ໃນວັນທີ 16 ກໍລະກົດ 2020 ນີ້, ເມືອງ ອາດສະພັງທອງ ໄດ້ຈັດພິທີ ປ່ອຍປາສູ່ທໍາມະຊາດ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ. ຢ່າງເປັນທາງການ ຢູ່ທີ່ ( ໜອງສະລວມ ) ຂອງບ້ານ ຫຼຽນໄຊ ເມືອງ ອາດສະພັງທອງ ແຂວງສະຫວັນນເຂດ, ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ ອາດສະພັງທອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມພະນັກງານພາຍໃນຫ້ອງການອ້ອມຂ້າງເມືອງ

ທ່ານ ພອນເພັດ ໄຊປັນຍາ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງອາດສະພັງທອງ ກໍ່ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນອະນຸລັກສັດນໍ້າ-ສັດປ່າວ່າ: ລັດຖະບານໄດ້ກໍານົດເອົາວັນທີ13 ກໍລະກົດຂອງທຸກໆປີເປັນວັນອະນຸລັກສັດນໍ້າ-ສັດປ່າ ແລະ ວັນປ່ອຍປາຄືນສູ່ທໍາມະຊາດ ກໍ່ເນື່ອງຈາກວ່າວັນດັ່ງກ່າວເປັນຊ່ວງທີ່ກ້າວເຂົ້າສູ່ລະດູຝົນ ເປັນຊ່ວງທີ່ສັດປ່ານາໆຊະນິດກໍາລັງເຕີມໃຫຍ່ຂະຫຍາຍຕົວ ໂດຍສະເພາະແມ່ນເປັນຊ່ວງທີ່ກໍາລັງແຜ່ພັນ ແລະ ຢູ່ໃນຊ່ວງການເຕີບໃຫຍ່ຂະຫຍາຍຕົວຂອງສັດປະເພດຕ່າງໆ ໃຫ້ມີຄວາມອຸດົມສົມບູນຢູ່ຕາມຫ້ອຍຮ່ອງຄອງບຶງ ແລະ ວັງສະຫງວນຕ່າງໆ ພ້ອມທັງເອົາໃຈໃສ່ເປັນເຈົ້າການປ້ອງກັນບໍ່ໃຫ້ກຸ່ມຄົນ ຫຼື ບຸກຄົນໃດນໍາເອົາເຄື່ອງມືຫາປາ ແລະ ດັກຈັບປາທຸກປະເພດແບບດັບສູນ ໂດຍສະເພາະແມ່ນທາດເບື່ອປະເພດຕ່າງໆ.

ພ້ອມນັ້ນ; ທ່ານກໍ່ຍັງໄດ້ຍົກໃຫ້ເຫັນການປ່ອຍປາໃນໄລຍະຜ່ານມາວ່າ: ໃນປີ 2014 ຈັດປ່ອຍປາຢູ່ທີ່ອ່າງເກັບນໍ້າ ບ້ານ ສາມັກຄີໄຊຈໍານວນ 10 ພັນໂຕ, ໃນປີ 2015 ຈັດປ່ອຍປາຢູ່ທີ່ອ່າງເກັບນໍ້າ ບ້ານ ປົ່ງດົງ ຈໍານວນ 20 ພັນໂຕ, ໃນປີ 2016 ຈັດປ່ອຍປາຢູ່ທີ່ອ່າງເກັບນໍ້າ ບ້ານ ຫຼຽນໄຊ ຈໍານວນ 10 ພັນໂຕ, ໃນປີ 2017 ຈັດປ່ອຍປາຢູ່ທີ່ອ່າງເກັບນໍ້າໜອງປ່າເປາະບ້ານຫົວເມືອງ ຈໍານວນ 10 ພັນໂຕ ແລະ ໃນປີ 2018 ແມ່ນຈັດປ່ອຍປາຢູ່ໜອງສະລວມຫ້ອງການກະສິກໍາ ບ້ານຕະບອງເພັດ ຈໍານວນ 10 ພັນໂຕ ຕື່ມດ້ວຍ.

ຈາກນັ້ນບັນດາການນໍາຂັ້ນເມືອງ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ກໍ່ໄດ້ພ້ອມກັນປ່ອຍປາຄືນສູ່ທໍາມະຊາດ ເຊິ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ມີຈໍານວນ 10 ພັນໂຕເຊິ່ງມີ: ປາປາກ,ປານິນ,ປາເກັດແລບ ແລະ ປາອື່ນໆອີກຈໍານວນໜຶ່ງຕື່ມອີກດ້ວຍ.