Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕິດຢາບ້າຄາດຕະກໍາເອື້ອຍໃພ້

Posted on 18/07/202018/07/2020 By All in LAOS No Comments on ຕິດຢາບ້າຄາດຕະກໍາເອື້ອຍໃພ້

ນະຄອນຫຼວງວຽງຈັນ: ພັທ ຄໍາມະນີ ແກ້ວສີຫາ ຮອງພະແນກຕໍາຫຼວດ ປກສ ເມືອງໄຊທານີ ໃຫ້ສໍາພາດວ່າ: ໃນວັນທີ 27 ມິິຖຸນາ 2020, ເຈົ້າໜ້າທີ່ສືບສວນ-ສອບສວນ ຈຶ່ງສົມທົບກັບກອງນິຕິວິທະຍາ ພິສູດຫຼັກຖານ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ເກີດເຫດຕົວຈິງ.

ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ວ່າມີເຫດການຄາດຕະກໍາຄົນເສຍຊີວິດ ຢູ່ບ້ານສົມສະໄໝ ເມືອງໄຊທານີ ຈຶ່ງຮູ້ໄດ້ວ່າ:

ຜູ້ເສຍຊີວິດຊື່ ນາງ ຈືລີ ອາຍຸ 47 ປີ ອາຊີບເຮັດນາ ຢູ່ບ້ານສົມສະໄໝ ເມືອງໄຊທານີ ຖືກແທງດ້ວຍມີດປາຍແຫຼມຍາວປະມານ 40 ຊັງຕີແມັດ ແທງເຂົ້າຕາມບໍລິເວນໜ້າທ້ອງເບື້ອງຂວາ, ໜ້າເອິກທັງສອງເບື້ອງ ລວມກັນທັງໝົດຈໍານວນ 8 ຈຸດ, ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່.

ສ່ວນຜູ້ລົງມືກໍ່ເຫດແມ່ນທ້າວ ປໍຈົວ ຢ່າງ ອາຍຸ 31 ປີ, ວ່າງງານ, ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ເຊິ່ງເປັນນ້ອງຂອງຜົວຜູ້ເສຍຊີວິດ. ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈຶ່ງໄດ້ກັກຕົວ ທ້າວ ປໍຈົວ ຢ່າງ ມາດໍາເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ທ້າວ ປໍຈົວ ຢ່າງ ໄດ້ຮັບສາລະພາບວ່າ: ສາເຫດທີ່ລົງມືກໍ່ເຫດຄາດຕະກໍາເອື້ອຍໃພ້ ຍ້ອນຕົນເອງຄຽດແຄ້ນໃຫ້ອ້າຍ ແລະ ເອື້ອຍໃພ້ ທີ່ໄດ້ນໍາຕົນໄປຝາກກັກຂັງ ຢູ່ຄ້າຍຄຸມຂັງ ປກສ ເມືອງໄຊທານີ 5 ຄັ້ງ, ຖືກດັດສ້າງ ຢູ່ດອນທ້າວ-ດອນນາງ 1 ຄັ້ງ ຍ້ອນເສບຢາບ້າ ແລະ ຖືກປ່ອຍຕົວ ໃນວັນທີ 15 ມີນາ 2020.

ເມື່ອອອກມາແລ້ວ ອ້າຍ ແລະ ເອື້ອຍໃພ້ ກໍບໍ່ໃຫ້ຢູ່ນໍາ ຍ້ອນບໍ່ຟັງຄວາມ ຈຶ່ງໄປຢູ່ນໍາອ້າຍອີກຄົນ ໄດ້ໄລຍະໜຶ່ງອ້າຍກໍບໍ່ໃຫ້ຢູ່ນໍາ ຈຶ່ງໄດ້ຄືນມາຂໍຢູ່ນໍາອ້າຍ-ເອື້ອຍໃພ້ຄືເກົ່າ ໃນລະຫວ່າງເດີນທາງໄດ້ແວ່ຊື້ຢາບ້ານໍາໝູ່ ຈໍານວນ 10 ເມັດ ເພື່ອໄວ້ເສບ ເມື່ອມາຮອດເຮືອນອ້າຍ-ເອື້ອຍໃພ້ ກໍບໍ່ໃຫ້ຢູ່ນໍາ, ຈິ່ງໄດ້ນອນພັກຢູ່ຖຽງນາຂອງຜູ້ເປັນອ້າຍໄດ້ 3 ຄືນ; ເຊິ່ງໃນຄືນທີ 3 ແມ່ນໄດ້ເສບຢາບ້າໄປຈໍານວນ 5 ເມັດ ພໍຕື່ນເຊົ້າມາ (ມື້ກໍ່ເຫດ) ໄດ້ໄປເຮືອນອ້າຍ-ເອື້ອຍໃພ້ ແລະ ນັ່ງກິນເຂົ້ານໍາກັນ, ຕົນຈຶ່ງເກີດການຜິດຖຽງກັນ ຈຶ່ງຄຽດໃຫ້ແລ້ວເກີດຄວາມໂມໂຫຄວບຄຸມຕົນເອງບໍ່ໄດ້ ຈິ່ງໄດ້ໃຊ້ມີດ ຢູ່ໃນເຮືອນຄົວມາແທງໃສ່ເອື້ອຍໃພ້ເສຍຊີວິດຄາທີ່.

ຂ່າວສານບ້ານເມືອງ

Post navigation

Previous Post: ກະບະປະທະລົດຈັກ ເສຍຊິວິດຄາທີ່ 1 ຄົນ ທີ່ເມືອງເຟືອງ
Next Post: ຊາວໜຸ່ມເມືອງຄຳເກີດ ມອບໂຄງການ “ຕອບບຸນແທນຄູນ” ສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ

Related Posts

ກອງທຶນຫຼຸດຜ່ອນຄວາມທຸກຍາກ ຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຂ່າວສານບ້ານເມືອງ
ດີແທ້ແບບນີ້! ເຊກອງກວດໝົດ ກົງເຕີນ້ຳ, ໄຟຟ້າ ແລະ ນ້ຳມັນຖ້າບໍ່ໄດ້ມາດຕະຖານປ່ຽນຟຣີ ຂ່າວສານບ້ານເມືອງ
ຂ່າວດີ! ລາຄານໍ້າມັນຂາຍຍ່ອຍ ປັບລົງອີກແລ້ວ ເລີ່ມ 14 ພຶດສະພາ ຂ່າວສານບ້ານເມືອງ
ຈັບມາລົງໂທດ! ຝ່າຝືນຄໍາສັ່ງ ຫ້າມເປີດຮ້ານອິນເຕີເນັດ ຮ້ານເກມ! ຊົມເຊີຍເຈົ້າໜ້າທີ່ ຂ່າວສານບ້ານເມືອງ
ຊາວອາເມລິກາ ຫຼາຍຄົນຮ່ວມຂະບວນປະທ້ວງຕໍ່ຕ້ານຄວາມລັງກຽດຕໍ່ຄົນເອເຊຍ ຂ່າວສານບ້ານເມືອງ
ລົມ-ຝົນ-ໝາກເຫັບ ຖະຫລົ່ມເຂດເມືອງສັງທອງ ເສຍຫາຍໜັກ! 2/3/2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme