Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ

Posted on 17/07/202017/07/2020 By All in LAOS No Comments on ມອບ-ຮັບໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ

ພິທີມອບ-ຮັບໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນ ທີ 17 ກໍລະກົດ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງ ກັນ ຄວາມສະຫງົບ.

ໃນພິທີ ທ່ານ ສີສະຫວາດ ແກ້ວມາລາວົງ ໄດ້ຕາງໜ້າບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ (ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ) ຂຶ້ນລາຍງານກ່ຽວກັບຄວາມເປັນມາຂອງໂຄງການດັ່ງກ່າວ ເຊີ່ງຕັ້ງຢູ່ບ້ານໂຊກຄໍາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ເລີ່ມລົງມືກໍ່ສ້າງເລີ່ມແຕ່ວັນທີ 3 ເດືອນພະຈິກ ປີ 2019 ແລະ ສຳ ເລັດໃນວັນທີ 3 ເດືອນກໍລະກົດ ປີ 2020 ໂດຍບໍລິສັດໄດ້ສຸມທຶນ, ນາຍຊ່າງ, ວິຊາການເຂົ້າໃນການດຳເນີນການກໍ່ ສ້າງ ດ້ວຍຄວາມຮັບຜິດຊອບສູງຈົນສຳເລັດຕາມຄາດ ໝາຍ.

ໂດຍອີງຕາມແບບການກໍ່ສ້າງ ມີເນື້ອທີ່ອາຄານທັງ ໝົດ 4.800 ຕາແມັດ, ແບ່ງເປັນຫ້ອງການ 04 ຫ້ອງ, ສາງເກັບມ້ຽນຂອງກາງ 12 ຫ້ອງ, ພາຍໃນອາຄານມີສະ ຖານທີ່ຈອດລົດ ແລະ ເກັບມ້ຽນເຄື່ອງທົ່ວໄປ ຈຳນວນ 3.450 ຕາແມັດ. ສ່ວນດ້ານນອກຂອງອາຄານໄດ້ປູພື້ນຄອນກລີດ, ປູກຫຍ້າ, ປູກຕົ້ນໄມ້ ເພື່ອຄວາມສວຍງານ, ລວມມູນຄ່າທັງໝົດຂອງໂຄງການແມ່ນ 1.400.000 ໂດລາສະຫະລັດ ເຊີ່ງເປັນທຶນຊ່ວຍເຫລືອລ້າຈາກບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ.

ພົນຈັດຕະວາ ຄໍາກິ່ງ ຜຸຍຫຼ້າມະນີວົງ, ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຂຶ້ນກ່າວຮັບໂຄງການ ເຊີ່ງທ່ານໄດ້ຍົກໃຫ້ເຫັນຄວາມຈໍາເປັນກ່ອນຈະມີໂຄງການນີ້ ຍ້ອນກະຊວງປ້ອງກັນຄວາມສະ ຫງົບ ຍັງບໍ່ທັນມີສາງເກັບມ້ຽນເຄື່ອງຂອງກາງຄະດີ, ຖ້າອີງໃສ່ງົບປະມານປຸກສ້າງກໍ່ມີຈໍາກັດ. ຍ້ອນເຫັນໄດ້ຄວາມຈໍາເປັນດັ່ງກ່າວ ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ຈິ່ງໄດ້ໃຫ້ຄວາມຊ່ວຍເຫຼືອຊ່ວຍປຸກສ້າງສາງຂອງກາງຄະດີແຫ່ງນີ້ ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກະຊວງປ້ອງກັນຄວາມສະ ຫງົບ.

ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບອົກຂອບໃຈມາຍັງປະທານບໍລິສັດດັ່ງກ່າວທີ່ໄດ້ຊຸກຍູ້ຊ່ວຍເຫຼືອລ້າໂຄງ ການກໍ່ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ: ກະຊວງປ້ອງກັນຄວາມສະຫງົບ ຈະນໍາໃຊ້ສາງແຫ່ງນີ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ເກີດປະ ໂຫຍດສູງສຸດ ແລະ ຈະປົກປັກຮັກສາບູ ລະນະໃຫ້ນໍາໃຊ້ໄດ້ຍາວນານ. ໃນພິທີມອບ-ຮັບຄັ້ງນີ້ ຍັງໄດ້ການປະດັບຫລຽນໄຊພັດທະນາຊັ້ນ I ຂອງລັດຖະບານໃຫ້ ທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ ໂດຍການໃຫ້ກຽດປະດັບຫຼຽນໄຊຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໂດຍ: ບຸນຕຽງ ຈັນທະວົງ

Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ພະແນກປະສົມພັນທຽມ ສາມາດສີດນໍ້າເຊື້ອເຂົ້າມົດລູກ ໄດ້ແຝດ 3
Next Post: ເມືອງ ອາດສະພັງທອງ ຈັດພິທີ ປ່ອຍປາສູ່ທໍາມະຊາດ 10,000 ໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ

Related Posts

ເມືອງໄຊຍະບູລີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ2021 ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ຍົກເລີກການແຂ່ງຂັນຮາບມາລາທອນ ນາໆຊາດ ຄັ້ງທີ່ V – ປ້ອງກັນ Covid-19 ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຂ່າວສານບ້ານເມືອງ
ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ ຂ່າວສານບ້ານເມືອງ
ອັດຕະປື ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme