ໃນລະຫວ່າງ ວັນທີ 15-16 ກໍລະກົດ ນີ້, ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ໄດ້ນຳເອົາລົດຈັກ ໄປມອບໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ຈຳນວນ 7 ຄັນ ລວມມູນຄ່າ 135 ລ້ານກີບ ແລະ ກອງບັນຊາການທະຫານແຂວງອັດຕະປື ຈຳນວນ 8 ຄັນ ລວມມູນຄ່າ 150 ລ້ານກີບ ໂດຍໄດ້ຮັບການສະໜັບສະໜູນ ແລະ ອຸປະຖໍາຈາກ ທະນາຄານ ເອສທີ ຈໍາກັດ ແລະ ບໍລິສັດ ຄູນໄຊພັດທະນາກໍ່ສ້າງຈໍາກັດ.

ໃນໂອກາດ ມອບລົດໃຫ້ກອງບັນຊາການທະຫານ ແຕ່ລະແຂວງ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ມີຄຳເຫັນບາງຕອນວ່າ: ການນໍາເອົາລົດຈັກ ມາມອບໃຫ້ໃນຄັ້ງນີ້ ແມ່ນຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງຂອງທ້ອງຖິ່ນ ໂດຍມອບໃຫ້ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງ ໂດຍສະເພາະແມ່ນນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ເພື່ອປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ, ເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມປອດໄພໃນການທຳມາຫາກິນ, ພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາທ້ອງຖິ່ນຂອງຕົນ ກໍຄືປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ໃນສະພາບການທີ່ພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງສະຫລັບຊັບຊ້ອນ ແລະ ທ້າທາຍທົດສອບຫລາຍປະການ, ອັນໄດ້ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາເຊັ່ນດຽວກັນ, ສະນັ້ນ ພວກເຮົາຕ້ອງໄດ້ເອົາໃຈໃສ່ຕິດຕາມ ເຝົ້າລະວັງ ຢ່າງໃກ້ຊິດ ແລະ ເປັນເຈົ້າການກຽມຄວາມພ້ອມ ເພື່ອຮັບມືຕໍ່ສະພາບການຕ່າງໆ ທີ່ອາດເກີດຂຶ້ນຢູ່ສະເໝີ, ລວມທັງ ສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຍັງສືບຕໍ່ມີການແພ່ລະບາດໃນທົ່ວໂລກ ອັນສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິນເປັນຈໍານວນຫລວງຫລາຍ

ໃນໂອກາດດຽວກັນ, ທ່ານ ພັນເອກ ຄຳແຫວນ ຈະເລີນວົງ, ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ທ່ານ ພັນເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງອັດຕະປື ຕ່າງກໍໄດ້ສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານ ທີ່ຍາມໃດກໍໄດ້ເອົາໃຈໃສ່, ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ຢ່າງສະເໝີຕົ້ນສະເໝີປາຍ, ການມອບລົດ ໃຫ້ແກ່ກອງບັນຊາການທະຫານແຂວງ ໃນຄັ້ງນີ້ ເປັນການປຸກລະດົມ, ຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫລວງແກ່ອ້າຍນ້ອງນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ວຽກງານຂອງຕົນ. ກອງບັນຊາການທະຫານແຂວງ ຈະນໍາໃຊ້ພາຫະນະດັ່ງກ່າວ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເກີດປະສິດທິຜົນ, ມີການຄຸ້ມຄອງ-ປົກປັກຮັກສາ ໃຫ້ສາມາດນຳໃຊ້ໄດ້ຍາວນານ.