Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນໍາແຂວງຫຼວງພະບາງ ຮ່ວມກັນ ປ່ອຍປາລົງແມ່ນໍ້າຂອງ ແລະ ສູດເຂດອານຸລັກຊີວະນາໆພັນ

Posted on 14/07/202014/07/2020 By All in LAOS No Comments on ການນໍາແຂວງຫຼວງພະບາງ ຮ່ວມກັນ ປ່ອຍປາລົງແມ່ນໍ້າຂອງ ແລະ ສູດເຂດອານຸລັກຊີວະນາໆພັນ

ພິທີປ່ອຍປາໄດ້ຈັດຂື້ນໃນວັນທີ 13 ກໍລະກົດ 2020 ຢູ່ທີ່ທ່ານໍ້າຂອງບ້ານຊຽງທອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ,ພະແນກການອ້ອມຂ້າງແຂວງ,ເຈົ້າເມືອງ ແລະ ເຈົ້ານະຄອນຫຼວງພະບາງ ຕະຫຼອດຮອດພະນັກງານວິຊາການ,ນັກທຸລະກິດເຂົ້າຮ່ວມ.

ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ ກ່າວວ່າ: ເນື່ອງໃນວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວ ແລະ ເປັນວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ນະຄອນຫຼວງພະບາງ ຈິ່ງໄດ້ຈັດໃຫ້ມີພິທີປ່ອຍປາຂື້ນຢ່າງເປັນທາງການເຊິ່ງໃນປີນີມີປາທີ່ນໍາມາປ່ອຍທັງໝົດ 30.000ກວ່າໂຕ, ໃນນັ້ນການປະກອບສ່ວນຈາກບໍລິສັດ ແສງເພັດກໍ່ສ້າງຂົວທາງ-ລີສອດປາກຄານ ມອບເງິນ ແລະ ປາ ມູນຄ່າ 20.000.000ກີບ,ໂຄງການເລນ 2 ຊື້ລູກປາ 10 ພັນໂຕ ແລະ ການປະກອບສ່ວນຂອງບັນດາພະແນກການ ປະຊາຊົນຈໍານວນໜຶ່ງຕື່ມອີກ.


ນອກນີ້ບໍລິສັດ ເພັດຈໍາພອນ ຍັງໄດ້ສະໜອງເຮືອໃຫຍ່ ເພື່ອນໍາໃຊ້ເຂົ້າໃນພິທີທາງສາສະໜາ ໂດຍໄດ້ຈັດໃຫ້ມີເພື່ອສູດເຂດອານຸລັກຊີວະນໍາໆພັນຢູ່ເຂດລ້ອງນໍ້າຂອງ.ແຕ່ປາກນໍ້າຄານຫາຜາຕັດແກ້ ບ້ານຊຽງແກ້ວ.

ສໍາລັບນະຄອນຫຼວງພະບາງ ໃນປີ 2017 ໄດ້ກໍານົດເຂດອານຸລັກຊີວະນາໆພັນ ຢູ່ລ້ອງນໍ້າຄານ ມີຄວາມຍາວ 8.216 ແມັດ,ແຕ່ແກ້ງຍອງ ບ້ານດອນແກ້ວຫາປາກແມ່ນໍ້າຄານ ກວມພື້ນທີ່ 13 ບ້ານສອງຟາກຝັ່ງ ນໍ້າຄານ ເຫັນວ່າໄດ້ຮັບຜົນດີຂື້ນ ແລະ ປີ2020 ອົງການປົກຄອງແຂວງຈິ່ງໄດ້ຈັດໃຫ້ມີການສ້າງເຂດອານຸລັກດັ່ງກ່າວນີ້ຂື້ນຕື່ມຢູ່ລ້ອງນໍ້າຂອງ ມີຄວາມຍາວ 7.720 ແມັດ ກວມເອົາ 15 ບ້ານລຽບຕາມຝັ່ງນໍ້າຂອງ ເລີ່ມແຕ່ແກ້ງກຸ້ງ ບ້ານຊຽງເຫຼັກ-ບ້ານໂພນສະອາດ ຫາປາກຄານ ບ້ານຊຽງທອງ-ຄີລີ ແລະ ແຕ່ປາກຄານ ລົງໄປຫາຜາຕັ້ງນາຍ ຫຼື ຜາຕັດແກ້ບ້ານຊຽງແກ້ວ-ບ້ານໂພນໄຊ.


ພິທີອັນມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ກ່າວປາໄສ ຕໍ່ພິທີ ເຊິ່ງມີບາງຕອນທ່ານກ່າວວ່າ: ລັດຖະບານລາວ ໄດ້ກໍານົດເອົາວັນ 13 ກໍລະກົດ ຂອງທຸກປີເປັນວັນອານຸລັກ ສັດນໍ້າ-ສັດປ່າແຫ່ງຊາດ,ຍ້ອນວ່າໃນຊ່ວງນີ້ ເປັນໄລຍະສັດຂະຫຍາຍພັນ,ຖືພາມານ,ວາງໄຂ່ ແລະ ເປັນໄລຍະທີ່ເໝາະສົມໃນການປ່ອຍສັດປະເພດຕ່າງໆ, ເຊິ່ງໄລຍະຜ່ານມາປະຊາຊົນລາວ ໂດຍສະເພາະ ກໍ່ແມ່ນຊາວຫຼວງພະບາງ ເຄີຍມີມູນເຊື້ອ ໃນການປ່ອຍສັດ,ໂຜດສັດ ຢ່າງເປັນຂະບວນຟົດຟື້ນ ໄດ້ກາຍເປັນ ຮີດຄອງປະເພນີອັນດີງາມສືບທອດກັນມາ ເປັນຕົ້ນແມ່ນບຸນປີໃໝ່ລາວ ເພື່ອໃຫ້ສັດໄດ້ແຜ່ຂະຫຍາຍພັນນັບມື້ນັບຫຼາຍຂື້ນ.

້າ-ສັດປ່າ ,ເສີມຂະຫຍາຍການປ່ອຍສັດນໍ້າ-ສັດປ່າ ປະເພດຕ່າງໆໃຫ້ຫຼາຍຂື້ນ ໃນອານາຄົດກໍ່ຈະເຮັດໃຫ້ສັດດັ່ງກ່າວບໍ່ສູນພັນ.ທັງໝົດນັ້ນກໍ່ເພື່ອເຮັດໃຫ້ນະຄອນຫຼວງພະບາງ ເຊິ່ງເປັນເມືອງວັດທະນະທໍາ ແລະ ທໍາມະຊາດ ທີ່ສວຍສົດງົດງາມ ອົງການ ອຸ່ຍແນັດສໂກ ໄດ້ໃຫ້ກຽດມອບໃບຢັ້ງຢືນ ເປັນເມືອງມໍລະດົກໂລກຢ່າງສົມກຽດ.ຍ້ອນພູມສັນຖານມີຄວາມອຸດົມສົມບູນດີ,ເຊິ່ງພົວພັນຢ່າງສະນິດແໜ້ນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ສະພາບແວດລ້ອມມີຄວາມດຸ່ນດ່ຽງ,ສັດປະເພດຕ່າງໆ ໄດ້ມີການຂະຫຍາຍພັນໄດ້ດີ.


ຂ່າວ: ເພັດສາຄອນ ສິມມະວົງ

.

ຂ່າວສານບ້ານເມືອງ

Post navigation

Previous Post: 5 ປີ ຂະແໜງການສຶກສາ-ກິລາ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 473 ໜ່ວຍພັກ
Next Post: ອຸຕຸເຕືອນ! 16 ຫາ 19 ກໍລະກົດ 2020 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ

Related Posts

ຫວຍພັດທະນາເພີ່ມ ການລຸ້ນລາງວັນ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ສະເໜີ ໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ອານຸບານ ຊົ່ວຄາວ ເພື່ອ ປ້ອງກັນ COVID-19 ຂ່າວສານບ້ານເມືອງ
ປ່ວງຢາຈັບພ້າໄລ່ຟັນຄົນ ເຈົ້າໜ້າທີ່ຍິງປືນຂູ່ແຕ່ລູກກະເດັນຖືກດັບຄາທີ່ ຂ່າວສານບ້ານເມືອງ
ອຸບັດຕິເຫດ ລົດຕຳກັນເສຍຊີວິດ ແລະ ໄດ້ຮັບບາດເຈັບ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1138ຄົນ ຂ່າວສານບ້ານເມືອງ
35% ຂອງລາຍຮັບຊຽງຂວາງແມ່ນມາຈາກກະສິກຳ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme