ຈາກຜູ້ໃຊ້ເຟສບຸກ mimi sengchanh Phonemixay ໄດ້ເຜີຍແຜ່ເລື່ອງລາວທີ່ໜ້າຍິນດີ ກັບຜົນງານຂອງພະແນກປະສົມພັນທຽມ ຂອງໂຮງໝໍແມ່ແລະເດັກ ໂດຍການເຮັດ IUI (ສີດນໍ້າເຊື້ອເຂົ້າໃນມົດລູກ) ໄດ້ແຝດ 3, ແຂງແຮງທັງແມ່ທັງລູກ

ໂດຍຜູ້ໃຊ້ເຟສບຸກດັ່ງກ່າວຍັງໄດ້ລະບຸວ່າ ຊົມເຊີຍຜົນສຳເລັດຂອງການຈັດຕັ້ງ, ຫົວໜ້າພະແນກ, ພະແນກເດັກແດງ ແລະ ອຳນວຍການທີ່ຄອຍສະໜັບສະໜູນ ສົ່ງເສີມໃຫ້ມີການພັດທະນາວິຊາການ ເລື້ອຍໆ ຂໍຂອບໃຈທຸກພາກສ່ວນ ແລະ ຂໍອວຍໄຊໃຫ້ພອນຄະນະອຳນວຍການ ແລະໝົດທຸກຄົນຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ.

---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------