Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງພີນ ສໍາເລັດການສ້ອມແປງຂົວຂ້າມຫ້ວຍແຫ່ງທີສາມ ເຂດ 8

Posted on 14/07/202014/07/2020 By News No Comments on ເມືອງພີນ ສໍາເລັດການສ້ອມແປງຂົວຂ້າມຫ້ວຍແຫ່ງທີສາມ ເຂດ 8

ໃນລະຫວ່າງວັນທີ 10 ກໍລະກົດ 2020 ບັນດາຄະນະການນໍາຂອງເມືອງພີນໄດ້ສ້າງຂະບວນການນໍາພາປະຊາຊົນກຸ່ມບ້ານພັດທະນາທີ 8 ສ້ອມແປງຂົວທີ່ເປ່ເພຈາກອາຍຸການໃຊ້ງານໃນໄລຍະຜ່ານມາ ໂດຍພາຍໃຕ້ການນໍາພາຂອງ ທ່ານ ສາລີ ວິນລາວັນ ເລຂາພັກເມືອງ ເຈົ້າເມືອງໆພີນ ພ້ອມຄະນະ, ມີບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາສະເພາະກ່ຽວຂ້ອງ ແລະ ປະຊາຊົນກຸ່ມບ້ານພັດທະນາທີ8 ມີຈໍານວນຄົນທັງໝົດ 97 ຄົນ ຍິງ 20 ຄົນຮ່ວມຂະບວນການຢ່າງເຂັ້ມແຂງ.

Image may contain: one or more people, sky, cloud, tree and outdoor
Image may contain: one or more people and outdoor

ໃນການສືບຕໍ່ສ້ອມແປງຂົວແຫ່ງທີ 3 ຄັ້ງນີ້ ແມ່ນຕັ້ງຢູ່ເຂດບ້ານນາໂພຄໍາ (ຂົວຫ້ວຍເລະ) ເຂດ8 ເຊີ່ງຫ່າງຈາກເທດສະບານເມືອງພີນປະມານ 21 ກິໂລແມັດ, ມີຄວາມຍາວ 15 ແມັດ, ກວ້າງ 4 ແມັດ, ພື້ນຖານໂຄ່ງຮ່າງຂົວແມ່ນເຫຼັກໜາ ແລະດ້ານເທິງແມ່ນປູດ້ວຍໄມ້. ເຊີ່ງໄດ້ຮັບການສ້ອມແປງຄືນໃໝ່ປະກອບມີ : ໄດ້ມີການຍົກຫົວຂົວຂື້ນໃໝ່, ຮື້ຖອນໄມ້ປູເກົ່າທີ່ໃຊ້ງານບໍ່ໄດ້ອອກ ແລະໄດ້ມີການປັບປຸງຖົມຫົວຂົວ ສ່ວນມູນຄ່າການສ້ອມແປງຂົວຂ້າມຫ້ວຍຄັ້ງນີ້ລວມເປັນເງີນປະມານເກືອບ 50 ລ້ານກີບ ແມ່ນໄດ້ຮັບທຶນສົມທົບປະກອບສ່ວນຈາກຊຸມຊົນເຂດກຸ່ມບ້ານດັ່ງກ່າວ.

Image may contain: one or more people, sky and outdoor
Image may contain: 12 people, people standing and outdoor
Image may contain: one or more people and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸເຕືອນ! 16 ຫາ 19 ກໍລະກົດ 2020 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ
Next Post: ແຕກຕື່ນທົ່ວບ້ານ ເຫດພົບເຫັນຄົນນອນແຊ່ທີ່ຮ່ອງເຂດບ້ານຮ່ອງໄກ່ແກ້ວ

Related Posts

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນ ຂ່າວສານບ້ານເມືອງ
ພົບຊາຍເສຍຊີວິດ ໄຫຼນໍ້າຂອງ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ
43 ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ປັດຈຸບັນປະຊາຊົນຕ້ອງການຄວາມຊ່ວຍເຫຼືອດ້ານອາຫານການກິນຢ່າງຮີບດ່ວນ ຂ່າວສານບ້ານເມືອງ
ຊົມເຊີຍ! ຄົນເຈັບໂຄວິດ-19 ກໍລະນີ ທີ່ 2 ແລະ 13 ອອກໂຮງໝໍແລ້ວ ມື້ນີ້ ຂ່າວສານບ້ານເມືອງ
ກັກຕົວເປົ້າໝາຍ ສໍ້ ໂ ກ ງ ຊັ ບ 945.000.000 ກີບ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເຄື່ອນໄຫວວຽກຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme