ບໍ່ແກ້ວ: ໃນວັນທີ15 ກໍລະກົດ 2020 ນີ້ ໄດ້ເກີດມີເຫດໄຟເຮືອນປະຊາຊົນ ເຂດບ້ານມົກໂຊ ເມືອງຜາອຸດົມ ແຂວງບໍ່ແກ້ວ.

ຕາມການລາຍງານຂອງອຳນາດການປົກຄອງບ້ານໆ ມັກໂຊະໃຫ້ການວ່າ: ໃນຕອນບ່າຍເວລາປະມານ 14 ໂມງ 30 ນາທີຂອງ 15 ກໍລະກົດ 2020.
ໄດ້ເກີດມີເຫດການທີບໍ່ເຄດຄິດໄຟໄໝ້ເຮືອນຂອງປະຊາຊົນ ຢູ່ບ້ານ ມົກໂຊະ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈຳນວນ 1 ຫຼັງຄາເຮືອນ ເປັນເຮືອນ 2 ຊັ້ນ ຟ້າແອ້ມແປນຫຼັງຄາມຸ້ງດ້ວຍກະເບື້ອງ, ມີຄອບຄົວດ້ວຍກັນ 5 ຄົນ, ຍິງ 1 ຄົນ
ໃນນີ້ມີຜູ້ເສຍຊີວິດ 1 ຄົນ ຄື ເພດຊາຍ ຊື່ ທ້າວ ພວງ ອາຍຸ 35 ປີຜູ້ເປັນຜົວ ແລະ ເປັນຜູ້ລົງມືກໍ່ເຫດຈູດເຮືອນເອງຍ້ອນ ສະຕິບໍ່ຄອຍດີເປັນບ້າເສຍຈິດ.

ຕໍ່ກັບເຫດການດັ່ງກ່າວ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຜາອຸດົມ ນຳໂດຍ ທ່ານ ໂພໄຊ ສຸພາສິດ ຮອງຫົວໜ້າຫ້ອງການແຮງານ ແລະ ສະຫວັດດີການສັງຄົມເມືອງ ຜາອຸດົມ ພ້ອມດ້ວຍຫ້ອງການທີກ່ຽວຂ້ອງໄດ້ລົງກວດກາຜົນເສຍຫາຍຕົວຈິ່ງ,ເພື່ອເກັບກຳຂໍ້ມູນ ແລະ ສືບສວນສອບສວນເພີ່ມເຕີມ.
ພ້ອມທັງນຳເອົາເຄື່ອງບັນເທົ່າທຸກປະເພດເຂົ້າສານ,ເຄື່ອງນຸ່ງຫົ່ມ,ເຄື່ອງໄຊ້ສອຍ, ເປັນມູນຄ່າ 1.250 ,000 ກີບມອບໃຫ້ຄອບຄົວຜູ້ທີຖືກເຄາະຮ້າຍໃນຄັ້ງນີ້ເພືອເປັນການບັນເທົາໃນເບືອງຕົ້ນ.
