Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງເງິນປ່ອຍປາ 50 000 ກວ່າໂຕ

Posted on 14/07/202014/07/2020 By All in LAOS No Comments on ເມືອງເງິນປ່ອຍປາ 50 000 ກວ່າໂຕ

ເມືອງເງິນຈັດພິທີປ່ອຍປາ ເນື່ອງໃນໂອກາດ ວັນອານຸລັກສັດນ້ຳ- ສັດປ່າແຫ່ງຊາດ

ໃນວັນທີ່ 10 ກໍລະກົດ 2020ນີ້ ຢູ່ທີ່ ບ້ານທອງ ເມືອງເງິນ ແຂວງ ໄຊຍະບູລີ. ໄດ້ຈັດພິທີ ປ່ອຍປາ ເນື່ອງໃນໂອກາດ ວັນອານຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ .

ໂດຍການເປັນປະທານ ຂອງ ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ ເຂົ້າຮ່ວມ ເປັນກຽດ ມີທ່ານ ຄຳແພງ ຕັດສະຫັວດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເງິນ, ມີທ່ານ ມາໂນດ ຈິດໃຈນາມ ຄະນະບໍລິຫານ ບໍລິສັດໄຟຟ້າ ຫົງສາ ພ້ອມດ້ວຍທີມງານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ບໍລິສັດ,ນັກທຸລະກິດ, ອົງການປົກຄອງບ້ານ ກຸ່ມຜູ້ນໍາໃຊ້ນໍ້າ ແລະ ປະຊາຊົນ ບ້ານທອງເຂົ້າຮ່ວມ.


ທ່ານ ທະວີສັກ ໄຊຍະວົງ ຮອງເຈົ້າເມືອງໆເງິນ ໄດ້ເປັນກຽດ ຂື້ນກ່າວເປີດພິທີ ປ່ອຍປາ ແລະ ວັນອານຸລັກສັດນ້ຳ- ສັດປ່າ ແຫ່ງຊາດ ຢ່າງເປັນທາງການ ທ່ານໄດ້ຍົກໃຫ້ເຫັນຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານລາວເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການອານຸຮັກສາ ສັດນ້ຳ ສັດປ່າ ໂດຍໄດ້ມີນະໂຍບາຍ ອອກມະຕິຄຳສັ່ງ, ລະບຽບ, ກົດໝາຍຕ່າງໆ ເພື່ອຄຸ້ມຄອງ ສັດນໍ້າ ສັດປ່າ ຢ່າງເຂັ້ມງວດ ໂດຍຕິດພັນກັບການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຂອງສັດນ້ຳ,ສັດປ່າ ເຮັດໃຫ້ຫ້ວຍນໍ້າລຳເຊບໍ່ບົກແຫ້ງ, ດິນບໍ່ຖືກເຊາະເຈື່ອນ, ສິ່ງສຳຄັນຕ້ອງໄດ້ພ້ອມກັນເອົາໃຈໃສ່ ສ້າງອ່າງເກັບນ້ຳ, ສ້າງວັງສະຫງວນ, ປ່າສະຫງວນ ເພື່ອເປັນບ່ອນຂະຫຍາຍພັນ ສັດນ້ຳ,ສັດປ່າ ໃຫ້ເພີ່ມຂື້ນໃນແຕ່ລະປີ.

ພາຍຫຼັງສຳເລັດພິທີເປັນທາງການແລ້ວ ທາງຄະນະປະທານ ແລະ ແຂກ ກໍ່ໄດ້ພ້ອມກັນປ່ອຍປາລົງສູ່ວັງສະຫງວນນ້ຳງື່ມບ້ານທອງ ຈໍານວນ 20.000 ໂຕ. ປາທີ່ນໍາມາປ່ອຍຄັ້ງນີ້:ມີປາໄນ,ປານິນ,ປາຕາພຽນ ແລະ ເກັດແລບ.

ຈາກນັ້ນ ແມ່ນ ໄດ້ມອບໃຫ້ຫ້ອງການທີ່ກ່ຽວຂ້ອງລົງສົມທົບອົງການຈັດຕັ້ງບ້ານ ແລະ ກຸ່ມຜູ້ນຳໃຊ້ນ້ຳ ພ້ອມກັນນຳເອົາໄປປ່ອຍປາ ໃສ່ຊົນລະປະທານ ຄື: ຊົນລະປະທານ ນໍ້ຍາງ 1 ນໍ້າຍາງ 2, ອ່າງເກັບນ້ຳຫ້ວຍຕົ້ນນູ່ນ, ອ່າງເກັບນ້ຳຫ້ວຍນານ້ອຍ ແລະ ວັງສະຫງວນ ຂອງແຕ່ລະບ້ານໃຫ້ໄດ້ 30.000 ໂຕ

ໂດຍ: ອິນແປງ ແຫວນຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີ ຮສສ ລົງພື້ນທີ່ທັນທີ ເພື່ອຊ່ວຍເຫຼືອ ປະຊາຊົນ ເມືອງວຽງພູຄາ ທີ່ປະສົບໄພນໍ້າປ່າໄຫຼນອງຖ້ວມ
Next Post: ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705

Related Posts

ນະຄອນຫລວງພຣະບາງ ໄດ້ມີພິທີອະຣາດທະນາພຣະເຈົ້າໝ່ານ ທີຫໍລົງຫົດສົງ ຂ່າວສານບ້ານເມືອງ
ໄຟໄໝ້ລົດເກືອບລະເບີດປະຊາຊົນຊ່ວຍກັນຕັກນໍ້າມາມອດ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ເສຍຫຼັກປິ້ນຈົມນໍ້າຢູ່ເມືອງເຟືອງ ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງຈໍາປາສັກ ໄດ້ຮັບຜົນກະທົບຈາກພາຍຸ ໂນຣຸ ຂ່າວສານບ້ານເມືອງ
ພົບສາວລາວມາແຕ່ອັງກິດ ຂີ່ຍົນມາແຕ່ໄທ ຖ້ຽວດຽວກັບ ຜູ່ຕິດເຊື້ອ ທີ່ 11 ຜົນກວດບວກ ຂ່າວສານບ້ານເມືອງ
ຈັບຈອມໂຈນລັກງົວ-ຄວາຍຫຼາຍຄັ້ງທີ່ໂພນໂຮງມາລົງໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme