Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກທາ ປ່ອຍປາ ຄື່ນສູ່ທຳມະຊາດ 5000 ກວ່າໂຕ

Posted on 14/07/202014/07/2020 By All in LAOS No Comments on ເມືອງປາກທາ ປ່ອຍປາ ຄື່ນສູ່ທຳມະຊາດ 5000 ກວ່າໂຕ

ເນື່ອງໃນໂອກາດ ວັນອານຸລັກ ສັດນ້ຳ-ສັດປາ ແຫ່ງຊາດ ເມືອງປາກທາ ໄດ້ຈັດພິທີ ປ່ອຍປາ ແຫ່ງຊາດ ຂື້ນທີ່ວັງສະຫງວນ ກ້ອງຂົວຂ້າມປາກນ້ຳທາ ບ້ານໃຫຍ່ປາກທາ ແຂວງບໍ່ແກ້ວ, ເປັນກຽດເຂົ້າ໋ວມຂອງທ່ານ ທອງຈັນ ອິນທະພອນ ຄະນະປະຈຳພັກເມືອງ ຜູ້ຊີ້ນຳ ບ້ານໃຫ່ຍປາກທາ ມີຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ເລຂາຄະນະພັກຮາກຖານ ອຳນາດການປົກຄອງບ້ານ ແຂກຖືກເຊີນຂອງເມືອງ ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງເຂົ້າຮວມ.


ທ່ານ ຊຽງ ເຮືອງ ພົມມະຈັນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ນາຍບ້ານໃຫ່ຍປາກທາ ໄດ້ກ່າວວ່າ: ປະເທດລາວເຮົາ ເວົ້າລວມ ເວົ້າສະເພາະກໍ່ຄື ແຂວງບໍ່ແກ້ວ ຜ່ານມາແມ່ນມີຄວາມອຸດົມສົມບູນໄປດ້ວຍພູຜາປ່າໄມ້ ແລະ ສັດນ້ຳ-ສັດປ່ານາໆຊະນິດ ແຕ່ມາເຖິງປັດຈຸບັນ ເຫັນວາສັດນ້ຳ-ສັດປ່າແຕ່ລະຊະນິດໄດ້ຫລຸດໜ້ອຍຖອຍລົງ ຈາກການລ່າດ້ວຍວິທີແບບດັບສູນ, ຮ້າຍແຮງໄປກ່ວານັ້ນ ຍັງເປັນການທຳລາຍແຫລ່ງທີ່ຢູ່ອາໃສຂອງສັດນ້ຳ-ສັດປ່າ

ດັ່ງນັ້ນ ເພື່ອເປັນການປົກປັກຮັກສາອານຸລັກໄວ້ບໍ່ໃຫ້ສູນພັນ, ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ແລະຂະຫຍາຍພັນເພີ່ມຕື່ມໃຫ້ຫລາຍຂື້ນ ໂດຍສະເພາະລະດູຝົນນີ້ ແມ່ນລະດູສັດນ້ຳ-ສັດປ່າທຸກຊະນິດກຳລັງຖືພາວາງໄຂ່ ຫ້າມບໍ່ໃຫ້ມີການລ່າສັດນ້ຳ-ສັດປ່າແບບຊະຊາຍ ເຊັ່ນ: ໃຊ້ປືນ,ໃຊ້ລະເບີດ,ໃຊ້ທາດເບືອ,ໃຊ້ໄຟຟ້າຈີ້ຊ໋ອດ ແລະ ເຄື່ອງມືອື່ນໆທີ່ຜິດຕໍ່ລະບຽບກົດໝາຍ ເຊິງປາ ທີ່ນຳມາປ່ອຍຄັ້ງນີ້ ປະກອບມີ ປາຕະພຽນຂາວ, ປາໄນ ແລະ ປານວນຈັນ ລວມທັງໝົດ 5.000 ກ່ວາໂຕ, ນອກຈາກການປ່ອຍປາຢູ່ວັງສະຫງວນກ້ອງຂົວຂ້າມປາກນ້ຳທາຄັ້ງນິ້ແລ້ວ ທາງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຍັງຈະໄດ້ສືບຕໍ່ລົງຊຸກຍູ້ສົ່ງເສີມໃຫ້ປະຊາຊົນ, ນັກທຸລະກິດ ພ້ອມໃຈກັນຊື້ປາ ມາປ່ອຍເຂດວັງສະຫງວນຂອງບ້ານ ແລະ ໜອງ ຂອງພໍ່ແມ່ປະຊາຊົນ ຄາດວ່າຈະປ່ອຍໃຫ້ໄດ້ຢູ່ 4 ແສນກວ່າໂຕ.

ທັງນີ້ກໍ່ເພື່ອເປັນການອານຸລັກ ປົກປັກຮັກສາສັດນ້ຳ-ສັດປ່າ ແລະ ເຮັດໃຫ້ປະຊາກອນສັດນ້ຳເພີ້ມຂື້ນ ໃຫ່ມີຄວາມອຸດົມສົມບູນ ເປັນການປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນ, ນັກທຸກລະກິດ ໄດ້ຮູ້ເຖິງວັນອານຸລັກສັດນ້ຳ-ສັດປ່າ, ວັນປ່ອຍປາແຫ່ງຊາດຄັ້ງນີ້.


ພາບ-ຂ່າວ: ພອຍສະຫວັນ ມະນີສີ.

ຂ່າວສານບ້ານເມືອງ

Post navigation

Previous Post: ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705
Next Post: ເມືອງບໍລິຄັນ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ

Related Posts

ເຈົ້າໜ້າທີ່ ຈັບກຸ່ມແກ້ງຄ້າ ຢ າ ເ ສ ບ ຕິ ດ ໃນນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດຈັດກອງປະຊຸມຕີລາຄາທົບທວນວຽກງານຈັດຕັ້ງ 5 ປີ ແລະ ວາງທິດທາງໃນຕໍ່ໜ້າ ຂ່າວສານບ້ານເມືອງ
ເມືອງວັງວຽງ ປູກຕົ້ນໄມ້ ແລະ ປ່ອຍປາ 30.000 ໂຕ ຂ່າວສານບ້ານເມືອງ
ໄລ່ຈັບ ໂຈນລັກລົດກູ້ໄພ 1623 ໜີໄປທາງຊຽງຂວາງ (ມີຄລິບ) ຂ່າວສານບ້ານເມືອງ
ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຂ່າວສານບ້ານເມືອງ
ຊົມເຊີຍ ! ຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme