Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ທົບທວນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພ້ອມເປີດ SDGs Application

Posted on 15/07/202015/07/2020 By News No Comments on ສປປ ລາວ ທົບທວນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພ້ອມເປີດ SDGs Application

ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ຄັ້ງທີ 2 ໃນຕອນເຊົ້າຂວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບ ຮົມ ແລະ ຮ່ວມມືສາກົນ (ICTC), ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະ ນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ຢູ່ ສປປ ລາວ.

Image may contain: 2 people

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ ໄຂບັນຫາທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸ ບັນ, ຊຶ່ງປະກອບຢູ່ໃນທັງໝົດ 17 ເປົ້າໝາຍ ແລະ ພິເສດສໍາລັບ ສປປ ລາວ ໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດ ນັ້ນຄືເປົ້າໝາຍທີ 18: ຊີວິດປອດໄພຈາກລະ ເບີດບໍ່ທັນແຕກ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາຄືນ ແລະ ສັງ ລວມບັນດາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ (2017 – 2020) ນັບຕັ້ງ ແຕ່ກອງປະຊຸມຄັ້ງປະຖົມມະລືກ ໃນປີ 2017, ໂດຍສະ ເພາະ ໃນທ່າມກາງທີ່ສະ ພາບການຂອງໂລກ ມີຄວາມສັບ ສົນ ແລະ ມີສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນຕົ້ນແມ່ນ ຜົນກະທົບຈາກການລະບາດຂອງ ພະຍາດ ໂຄວິດ-19 ຊຶ່ງສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ເສດຖະ ກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ. ກອງປະຊຸມຄັ້ງນີ້ ຈິ່ງມີຄວາມສໍາຄັນສໍາລັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຈຸດປະສານງານເປົ້າໝາຍການພັດທະນາແບບຍືນຍົງ ແຕ່ລະກະຊວງ ເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ, ຕີລາຄາຈຸດດີຈຸດອ່ອນ ແລະ ຍົກໃຫ້ເຫັນບັນດາສິ່ງທ້າ ທາຍໃນສະພາບການດັ່ງກ່າວ ແລະ ພ້ອມກັນກຳນົດທິດ ທາງ ແລະ ມາດຕະການ ໃນການແກ້ໄຂບັນດາສິ່ງທ້າທາຍ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຕາມຄຳຂວັນທີ່ວ່າ “ ພວກເຮົາພ້ອມກັນກ້າວໄປ ”.

Image may contain: one or more people and indoor

ມາຮອດປັດຈຸບັນ, ສປປ ລາວ ໄດ້ເຊື່ອມສານ ເປົ້າ ໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຈະສືບຕໍ່ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນຕໍ່ໜ້າ ໂດຍໄດ້ສຳເລັດການເຊື່ອມສານທັງໝົດ 238 ຕົວຊີ້ບອກຂອງເປົ້າໝາຍການພັດທະນາແບບຍືນຍົງ ແລະ ມອບໝາຍໃຫ້ແຕ່ກະຊວງ ແລະ ຂະແໜງການກ່ຽວຂ້ອງຮັບຜິດຊອບ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາແຜນປະຕິບັດແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຊຶ່ງປະກອບມີ: ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮັບຮອງເອົາການກະກຽມໃຫ້ແກ່ ຮ່າງບົດລາຍ ງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໃນປີ 2021. ພ້ອມດຽວກັນນີ້ ໄດ້ມີການເປີດຕົວນຳໃຊ້ ແອັບພລິເຄເຊີນ ເປົ້າໝາຍການພັດທະນາແບບຍືນຍົງ (SDGs Application) ຢ່າງເປັນທາງການ ຢູ່ ສປປ ລາວ ເພື່ອເພີ່ມຊ່ອງທາງການເຂົ້າເຖິງແຫຼ່ງຂໍ້ມູນໃຫ້ວ່ອງໄວ ແລະ ທັນການ.

Image may contain: 1 person, indoor

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະ ມົນຕີ ໄດ້ເນັ້ນຍ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິ ບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໂດຍໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ເຊື່ອມສານ ເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ສະບັບ ທີ່ IX ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຮ່າງໃນປັດຈຸບັນ, ພ້ອມທັງສືບຕໍ່ຄົ້ນຄວ້າສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກ ເພື່ອບັນລຸບັນດາວຽກງານຂອງ ເປົ້າໝາຍການພັດທະນາແບບຍືນຍົງໃຫ້ໄດ້ຕາມເປົ້າໝາຍ ແລະ ນຳເອົາ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ໃນອະນາຄົດ. ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງເຖິງການມີສ່ວນຮ່ວມຢ່າງຕັ້ງໜ້າຈາກທຸກພາກ ສ່ວນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າໝາຍ ແລະ ຄາດໝາຍຂອງ ເປົ້າໝາຍການພັດ ທະນາແບບຍືນຍົງຕາມຄຳຂວັນ “ ພວກເຮົາພ້ອມກັນກ້າວໄປ ”.

Image may contain: indoor

ໂດຍ: ບຸນຕຽງ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸບັດຕິເຫດ! ເຮືອບິນຕົກໃນໂຊມາລີ ສາຍການບິນເຄນຢາ Bluebird Aviation
Next Post: ລັດເລັ່ງແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່

Related Posts

ເກີດເຫດ! ຄົນນອນ ເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ຫຼາຍພາກສ່ວນຍັງສືບຕໍ່ໃຫ້ການອຸປະຖຳ ໃນການກໍ່ສ້າງຂົວຂ້າມນ້ຳພີດ ຂ່າວສານບ້ານເມືອງ
ປີ 2020 ເມືອງໄຊຍະບູລີ ຈະປ່ອຍປາ 8,000,000 ໂຕສູ່ທໍາມະຊາດ ຂ່າວສານບ້ານເມືອງ
ຮູບພາບ ພຣະທາຕຸຊຽງລົມ ເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ພີ່ນ້ອງຕ້ອງກົດອ່ານ! ຂໍ້ ຫ້ າ ມ ແລະ ຂໍ້ຜ່ອນຜັນ ຂ່າວສານບ້ານເມືອງ
ສປປ ລາວ ກະກຽມຊື້ອຸປະກອນການແພດເພີ່ມເພື່ອຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme