Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາເມລິກາ ມອບມຸ້ງເພີ່ມຈຳນວນ 88.000 ດາງ ໃຫ້ ສປປລາວ ເພື່ອປ້ອງກັນໄຂ້ຍຸງ

Posted on 18/07/202018/07/2020 By All in LAOS No Comments on ອາເມລິກາ ມອບມຸ້ງເພີ່ມຈຳນວນ 88.000 ດາງ ໃຫ້ ສປປລາວ ເພື່ອປ້ອງກັນໄຂ້ຍຸງ

ນະຄອນຫຼວງວຽງຈັນ: ວັນທີ 17 ກໍລະກົດ 2020 ທີ່ຜ່ານມາ, ໄດ້ມີພິທີມອບຮັບມຸ້ງເຄືອບຢາ ຈຳນວນ 88,000 ດາງ ຈາກສະຫະລັດອາເມລິກາ ໃຫ້ ສປປ ລາວ ເພື່ອປ້ອງກັນມາເລເລຍ.

ໃຫ້ກຽດມອບໃນຄັ້ງນີ້ໂດຍ ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ຮັບໂດຍ ທ່ານ ພູທອນເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອມາເລເຣຍສູງ.

ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ 90 ສ່ວນຮ້ອຍ, ເຊິ່ງຫຼຸດລົງຈາກ ຈຳນວນສູງສຸດທີ່ 50,000 ໃນປີ 2014 ຫາ 6,593 ກໍລະນີ ໃນປີ 2018.

ເຊິ່ງປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວຫຼາຍກວ່າ 3,200 ຄົນ ແລະ ເສຍຊີວິດແລ້ວ 8 ຄົນ.

ຂ່າວສານບ້ານເມືອງ

Post navigation

Previous Post: ເລັ່ງຄົ້ນຫາເດັກຊາຍຈົມນໍ້າສູນຫາຍ ທີ່ເຂດບ້ານປາກຊາບໃໝ່ເມືອງໄຊທານີ
Next Post: ໄຟໄໝ້ລົດເສຍຫາຍໝົດຄັນກາງເດິກ ທາງເຂດບ້ານໜອງໜ່ຽງ

Related Posts

ທະຫານແຂວງສະຫວັນນະເຂດມອບ ຂ ອງ ກ າງ ຢ ບ 9 ແສນກວ່າ ເ ມັ ດໃຫ້ກອງບັນຊາການ ປກສ ແຂວງ  ຂ່າວສານບ້ານເມືອງ
ເມືອງໂຂງ ມີເງິນກອງທຶນພັດທະນາບ້ານ 17 ຕື້ກວ່າກີບ ຂ່າວສານບ້ານເມືອງ
ປກສ ເມືອງຄຳເກີດ ບໍລິຄຳໄຊ ກວດພົບກັນຊາອັດແທ່ງ 44 ເປົາ ຊຸກເຊື່ອງໃນລົດບັນທຸກ ຂ່າວສານບ້ານເມືອງ
ຂ່າວດ່ວນລົດຂົນໝູປີ້ນທີ່ທາງພູເກົ້າຫຼັກຄົນແລະໝູເສຍຊີວິດ ຂ່າວສານບ້ານເມືອງ
ສາຍເໜືອເປີດບໍລິການ 18ມື້ ບໍ່ໄດ້ອອກຈັກຖ້ຽວ! ເພາະຜູ້ໂດຍສານສັກວັກຊີນບໍ່ຄົບ 2 ເຂັ້ມ ຂ່າວສານບ້ານເມືອງ
ເຂົ້າບຸກຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັ ກ ລອບເປີດໃຫ້ບໍລິການຫຼິ້ນ ພ ະນັ ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme