Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງທົ່ງມີໄຊ 34 000 ໂຕ ແລະ ສັດປ່າ ຈໍານວນໜຶ່ງ

Posted on 16/07/202016/07/2020 By All in LAOS No Comments on ເມືອງທົ່ງມີໄຊ 34 000 ໂຕ ແລະ ສັດປ່າ ຈໍານວນໜຶ່ງ

ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຈັດພິທີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອານຸລັກ ສັດນ້ຳ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ 2020

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2020, ຢູ່ທີ່ ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອານຸລັກ ສັດນ້ຳ-ສັດປ່າ ແຫ່ງ ຂຶ້ນຢ່າງເປັນທາງການ. ໂດຍການເຂົ້າຮ່ວມ ຂອງທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາ ຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆທົ່ງມີໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານຫຼັັກແຫຼ່ງ, ຕະຫຼອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຈັນ ໄຊພູໂຂງ ຫົວໜ້າຫ້ອງການກະສິກຳ ແລະ ປ່າກໄມ້ ໄດ້ຂື້ນຜ່ານ ບົດສະຫຼຸບ ແລະ ທິດທາງແຜນການວຽກງານປ່ອຍປ່າ ແລະ ວັນອານຸລັກສັດນ້ຳສັດປ່າ ເຊີ່ງທ່ານໄດ້ກ່າວວ່າ ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດວ້ຍສັດນໍ້າ-ສັດປ່າ ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ, ໄລຍະຜ່ານມາ ການນໍາຂັ້ນຕ່າງໆ ກໍ່ໄດ້ເອົາໃຈໃສ່ຊີ້ນໍາໆພາ ຕໍ່ກັບການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນໍ້າ ແລະ ສັດປ່າ ແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າມີຄວາມອຸດົມສົມບູນ, ມີການຄຸ້ມຄອງນໍາໃຊ້ ຕາມນະໂຍບາຍທີ່ວາງອອກ ໂດຍບໍ່ມີວັນບົກແຫ້ງ, ເຊີ່ງຕິດພັນກັບສາມເສົາຄໍ້າ, ສີ່ແຜນງານ, ສິບແຜນດຳເນີນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືລັດຖະບານໄດ້ວາງໄວ້. ປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໝົດ 34,000ໂຕ ໃນນີ້ ມີປານິນ, ປາໄນ, ປາເກັດແລບ, ປາປາກ ແລະ ປາດຸກ.


ໃນໂອກາດດຽວກັນນີ້ ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍສຳຄັນ ຍັງໄດ້ຮັບຟັງຄຳໂອ້ລົມຈາກທ່ານ ສົມພອນໄຊດວງຕາ ກຳມະການພັກແຂວງ ເລຂາ ຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆທົ່ງມີໄຊ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຫຼາຍດ້ານທີ່ຍາດມາໄດ້ ຄຽງຄູ່ກັບດ້ານດີ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຄະນະພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດປະຊາຊົນ ຈົ່ງຮ່ວມແຮງຮ່ວມໃຈກັນ ປ່ອຍປາ ລົງສູ່ໜອງນໍ້າ, ແຫຼ່ງນໍ້າທຳມະຊາດ ເພື່ອຄືນຄວາມອຸດົມສົມບູນ ໃຫ້ກັບທຳມະຊາດ ແລະ ພ້ອມກັນອະນຸລັກ, ປົກປັກຮັກສາສັດນໍ້າ-ສັດປ່າ ເຮັດໃຫ້ຊັບພະຍາກອນທຳມະຊາດອັນລໍ້າຄ່າ ຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ. ພາຍຫຼັງສຳເລັດພິທີແລ້ວກໍ່ໄດ້ ພ້ອມກັນປ່ອຍປາລົງລົງອ່າງສ້າງຊາຍ ຢ່າງເປັນຂະບວນຟົດຟື້ນ.


ໃນໂອກາດວັນ ອານຸລັກສັດນ້ຳ-ສັດປ່າ ແຫ່ງຊາດໃນຄັ້ງນີ້ພິດເສດ ທາງທີມງານ ມຸລະນິທິ ຊ່ວຍເຫຼືອສັດ ກໍ່ຄືການປິ່ນປົວພະຍາດສັດ ກໍ່ໄດ້ມີການປະສານສົບທົບກັບກົມປ່າໄມ້ ກໍ່ຄືພະແນກຄຸ້ມຄອງສັດນ້ຳ ແລະ ສັດປ່າກົມປ່າໄມ້ ເຊິ່ງນຳພາໂດຍທ່ານ ຈັນທອນ ພູລິໄຕ ຮອງຫົວໜ້າພະແນກຄຸ້ມຄອງສັດນ້ຳ ແລະ ສັດປ່າ ກົມປ່າໄມ້ ຂອງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກອງປ່າສະຫງວນແຫ່ງຊາດນ້ຳປຸ໋ຍ ແລະ ອຳນາດການປົກຄອງເມືອງທົ່ງມີໄຊ ໄດ້ມີການປຶກສາຫາລື ເພື່ອນຳເອົາສັດປ່າ ຈຳນວນ 4ໂຕໃນນີ້: ມີ ເສືອແມວ 2ໂຕ, ແລນ 1ໂຕ ແລະ ນົກຮຸ້ງ 1ໂຕ. ປ່ອຍຄືນສູ່ທຳ, ເຊິ່ງສັດເຫຼົ່ານີ້ແມ່ນໄດ້ຖືກບາດເຈັບ, ມີສຸຂະພາບບໍ່ແຂງແຮງ ດັ່ງນັ້ນ ທາງມຸລະນິທິ ຈື່ງໄດ້ນຳເອົາສັດໄປປິ່ນປົວ ແລະ ເຫັນວ່າສັດດັ່ງກ່າວມີສຸຂະພາບແຂງແຮງສົມບູນດີ ຈື່ງໄດ້ນຳມາປ່ອຍຄືນສູ່ທຳມະຊາດ. ໂດຍໄດ້ກໍານົດເອົາ ປ່າສະຫງວນແຫ່ງຊາດນ້ຳປຸ໋ຍ ເຂດເມືອງທົ່ງມີໄຊ ເປັນຈຸດປ່ອຍສັດຈຳນວນດັ່ງກ່າວນີ້.

ຂ່າວ: ສິງເພັດ ສຸນາເຄນ

ຂ່າວສານບ້ານເມືອງ

Post navigation

Previous Post: ປີ 2020 ເມືອງໄຊຍະບູລີ ຈະປ່ອຍປາ 8,000,000 ໂຕສູ່ທໍາມະຊາດ
Next Post: ເມືອງປາກທາ ມອບ-ຮັບ ເງິນອູດໜູນເສຍຊີວິດໃຫ້ແກ່ພະນັກງານລັັດຖະກອນຄູ

Related Posts

ຂ່າວດ່ວນ! ທົ່ວໂລກ ມີຄົນຕິດເຊື້ອ ໂຄວິດ-19 ທັງໝົດກາຍ 5.5 ລ້ານຄົນແລ້ວ ຂ່າວສານບ້ານເມືອງ
ການ​ນຳ​ແຂວງ ລົງ​ຕິດ​ຕາມ​ສະ​ພາບນ້ຳ​ຖ້ວມ ພ້ອມມອບ​ເຄື່ອງ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົ​ນ​ຜູ້ຖືກໄພນໍ້າຖ້ວມຢູ່ເມືອງ​ພີນ ຂ່າວສານບ້ານເມືອງ
ເກີດເຫດໄ ຟ ໄ ໝ້ ເຮືອນປະຊາຊົນ ເຂດບ່ານໂຮມສູກ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ກອງປ້ອງກັນຊາຍແດນ 433 ສສ ຫວຽດນາມມອບເງິນ ຊ່ວຍເຫຼືອກອງຮ້ອຍ 161 ທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ຫຼວງພະບາງໂຈະການສັກວັກຊິນປ້ອງກັນໂຄວິດ ເຂັມທີ 1 ຊົ່ວຄາວ ຂ່າວສານບ້ານເມືອງ
ເຂົ້າໄປຢູ່ສູນກັກໂຕເອົາໄພ້ເຂົ້າໄປຫຼິ້ນ ດື່ ມ ທ າ ດ ເ ຫຼົ້ າ ນໍາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme