Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705

Posted on 14/07/202014/07/2020 By News No Comments on ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705

ຕົ້ນເດືອນ ກໍລະກົດ ນີ້, ສະຫາຍ ພັນໂທ ປອ ສອນໄຊ ຈັນຍາລາດ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 1 ໄດ້ນຳພາຄະນະອະນຸກຳມະການກວດກາກອງວັດທະນະທຳ ແລະ ຕົວແທນກອງວັດທະນະທຳ 7 ຫົວໜ່ວຍກົມກອງຂອງກອງພົນທີ 1 ໄດ້ເຄື່ອນໄຫວກວດກາແລກປ່ຽນບົດຮຽນການສ້າງກົມກອງວັດທະນະທຳຢູ່ກອງພັນ 705 ທີ່ຂຶ້ນກັບກອງພັນໃຫຍ່ 11 ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຮອງເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 11 ແລະ ສະຫາຍພັນໂທ ຄຳແພງ ມີລາວັນ ຫົວໜ້າການເມືອງກອງພັນ 705 ພ້ອມ ຄະນະ.

Image may contain: 2 people, people standing and outdoor

ໃນພິທີ, ຄະນະຜູ້ແທນກອງພົນທີ 1 ກໍໄດ້ຮັບຟັງການລາຍງານ ຫຍໍ້ຈາກສະຫາຍຫົວໜ້າການ ເມືອງກອງພັນ 705 ກ່ຽວກັບ ການກຳເນີດ-ເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຄວາມຮັບຜິດຊອບຂອງກົມກອງໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຜົນສຳເລັດໃນການປັບປຸງກໍ່ສ້າງກົມກອງໃນແຕ່ລະດ້ານ, ເຮັດໃຫ້ກົມກອງກາຍເປັນກົມກອງຕົວແບບ, ກອງວັດທະນະທຳ-ນັກຮົບວັດທະນະທຳຫຼາຍສະໄໝຈາກນັ້ນ, ສອງຝາຍກໍໄດ້ປຶກສາຫາລືແລກປ່ຽນບົດຮຽນດ້ານດີທີ່ຕັ້ງໜ້າ ແລະ ຂອດຄົງຄ້າງຕ່າງໆ,​ຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາໃນການຊີ້ນຳປັບປຸງກໍ່ສ້າງກອງວັດທະນະທຳ-ນັກຮົບວັດທະນະນຳຕິດພັນແໜ້ນກັບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ກອງປອດໃສປອດໄພປອດຄະດີ ແລະ ຂອບເຂດວຽກງານອົງການຈັດຕັ້ງມະຫາຊົນຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ​ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ເປັນການແລກປ່ຽນຄວາມຮູ້, ແລກປ່ຽນປະສົບການ ເພື່ອພ້ອມກັນນຳເອົາບົດຮຽນອັນດີນຳໄປປັບປຸງແກ້ໄຂ ແລະ ພັດທະນາບັນດາກົມກອງຂຶ້ນກັບກອງພົນທີ 1 ໃຫ້ເຕີບໃຫຍ່ເຂັ້ມແຂງເພື່ອສູ້ຊົນສ້າງໃຫ້ໄດ້ກົມກອງຕົວແບບ, ກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດກໍຄືຄະນະພັກກອງ ພົນທີ 1 ວາງອອກ.


ການເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ເປັນການຫັດແໜ້ນຄວາມສາມັກຄີທີ່ເປັນມູນເຊື້ອມາແຕ່ດົນນານ, ສ້າງໄດ້ຄວາມຮັກແພງ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ເປັນການເພີ່ມພູນຄູນສ້າງມູນເຊື້ອອັນດີງາມດັ່ງກ່າວໃຫ້ສູງຂຶ້ນເລື້ອຍໆໂອກາດນີ້, ທາງຄະນະພັກ-ຄະນະບັນຊາກອງພັນ 705 ກໍໄດ້ນຳພາຄະນະຜູ້ແທນກອງພົນທີ 1 ເຄື່ອນໄຫວຢ້ຽມຢາມຄ້າຍຄູ, ຫ້ອງການ, ບັນດາເຮືອນນອນ, ເຮືອນຄົວລວມ ​ແລະ ສະຖານທີ່ທຳການຜະລິດ ປູກຝັງ-ລ້ຽງສັດຂອງກົມກອງຕື່ມອີກ.


ໂດຍ: ກໍ ແດນດອກກ້ຽງ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງເງິນປ່ອຍປາ 50 000 ກວ່າໂຕ
Next Post: ເມືອງປາກທາ ປ່ອຍປາ ຄື່ນສູ່ທຳມະຊາດ 5000 ກວ່າໂຕ

Related Posts

ເກີດເຫດ ໄຟໄໝ້ເລົ້າເຂົ້າ ພ້ອມເຮືອນ 3ຫຼັງ ຂ່າວສານບ້ານເມືອງ
ລູກຄ້າ BCEL One ຊື້ເລກໄດ້ແລ້ວ ແລະ ນັ່ງສັ່ນຂາຖ້າຮັບເງິນຖືກເລກຢູ່ເຮືອນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 76ຄົນ ຂ່າວສານບ້ານເມືອງ
ນ້ຳໃຈຈາກ ສປ ຈີນ ສົ່ງ-ມອບວັກແຊັງປ້ອງກັນໂຄວິດ ແກ່ ສປປ ລາວ 3 ແສນໂດສ ຂ່າວສານບ້ານເມືອງ
ເອົາແຕ່ເຊົ້າກະບະຕໍາຮ້ານແຄມທາງເສຍຫາຍໜັກ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ອອກລາດຕະເວນຕາມເສັ້ນທາງ ກັກໄດ້ຜູ້ຄ້າຂາຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme