Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫະພັນແມ່ຍິງ ກອງພົນທີ 4 ເອົາໃຈໃສ່ຖືສຳຄັນວຽກງານ 3 ດີ 4 ພັດທະນາ

Posted on 15/07/202015/07/2020 By News No Comments on ສະຫະພັນແມ່ຍິງ ກອງພົນທີ 4 ເອົາໃຈໃສ່ຖືສຳຄັນວຽກງານ 3 ດີ 4 ພັດທະນາ

ໃນຕະຫຼອດໄລຍະທີ່ຜ່ານມາ ພະແນກສະຫະພັນແມ່ຍິງ ກອງພົນທະຫານຮາບທີ 4 ແມ່ນຫົວໜ່ວຍອົງການຈັດຕັ້ງໜຶ່ງທີ່ຖືເອົາວຽກງານສຶກສາອົບຮົມການເມືອງ – ແນວຄິດ ເປັນກົກ, ເຂົ້າໃນການສຶກສາອົບຮົມບັນດາຄະນະໜ່ວຍສະຫະພັນແມ່ຍິງ, ເອື້ຶອຍນ້ອງສະຫະພັນແມ່ຍິງ, ເພື່ອເຮັດໃຫ້ແຕ່ລະສະຫາຍມີຄວາມໜັກແໜ່ນເຂັ້ມແຂງ, ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງລາວວາງອອກ.

Image may contain: one or more people, tree, plant, sky, grass, outdoor and nature
Image may contain: 2 people, outdoor and nature

ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າພະແນກສະຫະພັນແມ່ຍິງກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ: ພະແນກສະຫະພັນແມ່ຍິງພວກເຮົາໄດ້ຖືເອົາການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງເປັນຕົ້ນແມ່ນໄດ້ເຂົ້າຮ່ວມກອງປະຊຸມເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ – ລັດ ກໍ່ຄືຂໍ້ກໍານົດກົດລະບຽບຂອງກອງທັບ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທິ VII ຂອງສູນກາງສະຫະພັນແມ່ຍິງລາວ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ພັດທະນາ, ສ້າງແຜນການລົງຊຸກຍູ້ຢູ່ບັນດາກົມກອງ ແລະ ໃກ້ຊິດຕິດແທດກັບເອື້ອຍນ້ອງຮາກຖານກົມກອງເຮັດຂະບວນການດັ່ງກ່າວເປັນຮູບປະທຳຈຶ່ງໄດ້ເຮັດໃຫ້ເອື້ອຍນ້ອງສະຫະພັນແມ່ຍິງແຕ່ລະໜ່ວຍ ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການຕໍ່ວຽກງານວິຊາສະເພາະຂອງຕົນຮັບຜິດຊອບ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ປັບປຸງການຈັດຕັ້ງຂັ້ນໜ່ວຍໃນແຕ່ລະໜ່ວຍ, ເມື່ອຄົບກຳນົດກໍ່ໄດ້ດຳເນີນກອງປະຊຸມໃຫຍ່ໃນແຕ່ລະໜ່ວຍ, ເພື່ອເຮັດໃຫ້ການຊີ້ນຳ – ນໍາພາສະມາຊິກສະຫະພັນແໜ້ນໜາມີຄຸນນະພາບ ແລະ ບັນດາໜ້າວຽກຕ່າງໆ ທີ່ສຳຄັນ, ປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນພັດທະນາແມ່ຍິງ 8 ແຜນງານ 29 ໂຄງການຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກຕາມເນື້ອໃນຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ, ໃນໄລຍະຜ່ານມາເອື້ອຍນ້ອງສະຫະພັນແມ່ຍິງໄດ້ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານຕາມເຫງື່ອນໄຂ ແລະ ຄວາມສາມາດຕົວຈິງ ໂດຍສະເພາະແມ່ນການປະຕິບັດຕາມໂຄງການພັດທະນາຕົນເອງຢ່າງຮອບດ້ານ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ຂອງແມ່ຍິງລາວ ແລະ ສົ່ງສີມເອື້ອຍນ້ອງແມ່ຍິງຈັດຕັ້ງສ້າງຂະບວນການເພີ່ມພູນຜະລິດຜົນ, ປູກຜັງ – ລ້ຽງສັດ, ຕ່ຳຫູກ ທໍໄໝ, ຫຍິບປັກທັກແສ່ວເພື່ອສ້າງເສດຖະກິດ ແລະ ອື່ນໆ… ສະເລ່ຍລາຍຮັບບໍ່ຕ່ຳກວ່າ 1,500,000 – 2,000,000 ກີບ ຕໍ່ຄົນຕໍ່ປີ, ສ້າງຄອບຄົວຕົວແບບໄດ້ 10 ຄອບຄົວ, ກົມກອງ 3 ດີ 12 ກົມກອງ, ໜ່ວຍ 3 ດີ ມີ 14 ໜ່ວຍ, ບຸກຄົນ 3 ດີ ປະເພດໜຶ່ງມີ 326 ຄົນ, ບຸກຄົນ 3 ດີ ປະເພດ II ມີ 120 ຄົນ, ເພື່ອຕອບສະໜອງກັບຜົນງານ ແລະ ໄຊຊະນະຂອງສະຫະພັນແມ່ຍິງຍາດມາໄດ້ໄນໄລຍະຜ່ານມາຍ້ອງຍໍເລື່ອນຊັ້ນ, ທຽບຊັ້ນ, ສ້າງມະຫາຊົນເຂົ້າພັກຕາມ 5 ມາດຖານ ໃນນັ້ນໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີ 10 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 20 ສະຫາຍ, ຫຼຽນກາແຮງງານມີ 50 ສະຫາຍ ແລະ ໃບຍ້ອງຍໍປະເພດຕ່າງໆ 60 ສະຫາຍ ຢ່າງສົມກຽດ.

Image may contain: 3 people, people standing, shoes, sky, tree, child, basketball court and outdoor
Image may contain: 11 people, people standing, tree, plant, sky, child, outdoor and nature

ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທະຫານຮາບທີ 4 ໃຫ້ຮູ້ຕື່ມອີກວ່າ: ຈາກການເຄື່ອນໃຫວ ແລະ ຜົນງານທີ່ກ່າວມາຂ້າງເທິງນີ້, ຍັງມີຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງພ້ອມກັນເປັນເຈົ້າການປັບປຸງແກ້ໄຂ ໂດຍສະເພາະແມ່ນຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນພາຍໃນຄະນະໜ່ວຍສະຫະພັນແມ່ຍິງໃນແຕ່ລະໜ່ວຍ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເພີ່ມຄວາມສາມັກຄີພາຍໃນ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນເສີມຂະຫຍາຍມູນເຊື້ອຂອງຊາດ, ມູນເຊື້ອຂອງ ສະຫະພັນແມ່ຍິງລາວ, ມູນເຊື້ອຂອງກອງທັບກໍ່ຄືມູນເຊື້ອຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກໃຫ້ປະກົດຜົນເປັນຈິງໃນສຸມປີຕໍ່ໜ້າ.

Image may contain: 1 person, sitting and indoor
Image may contain: 2 people, shoes and outdoor

ຂ່າວໂດຍ: ໂພຄຳ ພອນປະເສີດ (ນັກຂ່າວກອງພົນທີ 4)
ພາບໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງວຽງຈັນ ປ່ອຍປາ ສູ່ທຳມະຊາດ 50.000 ໂຕ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ
Next Post: ອຸບັດຕິເຫດ! ເຮືອບິນຕົກໃນໂຊມາລີ ສາຍການບິນເຄນຢາ Bluebird Aviation

Related Posts

ກຽມເປີດຖຽງນາພັນລ້ານ ຂອງ ຢູ່ນາ ສະຕູດີໂອ ຂ່າວສານບ້ານເມືອງ
ເມືອງປາກງື່ມ ຢືນຢັນຂໍ້ກ່າວຫາການ ຍິ ງ ປື ນ ໃນຄ່ຳຄືນວັນອອກພັນສາ ບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ
ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ ໃນປີ 2020 ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ຫຼວງພະບາງອອກຄໍາສັ່ງເພີ່ມທະວີມາດຕະການປ້ອງກັນ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຊ່ວຍແມ່ລໍາພອນແດ່ ຍ້ອນບໍ່ຢາກຕາຍ ເງິນບໍ່ມີ ກໍ່ເອົາຕົນເອງມາປິ່ນປົວຢູ່ນະຄອນຫລວງວຽງຈັນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເກີດເຫດ ໄຟໄໝ້ ເຂດບ້ານ ໂພນສີນວນຮ່ອມ 2 ນະຄອນຫຼວງວຽງຈັນ (ມີຄລິບໄລ້ສົດ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme