Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຟໄໝ້ລົດເສຍຫາຍໝົດຄັນກາງເດິກ ທາງເຂດບ້ານໜອງໜ່ຽງ

Posted on 18/07/202018/07/2020 By All in LAOS No Comments on ໄຟໄໝ້ລົດເສຍຫາຍໝົດຄັນກາງເດິກ ທາງເຂດບ້ານໜອງໜ່ຽງ

ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 17 ກໍລະກົດ 2020 ເວລາ 23:30 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ລົດໃຫຍ່ເຂດບ້ານຫນອງຫນ່ຽງ (ຂົວຫນອງຫນ່ຽງ) ເມືອງໄຊເຊດຖາ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງໄຫມ້ລົດຢ່າງຮຸນແຮງ. ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຊ້ເວລາປະມານ 15 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ລົດຫມົດຄັນ(ລົດເກັງ) ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນ.

ບາດເຈັບສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ 24 ຊົ່ວໂມງ

.

ຂ່າວສານບ້ານເມືອງ

Post navigation

Previous Post: ອາເມລິກາ ມອບມຸ້ງເພີ່ມຈຳນວນ 88.000 ດາງ ໃຫ້ ສປປລາວ ເພື່ອປ້ອງກັນໄຂ້ຍຸງ
Next Post: ກະບະປະທະລົດຈັກ ເສຍຊິວິດຄາທີ່ 1 ຄົນ ທີ່ເມືອງເຟືອງ

Related Posts

ບຸນນະມັດສະການພຣະທາດຫຼວງວຽງຈັນປີນີ້ຈະຈັດຂຶ້ນແຕ່ວັນທີ 4-8 ພະຈິກ 2022 ຂ່າວສານບ້ານເມືອງ
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນ ຂ່າວສານບ້ານເມືອງ
ເຕືອນອີກເດີ້! ພາຍຸໄຕ້ຝຸ່ນ ໂມລາເວ ຈະເຄື່ອນເຂົ້າມາຮອດລາວ ເວລາ 15 ໂມງຂອງມື້ນີ້ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ ຕິດເຊື້ອເພີ່ມ 340ຄົນ ຂ່າວສານບ້ານເມືອງ
ນາຍບ້ານນາໄຊ ຢືນຢັນ ຂ່າວຕິດເຊື້ອໂຄວິດ ຈຳ ນວນ 25 ກໍລະນີ ຢູ່ພາຍໃນບ້ານ ແມ່ນບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ
ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ ຍ້ອນການປູກສາລີ ເປັນສິນຄ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme