Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະເຫລີມສະຫລອງຮູບປັ້ນເຈົ້າໄຊຍະເສດຖາທິຣາຊ 21-28 ກໍລະກົດ

Posted on 15/07/202015/07/2020 By All in LAOS No Comments on ສະເຫລີມສະຫລອງຮູບປັ້ນເຈົ້າໄຊຍະເສດຖາທິຣາຊ 21-28 ກໍລະກົດ

ປະຫວັດຄວາມເປັນມາຂອງໂຄງການກໍ່ສ້າ ອະນຸສາວະລີ ສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ເພື່ອໄປປະດິດສະຖານທີແຂວງອັດຕະປື

ອະນຸສາວະລີ ພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາດມະຫາຣາຊ ສ້າງຂຶ້ນ ເພື່ອຈາຣຶກ ຄຸນງາມຄວາມດີ ເຊີດຊູກຽດສັກສີ ຂອງວິຣະກະສັດລາວລ້ານຊ້າງ ຜູ້ສະຫຼຽວສະຫຼາດອົງອາດກ້າແກ່ນ,ມີຄວາມປີຊາສາມາດເປັນແວ່ນແຍງອັນໃສແຈ້ງແກ່ລູກຫລານໄດ້ສືບທອດກັນມາຫລາຍເຊັ່ນຄົນຈົນທຸກວັນນີ້ແລະຊົ່ວກາລະນານ


ເຈົ້າຂອງໂຄງການ ແມ່ນ ອົງການປົກຄອງທ້ອງຖິ່ນແຂວງອັດຕະປື, ມີ ພະນະທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ ເປັນປະທານທີ່ປຶກສາກິຕິມະສັກ ເປັນຜູ້ຊີ້ນຳ – ນຳພາການກໍ່ສ້າງ, ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ເປັນຜູ້ຮັບຜິດຊອບ ວຽກງານອອກແບບ, ເທທອງຫລໍ່ ແລະ ການກໍ່ສ້າງທັງຫມົດ.


ຮູບຫລໍ່ເໝືອນ ພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ມະຫາຣາຊ ຊົງປະທັບຊ້າງປະທານພອນ ຖືກຫລໍ່ດ້ວຍທອງເຫຼືອງ ເນື້ອບໍລິສຸດ ນ້ຳຫນັກລວມ ໑໘ ໂຕນ, ມູນຄ່າກໍ່ສ້າງທັງຫມົດ ໓໘ ຕື້ກີບ, ທຶນຮອນໃນການກໍ່ສ້າງ ແມ່ນມາຈາກ ການປະກອບສ່ວນສົມທົບທຶນ ຂອງທົ່ວປວງຊົນເຊື້ອຊາດລາວ ທັງພາຍໃນ ແລະຕ່າງປະເທດ ແລະການອຸປະຖຳຫລັກ ຂອງໂຄງການບໍ່ຄຳວັງຕັດ ເມືອງຊານໄຊ ແຂວງອັດຕະປື.

ວັນທີ 29 ມິຖຸນາ ຄ.ສ 2018 ກົງກັບມື້ຂຶ້ນ ໑໓ ຄ່ຳເດືອນ ໖ ພ.ສ ໒໕໖໑ ເປັນມື້ວາງສີລາຈາຣຶກ. ວັນທີ 06 ກຸມພາ ຄ.ສ 2020 ກົງກັບມື້ຂຶ້ນ ໑໓ ຄ່ຳ ເດືອນ ໓ ພ.ສ ໒໕໖໒ ເປັນມື້ເທທອງຫລໍ່ສຽນ ຢູ່ທີ່ວັດທາຕຸພຣະໄຊ ເມືອງ ໄຊເສດຖາ ແຂວງອັດຕະປື.

ວັນທີ 23 ກໍລະກົດ ຄ.ສ 2020 ກົງກັບມື້ຂຶ້ນ ໓ ຄ່ຳ ເດືອນ ໙ ພ.ສ ໒໕໖໓ ຂະບວນແຮ່ ຈາກນະຄອນຫຼວງວຽງຈັນ ລົງມາ ແຂວງອັດຕະປື ໃຊ້ເວລາ ໕ ມື້ ໕ ຄືນ. ຕາມແຜນການ ທີ່ກຳນົດໄວ້ນັ້ນ ແມ່ນວັນທີ 28 ພະຈິກ ຄ.ສ 2020 ກົງກັບມື້ ຂຶ້ນ ໑໓ ຄ່ຳ ເດືອນ ຈຽງ ເດືອນ ໑ ພ.ສ ໒໕໖໓ ເປັນມື້ສົມໂພດ.

ຂອບໃຈ : Info: Vangtat mining
Photo: ມວຍວັກກຣາຟຟິກ

ຮຽບຮຽງໂດຍ: Houmphet Manisouk / Art and Culture of Laos

ຂ່າວສານບ້ານເມືອງ

Post navigation

Previous Post: ລັດເລັ່ງແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່
Next Post: ເກີດເຫດ! ລົດຮຸ່ນໃດແກ່ເຄື່ອງປີ້ນ ເສັ້ນທາງ 13 ໃຕ້

Related Posts

ຂ່າວດັງ ທໍ າ ລ າ ມົ ກ ອອກມາຍ່ຽວກາງສາທາລະນະ ຂ່າວສານບ້ານເມືອງ
ຄໍາສັ່ງຍົກເລີກການເກັບອາກອນແບບຈີກປີລາຍວັນ ແລະ ອອກບັດປະຈໍາເດືອນ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນເສຍຊີວິດຄາກອງເພີງ 1 ຄົນທີ່ບ້ານສາລະຄໍາໃຕ້ ຂ່າວສານບ້ານເມືອງ
ເຕືອນໄພໂຈນລັກຊັບ ຄລິບໂຈນຕັດກະແຈປະຕູລັກເອົາລົດຈັກ ຂ່າວສານບ້ານເມືອງ
ທ່າທາຍ ລັ ກ ຕັດສາຍໄຟແຮງສູງທາງລົດໄຟຖືກໄຟຟ້າ ຊ໋ ອ ດ ຂ່າວສານບ້ານເມືອງ
ງາມແທ້! ຂໍສະແດງຄວາມຍິນດີກັບ ນາງງາມ ຈາກປະເທດ ເມັກຊີໂກ ໄດ້ຮັບຕໍາແໜ່ງ Miss Universe 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme