກັ້ນແລະຕ້ານອັກຄີໄພເມືອງໄຊທານີ ໃຊ້ເວລາປະມານ 25 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍແລະສາເຫດໃນການເກີດອັກຄີໄພໃນຄັ້ງນີ້ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ ໂທ 1623

ຂໍໃຫ້ທຸກຄົນມີສະຕິລະມັດລະວັງ ບັນຫາ ອັກຄີໄພ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ ພົບເຫັນຊາຍເສຍຊີວິດ ທີ່ຖັງຢາງໝາກຕອຍ
Next Post: ປະກາດດ່ວນ ຮຽນວິຊາຊີບຕັດຫຍິບຟຣີ

Related Posts

ການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ພັນລະຍາ ແລະ ລູກ-ຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ຂ່າວສານບ້ານເມືອງ
ມາອີກແລ້ວ ຈົດເລກໄຟຟ້າເດົາເອົາ ກາຍໄປ 600 ກວ່າກິໂລວັດໂມງ ຂ່າວສານບ້ານເມືອງ
ນະຄອນຫລວງອອກຄຳສັ່ງ ໃຫ້ປິດຊົ່ວຄາວ ສະຖານທີ່ສ່ຽງຕໍ່ການແຜ່ເຊື້ອ ໂ ຄ ວິ ດ ຢູ່ນະຄອນຫຼວງວຽງຈັນ! ຂ່າວສານບ້ານເມືອງ
ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ ຂ່າວສານບ້ານເມືອງ
ຊ້າງສາມໂຕຕົກໜອງເລິກທີ່ບ້ານວັງເງືອກໄດ້ຮັບການຊ່ວຍເຫຼືອຢ່າງປອດໄພ (ມີຄລິບ) ຂ່າວສານບ້ານເມືອງ
ມຊ ສັ່ງໂຈະ! ການຮຽນການສອນຊົ່ວຄາວເລີ່ມ 16 ສິງຫາ 2021 ເປັນຕົ້ນໄປ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme