ໃນ 6 ເດືອນ ຕົ້ນປີ, ນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 448 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 92 ຄົນ, ຊຶ່ງອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 953 ຄັນ ແລະ ມີຄົນໄດ້ຮັບບາດເຈັບທັງໝົດ 616.

ອີງຕາມການລາຍງານສະພາບການເກີດອຸບັດເຫດ ຂອງພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປະຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ໂດຍສະເພາະ ເມົາແລ້ວຂັບ, ຂັບຂີ່ໄວເກີນກຳນົດ, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ,

ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.

ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄຟ