Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບໄດ້ 1 ຍັງໜີ 1 ສອງສ່ຽວກໍ່ເຫດປຸ້ນຊິງຊັບ ທີ່ ນະຄອນ ໄກສອນພົມວິຫານ

Posted on 20/07/202020/07/2020 By All in LAOS No Comments on ຈັບໄດ້ 1 ຍັງໜີ 1 ສອງສ່ຽວກໍ່ເຫດປຸ້ນຊິງຊັບ ທີ່ ນະຄອນ ໄກສອນພົມວິຫານ

ສະຫວັນນະເຂດ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ່ 7 ກໍລະກົດ 2020 ວ່າມີຄົນກໍ່ເຫດຊິງຊັບພົນລະເມືອງຢູ່ຮ້ານປິ່ນງົວໂຊກໄຊ

ດັ່ງນັ້ນທາງຄະນະພັກ-ຄະນະບັນຊາຈື່ງໄດ້ແຕ່ງຕັ້ງເຈົ້າຫນ້າທີ່ວິຊາສະເພາະ ລົງເກັບກໍາຂໍ້ມູນຫຼັກຖານ ແລະ ຂັດຈ້ອນຂື້ນບັນຊີເປົ້າຫມາຍ

ຈື່ງສາມາດຮູ້ຜູ້ກໍ່ເຫດ ຈຳນວນ 02 ຄົນຄື ທ້າວ ວິຊຸນ ຫຼື ຕຸກ ອາຍຸ 34 ປີ ອາຊີບວ່າງງານ ຢູ່ບ້ານ ໂນນສະຫວາດ ແລະ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 34 ປີ ອາຊີບວ່າງງານ ຢູ່ບ້ານ ໄຊຍະພູມ ທັງສອງຢູ່ ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ.

ຕົກມາຮອດໃນວັນທີ 15 ກໍລະກົດ2020 ຈື່ງສາມາດຈັບຕົວ ທ້າວ ວິຊຸນ ໄດ້ ຜ່ານການສຶບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ : ໄດ້ລົງມືກໍ່ເຫດຊິງຊັບຮ່ວມກັບ ທ້າວ ພອນສະຫວັນ ຫຼື ທ້າວ ອ້າຍ ລວມສອງຄັ້ງຄື:

ຄັ້ງທີ່ 01 ວັນທີ 07ກໍລະກົດ2020 ເວລາປະມານ 19ໂມງ ພວກຜູ້ກ່ຽວແມ່ນໄດ້ຊິງຊັບຢູ່ຮ້ານປິ່ນງົວໂຊກໄຊ ໂດຍທ້າວ ວິຊຸນ ເປັນຄົນຂັບລົດ ສວນທ້າວ ຄອນສະຫວັນ ແມ່ນເປັນຄົນເຂົ້າໄປຍາດເອົາກະເປົ້າຢູ່ໃນຮ້ານປິ່ນງົວດັ່ງກ່າວ ໃນກະເປົ໋າມີເງີນ ຈໍານວນ 1.500 ບາດ ( ຫນື່ງພັນຫ້າຮ້ອຍບາດ )

ຄັ້ງທີ່ 02 ໃນຄັ້ງວັນທີ 14ກໍລະກົດ2020 ເວລາປະມານ 11 ໂມງ ແມ່ນໄດ້ກໍ່ເຫດຊິງຊັບ ຢູ່ຮ້ານຂາຍບັດເຕີມເຊີ ຂອງນາງ ພຸດດາວັນ ຕັ້ງຢູ່ບ້ານໂນນສະຫວາດ ( ເສັ້ນທາງ ອາຫນື່ງ ) ໂດຍທ້າວ ວິຊຸນເປັນຄົນຍ່າງເຂົ້າໄປເອົາໂທລະສັບ ຍີ່ຫໍ້ ສ່ຽວມີ ສີດໍາ.

ສ່ວນທ້າວ ພອນສະຫວັນ ຫຼືອ້າຍ ແມ່ນເປັນຄົນເຂົ້າໄປດຶງເອົາກະເປົ້າຢູ່ໃນຮ້ານດັ່ງກ່າວ ໃນກະເປົ໋າມີເງີນຈໍານວນ 1.200.000 ກີບ ( ຫນື່ງລ້ານ ສອງແສນກິບ ) ດັ່ງນັ້ນ ທາງເຈົ້າຫນ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ຈື່ງໄດ້ດໍາເນີນຄະດີ ທ້າວ ວິຊຸນ ຕາມຂັ້ນຕອນຂອງກົດຫມາຍ

ສວນຜູ້ກໍ່ເຫດອີກ 01 ຄົນ ຊື່ທ້າວ ຄອນສະຫວັນ ຫຼື ອ້າຍ ປະຈຸບັນຜູ້ກ່ຽວຍັງເອົາຕົວຫຼົບຫນີ ທາງເຈົ້າຫນ້າທີ່ວິຊາສະເພາະ ປກສ ນະຄອນ ໄກສອນ ພົມວິຫານ ຍັງຊອກນໍາຈັບຜູ້ກ່ຽວ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.

ພາບ-ຂ່າວ ປກສ ແຂວງ:
ສ ສີສະເຫຼີມສັກ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟໄໝ້ເຂດວັດໂພນສະຫວ່າງ ເມືອງທ່າພະບາດກາງເດິກ ເສຍຫາຍໜັກ (ມີຄລິບ)
Next Post: ໄຟຟ້າລາວຂໍອະໄພ ແລະ ຊີ້ແຈງເລື່ອງບິນເດືອນ 7/2020

Related Posts

ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ເສຍຫລັກຕຳເສົາໄຟຟ້າສົ້ນຂົວນໍ້າເຄັມ (ມີຄົນຕິດພາຍໃນລົດ 1 ຄົນ) ຂ່າວສານບ້ານເມືອງ
ດ່ວນ ແຂວງສະຫວັນນະເຂດ ໄດ້ເປີດດ່ານສາກົນທຸກແຫ່ງ ທັງທາງບົກ ແລະ ທາງອາກາດໃນທົ່ວແຂວງ ຂ່າວສານບ້ານເມືອງ
ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຂ່າວສານບ້ານເມືອງ
ປກສ ນວ ປະກາດສັບຊ້ອນນາຍຕໍາຫຼວດທີ່ສໍາເລັດການສຶກສາ ຂ່າວສານບ້ານເມືອງ
ປກສ ກຸ່ມສິມມະໂນ ປະກາດແຕ່ງຕັ້ງກໍາລັງກອງຮ້ອຍ ແລະ ກໍາລັງປ້ອງກັນຄວາມສະຫງົບຂັ້ນບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme