Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວໜຸ່ມເມືອງຄຳເກີດ ມອບໂຄງການ “ຕອບບຸນແທນຄູນ” ສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ

Posted on 19/07/202019/07/2020 By All in LAOS No Comments on ຊາວໜຸ່ມເມືອງຄຳເກີດ ມອບໂຄງການ “ຕອບບຸນແທນຄູນ” ສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ

ວັນທີ 17 ກໍລະກົດ 2020 ຢູ່ທີ່ເຮືອນຂອງທ່ານ ນາງ ອໍລະດີ ພະພົມມະວົງສາ ພະນັກງານບຳນານ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ໂຄງການຕອບບຸນແທນຄຸນໃນການສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ, ເປັນປະທານໂດຍ ທ່ານ ທອງໄຂ ຄຳມະວົງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາຫົວໜ້າ, ຄະນະ, ເລຂາພັກບ້ານ – ນາຍບ້ານ, ຄູ-ອາຈານ ຕະຫຼອດຮອດສະມາຊິກຊາວໜຸ່ມ ທັງຍິງ-ຊາຍ ເຂົ້າຮ່ວມ.

ທ່ານ ຄຳຈັນ ໄຊຍະກຸມມານ ຮອງເລຂາຊາວໜຸ່ມເມືອງຄຳເກີດ ໃຫ້ຮູ້ວ່າ: ໂດຍອີງໃສ່ການຕົກລົງເຫັນດີທາງຄະນະນຳຂອງເມືອງ ກໍ່ຄືຄະນະບໍລິຫານງານຊາວໜຸ່ມເມືອງ ທີ່ໄດ້ສ້າງຕັ້ງໂຄງການຕອບບຸນແທນຄຸນນີ້ຂື້ນ ເພື່ອເຮັດໃຫ້ອົງການຈັດຕັ້ງທຸກພາກສ່ວນ, ນັກທຸລະກິດ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ໄດ້ຮູ້ເຖີງຄຸນງາມຄວາມດີຂອງບັນພະບູລຸດ ຫຼື ຜູ້ທີ່ເຮັດການປະຕິວັດຜ່ານມາ ທີ່ເຄີຍຜ່ານຜ່າບັນຫານາໆປະການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືບ້ານເມືອງຂອງພວກເຮົາ.

ທ່ານ ຄຳຈັນ ໄຊຍະກຸມມານ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມຈາກການລົງສຳຫລວດ ປະເມີນຄ່າສີ້ນເປືອງງ, ລະດົມທືນຈາກເພື່ອນມິດສະຫາຍ, ການຈັດຕັ້ງທີ່ມີນ້ຳໃຈໃນການອຸປະຖຳຄ້ຳຊູ ເພື່ອເປັນທຶນສົມທົບກັບໂຄງການຕອບບຸນແທນຄຸນ, ລົງມືຈັດຕັ້ງປະຕິບັດໜ້າວຽກ ໂດຍເລີ່ມຈາກການທາສີໃນ ແລະ ນອກເຮືອນ, ປູກະໂລ່, ໂບກຫ້ອງ, ໃສ່ແພດານ ລວມງົບປະມານໃນການສ້ອມແປງໃນຄັງນີ້ ທັງໝົດ 7.199.000 ກິບ ໂດຍມີແຮງງານນ້ອງໆຊາວໜຸ່ມ – ເຍົາວະຊົນ ຈາກ ມສ ນະຄອນໄຊ ແລະ ມສ ກິນນອນຊົນເຜົ່າ ຮ່ວມນຳ, ຫຼັງຈາກນັ້ນກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ ຜູ້ທີ່ໄດ້ອຸປະຖຳໃນຄັ້ງນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຕິດຢາບ້າຄາດຕະກໍາເອື້ອຍໃພ້
Next Post: ລົດຕິດຍາວຢຽດຫຼາຍຊົ່ວໂມງ ຂົວນໍ້າມອນ ລົດພ່ວງປະທະວີໂກ້

Related Posts

ພິທີມອບ-ຮັບ ໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ອຸຕຸແຈ້ງ! ຝົນຈະຕົກທົ່ວທຸກພາກຂອງປະເທດ ຂ່າວສານບ້ານເມືອງ
ສະຖິຕິໃໝ່! ລາວພ​ົບຜູ້ຕິດເຊື້ອໃໝ່ 278ຄົນ ຂ່າວສານບ້ານເມືອງ
ຮັບປະກັນນ້ຳມັນເຊື້ອໄຟໃນການເຝີກແອບການທະຫານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຂ່າວສານບ້ານເມືອງ
ຄະນະສະເພາະກິດກະຊວງປ້ອງກັນປະເທດ ລົງເຄື່ອນໄຫວກວດກາ ການປ້ອງ ກັນການແຜ່ລະບາດຂອງພະຍາດໂຄວິດ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme