Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ 65 ປີ ສະຫະພັນແມ່ຍິງລາວ

Posted on 20/07/202020/07/2020 By All in LAOS No Comments on ຊົມເຊີຍ 65 ປີ ສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງລາວ ເປັນອົງການຈັດຕັ້ງການເມືອງ ທີ່ເຕົ້າໂຮມແມ່ຍິງທຸກຊັ້ນຄົນ ແລະ ຊົນເຜົ່າ ທີ່ມີນ້ຳໃຈຮັກຊາດ ມີຄວາມຫ້າວຫັນເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ ແລະ ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ລວມ ເພື່ອປົດປ່ອຍຊາດ ແລະ ກອບກູ້ເອກະລາດ ອະທິປະໄຕຂອງປະຊາຊົນບັນດາເຜົ່າ.

ອົງການຈັດຕັ້ງນີ້ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ ໃນທ່າມກາງແປວໄຟສົງຄາມແຫ່ງການປະຕິວັດ ໃນແຕ່ລະໄລຍະເປັນຕົ້ນ: ໄລຍະຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ, ໄລຍະຕໍ່ສູ້ຕ້ານການແຊກແຊງຮຸກຮານຂອງຈັດກະພັດອາເມຣິກາ, ກໍ່ຄືໄລຍະປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖານະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.


ອົງການຈັດຕັ້ງແມ່ຍິງ ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງເປັນອົງການຈັດຕັ້ງສະຫະພັນແມ່ຍິງ ແມ່ນໄດ້ເລີ່ມຈາກບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ເອື້ອຍນັກຮົບ ເຊິ່ງກຳເນີດຂຶ້ນແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັດກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາ. ປີ 1955 ພັກເຫັນວ່າການຈັດຕັ້ງແມ່ຍິງ (ໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ເອື້ອຍນັກຮົບ) ໄດ້ຂະຫຍາຍຕົວກວ້າງຂວາງຢູ່ຕາມບ້ານຢາຍທຸກແຫ່ງໃນເຂດພື້ນຖານຂອງການປະຕິບັດ,

ດັ່ງນັ້ນ, ສົມຄວນຈະມີການຈັດຕັ້ງຢູ່ຂັ້ນສູນກາງເພື່ອຄຸ້ມຄອງນຳພາ ຫຼື ບໍລິຫານງານລວມ. ອົງການຈັດຕັ້ງແມ່ຍິງຢູ່ຂັ້ນສູນກາງທຳອິດຕັ້ງຊື່ວ່າ: ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ເຊິ່ງໄດ້ຮັບການສ້າງຕັ້ງຢ່າງເປັນທາງການໂດຍພັກປະຊາຊົນລາວໃນວັນທີ 20 ກໍລະກົດ 1955.


ເພື່ອໃຫ້ສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ປະຫວັດສາດ ໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດຊາດ “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ” ໃນປີ 1956, ແລະ ປ່ຽນມາເປັນ “ສະຫະພັນແມ່ຍິງລາວ” ໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ I ປີ 1984.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫະພັນແມ່ຍິງລາວ ນັບມື້ນັບມີບົດບາດພົ້ນເດັ່ນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຕາມແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ.ຕົ້ນປີ 2011 ສະຫະພັນແມ່ຍິງລາວມີສະມາຊິກຈຳນວນ 958,717 ຄົນ ທີ່ນອນຢູ່ໃນລະບົບການຈັດຕັ້ງແຕ່ຂັ້ນສູນກາງລົງເຖິງແຂວງ, ເມືອງ ແລະ ບ້ານໃນທົ່ວປະເທດ ໂດຍເຄື່ອນໄຫວພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ຖືກເລືອກຕັ້ງຈາກກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ.

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ 5 ປີໃດຈະຈັດຂຶ້ນເທື່ອໜຶ່ງ ເພື່ອເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່, ວາງເປົ້ນໝາຍສູ້ຊົນ ແລະ ກຳນົດແຜນປະຕິບັດງານ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງທາງດ້ານເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການສະເພາະຂອງແມ່ຍິງ.

ການເຄື່ອນໄຫວຕົ້ນຕໍ່ແມ່ນຊຸກຍູ້ການພັດທະນາແມ່ຍິງຢ່າງຮອບດ້ານ ເຊິ່ງໄດ້ກຳນົດເປັນແຜນງານ, ໂຄງການພັດທະນາແມ່ຍິງ, ເປັນຂໍ້ແຂ່ງຂັນ 3 ດີ ແລະ ໄດ້ມີການປັບປຸງເນື້ອໃນ, ຮູບການ, ວິທີການຈັດຕັ້ງປະຕິບັດໃຫ້ສອດຄ່ອງໃນແຕ່ລະໄລຍະ.


ສະຫະພັນແມ່ຍິງໄດ້ນຳພາແມ່ຍິງບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດສ້າງຜົນງານປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຕັ້ງໜ້າ ໄປຄຽງຄູ່ກັບການປະຕິບັດພາລະບົດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິ່ງ ເປັນຕົ້ນແມ່ນ ການບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍເທື່ອລະກ້າວ.

ໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງຫຼ້າສຸດ ຄື ຄັ້ງທີ VII ທີ່ຈັດຂຶ້ນລະຫວ່າງວັນທີ 20-21 ຕຸລາ 2015 ກອງປະຊຸມໄດ້ເຫັນດີເປັນເອກະພາບ 
ໄດ້ຮັບຮອງເອົາວິໄສທັດພັດທະນາແມ່ຍິງລາວ ຮອດປີ 2030 ແລະ ຍຸດທະສາດ ຮອດປີ 2025 ເຊິ່ງມີ 8 ແຜນງານ, 34 ໂຄງການພັດທະນາແມ່ຍິງລາວ, ຮັບຮອງເອົາກົດລະບຽບຂອງສະຫະພັນແມ່ຍິງລາວ ຕິດພັນກັບຄຳຂວັນຂອງສະຫະພັນແມ່ຍິງລາວຄື: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ.


ດັ່ງນັ້ນ, ສະຫະພັນແມ່ຍິງລາວ ຈຶ່ງແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ແລະ ເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ.ລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ພົບແລ້ວສົບເດັກນ້ອຍຈົມນໍ້າ ທີ່ບ້ານປາກຊາບໃຫມ່ ເມືອງໄຊທານີ
Next Post: ໄຟໄໝ້ເຂດວັດໂພນສະຫວ່າງ ເມືອງທ່າພະບາດກາງເດິກ ເສຍຫາຍໜັກ (ມີຄລິບ)

Related Posts

ລົງສໍາຫຼວດເບິ່ງສິມນໍ້າບາດ ທີ່ມີອາຍຸຫຼາຍກວ່າ 200 ປີ ຂ່າວສານບ້ານເມືອງ
ໜັກກ່ອນເກົ່າ ສະພາບທາງພູເກົ້າຫຼັກ 3 ສິງຫາ (ມີຄລິບ) ຂ່າວສານບ້ານເມືອງ
ເມືອງພູວົງ ຈູດທຳລາຍສິນຄ້ານອກລະບົບ ສິນຄ້າເຊື່ອມຄຸນນະພາບ ແລະ ໝົດອາຍຸ ຂ່າວສານບ້ານເມືອງ
ຫສນຍ ສະຫຼຸບວຽກງານປະຈໍາໄຕມາດ ແລະ ປະກາດການຈັດຕັ້ງ ຂ່າວສານບ້ານເມືອງ
ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ ຂ່າວສານບ້ານເມືອງ
ສຕລ ອັດສີດ U19 ແລ້ວ 550.000.000 ກີບ ຖ້າໄດ້ແຊ້ມ ຈະໄດ້ຫຼາຍກວ່ານີ້ແນ່ນອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme