Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງບໍລິຄັນ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ

Posted on 14/07/202014/07/2020 By News No Comments on ເມືອງບໍລິຄັນ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ

ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນຫາ 4 ເຖື່ອນໃຫ້ໄດ້ຮັບຜົນສຳເລັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ຂອງເມືອງບໍລິຄັນໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ຢູ່ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

Image may contain: 2 people, people standing, sky, tree, child and outdoor

ວັດຖຸຂອງກາງຜິດກົດໝາຍ ທີ່ນຳມາທຳລາຍໃນຄັ້ງນີ້ ມີທັງໝົດ 733 ລາຍການ ຄື: ມີອາວຸດລ່າເນື້ອປະເພດປືນແກ໋ບ, ປືນປະດິດຍິງດ້ວຍລູກເດີເວ, ລູກເກົ້າ ໄດ້ ຈໍານວນ 544 ກະບອກ, ມີເລົາປືນແກ໋ບ 41 ເລົາ, ມີໝໍ້ຊ໋ອດປາ 71 ເຄື່ອງ ແລະ ມີຈັກສະຕິ໋ນ 77 ເຄື່ອງ.

Image may contain: 4 people, outdoor and food

ຕາມການລາຍງານຂອງການນຳເມືອງບໍລິຄັນ ເຫັນວ່າ ການນຳທຸກຂັ້ນໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນຂອງແຂວງ ຢ່າງຈິງຈັງ ຄະນະຮັບຜິດຊອບໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດ ລົງເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ກວດພົບບຸກຄົນຈໍານວນໜຶ່ງ ເຄື່ອນໄຫວລະເມີດຜິດລະບຽບກົດໝາຍ ເປັນຕົ້ນ ການຜະລິດ, ການມີໄວ້ຄອບຄອງ, ການຊື້-ຂາຍ ແລະ ນໍາໃຊ້ອາວຸດລ່າເນື້ອ, ຈັກສະຕິ໋ນ, ເຄື່ອງມືຫາປາ ແລະ ອື່ນໆ ທີ່ຜິດກົດໝາຍ, ຕໍ່ກັບຜູ້ທີ່ລະເມີດ ທາງເຈົ້າໜ້າທີ່ ໄດ້ທໍາການສຶກສາອົບຮົມໃຫ້ເຂົ້າໃຈຕໍ່ກັບລະບຽບກົດໝາຍ ພ້ອມທັງສ້າງບົດບັນທຶກໃຫ້ຢຸດເຊົາການຜະລິດ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ນໍາໃຊ້ປືນລ່າເນື້ອ, ເຄື່ອງມືຫາປາທີ່ຫ້າມ, ຈັກສະຕິ໋ນ ລັກລອບຕັດໄມ້ໂດຍບໍ່ຖືກຢ່າງຂາດຕົວ ແລ້ວໄດ້ມອບໃຫ້ການຈັດຕັ້ງບ້ານໄປສຶກສາອົບຮົມຢູ່ບ້ານຕື່ມ ພ້ອມກັບຕິດຕາມການເຄື່ອນໄຫວ ແລະ ລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເປັນໄລຍະ.

Image may contain: one or more people, people standing, tree, plant, child, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງປາກທາ ປ່ອຍປາ ຄື່ນສູ່ທຳມະຊາດ 5000 ກວ່າໂຕ
Next Post: ນັກຮຽນຈົບ ມ7 ທີ່ ຫຼວງພະບາງ ອ່ານດ່ວນ ເສັງເອົາທຶນໄປຮຽນຫວຽດນາມ ແລະ ຈີນ ປີ 2020

Related Posts

ພົນເອກ ຈັນສະຫມອນ ຈັນຍາລາດ ເຄື່ອນໄຫວກວດກາ ແລະ ຊີ້ນໍາການຫ້າງຫາກະກຽມເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ຢູ່ແຂວງຫົວພັນ ຂ່າວສານບ້ານເມືອງ
ີ3 ເດືອນຕົ້ນປີ 2022 ປກສ ເມືອງໂຂງສາມາດມ້າງຄະດີໄດ້ 20 ລາຍ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 304ຄົນ ຂ່າວສານບ້ານເມືອງ
ປີນີ້ແຂວງບໍລິຄຳໄຊ ຈະປູກໄມ້ໃຫ້ໄດ້ 4.840 ເຮັກຕາ ຂ່າວສານບ້ານເມືອງ
ການບິນລາວ ຈະເປີດສາຍພາຍໃນປະເທດ 22 ພຶດສະພາ ເປັນຕົ້ນໄປ ຂ່າວສານບ້ານເມືອງ
ຊ້າງປ່າທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme