Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີ 2020 ເມືອງໄຊຍະບູລີ ຈະປ່ອຍປາ 8,000,000 ໂຕສູ່ທໍາມະຊາດ

Posted on 16/07/202016/07/2020 By All in LAOS No Comments on ປີ 2020 ເມືອງໄຊຍະບູລີ ຈະປ່ອຍປາ 8,000,000 ໂຕສູ່ທໍາມະຊາດ

ປີນີ້ເມືອງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດເກືອບ 8 ລ້ານໂຕ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ມີແຜນປ່ອຍປາຄືນສູ່ທໍາມະຊາດ ເກືອບ 8 ລ້ານໂຕ ເນື່ອງໃນໂອກາດວັນປ່ອຍປາ ແລະ ອານຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2020 ໃນນັ້ນມີປາປາກ, ປານິນ ແລະ ປາໄນ.

ທັງນີ້ ກໍເພື່ອຄືນຄວາມອຸດົມສົມບູນໃຫ້ກັບທໍາມະຊາດ ແລະ ຮຽກຮ້ອງທຸກພາກສ່ວນສັງຄົມຕ້ອງພ້ອມກັນອານຸລັກປົກປັກຮັກສາສັດນໍ້າ-ສັດປ່າ ເຮັດໃຫ້ຊັບພະຍາກອນອັນລໍ້າຄ່າດັ່ງກ່າວ ຢູ່ຄຽງຄູ່ກັບພວກເຮົາຕະຫລອດໄປ.


ໃນວັນທີ 13 ກໍລະກົດ 2020 ຢູ່ຜາມໄຊ ບ້ານປົ່ງ ເມືອງໄຊຍະບູລີ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ໂດຍມີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຂອງເມືອງໄຊຍະບູລີ, ອົງການ, ກົມກອງ, ນັກທຸລະກິດຜູ້ປະກອບການ, ນັກຮຽນ ນັກສຶກສາ, ອົງການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນເທສະບານເມືອງໄຊຍະບູລີ ເຂົ້າຮ່ວມ. ສໍາລັບປີນີ້, ເມືອງໄຊຍະບູລີ ມີແຜນປ່ອຍປາ ເກືອບ 8 ລ້ານໂຕ,

ໃນນັ້ນ ມີແຜນປ່ອຍປາ ລວມໝູ່ມີ 13 ຈຸດຄື: ອ່າງຫ້ວຍແຄ່ນ, ວັງບວດ ບ້ານໃຫຍ່, ວັງບວດບ້ານນາໂຮ, ວັງບວດ ບ້ານນາຕໍນ້ອຍ, ວັງບວດບ້ານວັງຊອຍ, ອ່າງນໍ້າຕຽນ, ບ້ານປາກທັງ, ກອງພັນ 609, ຄຸມຂັງເມືອງ, ມສ ຊົນເຜົ່າ, ກອງພັນ 202 ແລະ ປ່ອຍສ່ວນບຸກຄົນ, ຄອບຄົວ ແລະ ທຸລະກິດ.


ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ການນໍາຂອງແຂວງ, ເມືອງ ໄດ້ເປັນເຈົ້າການຈັດກິດຈະກໍາປ່ອຍປາລົງສູ່ອ່າງເກັບນໍ້າ, ໜອງນໍ້າ ແລະ ສາຍນໍ້າທໍາມະຊາດ ພ້ອມທັງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ ກໍານົດເຂດວັງສະຫງວນ ທັງໝົດ 6 ຈຸດ ເພື່ອເປັນການປຸກຈິດສໍານຶກໃຫ້ທົ່ວປວງຊົນ ຄົນຮຸ່ນຫລັງໃຫ້ຮູ້ຈັກລະບົບນິເວດຊີວະນາງໆພັນໄປຄວບຄູ່ກັບການອອກລະບຽບຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຂະຫຍາຍພັນຂອງສັດນໍ້າ-ສັດປ່າ, ສະກັດກັ້ນການຄ້າຂາຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອານຸລັກປົກປັກຮັກສາສັດນໍ້າສັດປ່າໃຫ້ອຸດົມສົມບູນ ແລະ ຍືນຍົງ.


ຂ່າວ: ບຸນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າຂອງໄດ້ຍິນສຽງແຕກ ກ່ອນໄຟຈະລຸກໄໝ້ລົດເກງເສຍຫາຍໝົດຄັນ
Next Post: ເມືອງທົ່ງມີໄຊ 34 000 ໂຕ ແລະ ສັດປ່າ ຈໍານວນໜຶ່ງ

Related Posts

ຈໍາປາສັກອອກແຈ້ງການສືບຕໍ່ເພີ່ມທະວີຄວາມເຂັ້ມງວດປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ຈັບລາຍນ້ອຍອີກສອງ ບ້ານສີວິໄລ ເມືອງນາຊາຍທອງ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເຂົ້າສະກັດ ຈັ ບ ລົດຕ໊ອກໆບັນທຸກ ໂ ຄ ເ ຄ ນ ກຽມສົ່ງຂ້າມຊາຍແດນ ຂ່າວສານບ້ານເມືອງ
ຊ່ວຍແມ່ລໍາພອນແດ່ ຍ້ອນບໍ່ຢາກຕາຍ ເງິນບໍ່ມີ ກໍ່ເອົາຕົນເອງມາປິ່ນປົວຢູ່ນະຄອນຫລວງວຽງຈັນ ຂ່າວສານບ້ານເມືອງ
ປະທານສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ຂຶ້ນປະຕິຍານຕົນ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຂ່າວສານບ້ານເມືອງ
ຈັບສອງຜົວເມຍລາຍໃຫຍ່ 6.608.000 ເມັດ ທີ່ບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme