Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງວຽງຈັນ ປ່ອຍປາ ສູ່ທຳມະຊາດ 50.000 ໂຕ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ

Posted on 15/07/202015/07/2020 By News No Comments on ແຂວງວຽງຈັນ ປ່ອຍປາ ສູ່ທຳມະຊາດ 50.000 ໂຕ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ

ໃນວັນທີ 13 ກໍລະກົດ 2020 ຜ່ານມານີ້ ແຂວງວຽງຈັນໄດ້ຈັດພິທີປ່ວຍປາລົງສູ່ ທໍາມະຊາດທີ່ວັງສະຫງວນນໍ້າແຈ້ງ ເມືອງວຽງຄໍາ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນ ແຂວງວຽງຈັນ, ມີບັນດາທ່ານການນຳຂັ້ນແຂວງ, ຂັ້ນເມືອງ,ບັນດາຫົວຫນ້າ, ຮອງຫົວຫນ້າພະແນກການ, ອົງການ, ກົມກອງ, ຕະຫລອດຮອດປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.

ທ່ານ ພູວົງ ບຸນຊູ ຫົວຫນ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນໄດ້ກ່າວວ່າ:ພິທີປ່ອຍປາໃນວັນຄັ້ງນີ້ແມ່ນໄດ້ປ່ອຍປາ ລົງສູ່ທໍາມະຊາດ ວັງສະຫງວນນໍ້າແຈ້ງ ຈໍານວນ 50.000 ໂຕ, ປາທີ່ປ່ອຍໃນມື້ນີ້ ມີປານິນ, ປາໄນ, ປາປາກ, ປາເກັດແລບ ແລະ ປາທຳມະຊາດເຊິ່ງແມ່ນການຕອບສະໜອງລູກປາ ຈາກສູນຜະລິດແນວພັນປາ ແຂວງວຽງຈັນ. ໂດຍປະຕິບັດ ຕາມ ທິດສາມສ້າງ ສະເພາະ ຂົງເຂດການລ້ຽງສັດ ແລະ ການປະມົງ ກໍ່ໄດ້ເອົາໃຈໃສ່ ຊຸກຍູ້ ການເປັນເຈົ້າການ ໃຫ້ກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເປັນເຈົ້າການຊີ້ນຳ-ນຳພາ, ປຶກສາຫາລື ແລະ ຊຸກຍູ້ອົງການປົກຄອງບ້ານ

ເພື່ອກຳນົດສ້າງເປັນວັງສະຫງວນຂອງບ້ານ. ໂດຍປະຕິບັດ ຕາມມາດຕາ 64 ຂອງ ກົດໝາຍ ວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ແລະ ມາດຕາ 69 ຂອງກົດໝາຍ ວ່າດ້ວຍ ການປະມົງ ແຫ່ງ ສ ປ ປ ລາວ, ປະຕິບັດຕາມທິດຊີ້ນຳ ແລະ ການມອບໝາຍ ຈາກ ຄະນະພັກອົງການປົກຄອງແຂວງ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສຸມໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຕໍ່ກັບການຈັດຕັ້ງ ຜັນຂະຫຍາຍ ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍ ການປະມົງ ໂດຍສະເພາະ ຈັດຕັ້ງພິທີປ່ອຍປາ ດວ້ຍຄວາມຮັບຜິດຊອບສູງ ໂດຍແນໃສ່ປະຕິບັດຕາມ ແນວທາງນະໂຍບາຍ ຂອງ ພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ແຜນງານ ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ເພີ້ມທະວີ ການສະກັດກັ້ນ ການລັກລອບ ການຈັບປາ, ການລ່າ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ຄຸ້ມຄອງ ໂດຍສະເພາະ ແມ່ນໃນຍາມປາຂຶ້ນໄຂ່, ສັດປ່າຖືພາມານ ເຊິ່ງໄດ້ກຳນົດ ເຂດສະຫງວນພັນ ສັດນ້ຳ ແລະ ສັດປ່າ ໃນທຸກລະດູການ ແລະ ຕິດຕາມ ກວດກາ ບຸກຄົນ ທີ່ສວຍໂອກາດ ລັກລອບລ່າ ສັດປ່າ ແລະ ຊື້-ຂາຍ ສັດປ່າ ປະເພດຫວງຫ້າມ ແລະປະເພດຄຸ້ມຄອງ,ສົ່ງເສີມປະຊາຊົນ, ຜູ້ປະກອບການ ແລະ ທຸກພາກສ່ວນເສດຖະກິດ ໃນການລ້ຽງປາ ແລະ ສັດນໍ້າ ໃສ່ໜອງ,ໃສ່ກະຊັງ ແລະ ຮູບແບບອື່ນໆ ນັບມື້ໃຫ້ເພີ່ມຂຶ້ນເລື້ອຍໆ ເພື່ອຕອບສະໜອງອາຫານ ( ຊີ້ນ – ປາ ) ໃຫ້ແກ່ສັງຄົມໃຫ້ໄດ້ຮັບ ພະລັງງານ ຢູ່ໃນລະດັບ 2.600 ກິໂລກະລໍຣີ / ຄົນ/ວັນ, ໃນນັ້ນ ພະລັງງານ ຈາກ ທາດຊີ້ນ,ປາ ປະມານ 422 ກິໂລກະລໍຣີ / ຄົນ / ວັນ.ຜ່ານການຈັດຕັ້ງ ປະຕິບັດຕົວຈິງ ໃນໄລຍະຜ່ານມາ ອົງການປົກຄອງ ແຕ່ລະຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ແມ່ ປະຊາຊົນ ບັນດາເຜົ່າ, ຂະແໜງການທີ່ກ່ຽວຂ້ອງ ແລະ ພາກສ່ວນເສດຖະກິດ-ສັງຄົມ ຕ່າງໆ

ໄດ້ປະກອບສ່ວນເປັນເຈົ້າການ ໃນການປົກປັກຮັກສາ ສັດນ້ຳ ແລະ ສັດປ່ານາໆ ຊະນິດ ໄດ້ມີການຄຸ້ມຄອງ ການຫາການລ່າ ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຕ່າງ ຂອງລັດ ເຮັດໃຫ້ທໍາມະຊາດ, ທົ່ງນາ ແລະ ປ່າໄມ້ ໄດ້ມີສັດນໍ້າ-ສັດປ່າ ນາໆຊະນິດ ໄດ້ອາໄສຢູ່ຕາມທຳມະຊາດ ໄດ້ຢ່າງໝັ້ນຄົງ ຈະເລີນເຕີບໂຕໄວ ແລະເກີດແມ່ແຜ່ລູກຫຼາຍຂື້້ນ.

ການຈັດຕັ້ງ ພິທີສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ ຢູ່ແຂວງວຽງຈັນ ໄດ້ ຈັດຕັ້ງປະຕິບັດທຸກໆປີ ເຊິ່ງແຕ່ລະປີໄດ້ປ່ອຍປາ ລົງໃສ່ ອ່າງນ້ຳ, ຫ້ວຍຮ່ອງ, ໜອງບຶງທໍາມະຊາດ. ນອກຈາກ ການຈັດຕັ້ງພິທີສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ ຢູ່ຂັ້ນແຂວງແລ້ວ ກໍ່ຍັງໄດ້ຈັດຕັ້ງວັນດັ່ງກ່າວນີ້ຂຶ້ນ ຢູ່ແຕ່ລະເມືອງ ແລະ ກໍ່ໄດ້ປ່ອຍປາ ລົງໃສ່ ອ່າງນ້ຳ,ຫ້ວຍຮ່ອງ, ໜອງບຶງທໍາມະຊາດ ປີລະຫຼາຍກ່ວາ 500.000 ໂຕຂຶ້ນໄປ ແນໃສ່ເພື່ອຕອບສະໜອງລະບຽງອາຫານໃຫ້ຄົນເຮົາໄດ້ບໍລິໂພກ.

#ພາບ-ຂ່າວ ນັກຂ່າວ ແຂວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ສືບສວນແລ້ວ! ແມ່ນຫຼົງໂຕງົວ ເຫດເກີດຂຶ້ນຢູ່ ບ້ານປາກເປາະ ເມືອງວັງວຽງ
Next Post: ສະຫະພັນແມ່ຍິງ ກອງພົນທີ 4 ເອົາໃຈໃສ່ຖືສຳຄັນວຽກງານ 3 ດີ 4 ພັດທະນາ

Related Posts

ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດ +6 ຂ່າວສານບ້ານເມືອງ
ຂົວຫ້ວຍກະເພີຫັກອີກແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ຄົນເຈັບອຸ່ນໃຈ! ແພດໝໍຍິນດີ! ອຸດົມໄຊປິ່ນປົວຫາຍດີກັບບ້ານໝົດທຸກຄົນແລ້ວ ຂ່າວສານບ້ານເມືອງ
ອ່ານດ່ວນ ການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ໃນປີ 2022 ຂ່າວສານບ້ານເມືອງ
ພໍ່ ແມ່ ຂອງນາງສຸນິສາ ລີ ມີຄວາມພູມໃຈ ຕໍ່ບ້ານເກີດເມືອງນອນຂອງຕົນ ກໍຄືລາວ ຂ່າວສານບ້ານເມືອງ
Update ສະຖານະການ COVID-19 ຢູ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme