Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນໍ້າປ່າໄຫຼນອງຖ້ວມ ເຂດບ້ານນໍ້າແອ່ງ ແລະ ບ້ານນໍ້າໂອ ເຮືອນໄຫຼນໍ້າ 2 ຫຼັງ ນໍ້າຖ້ວມ 50 ກວ່າຫຼັງ

Posted on 13/07/202013/07/2020 By All in LAOS No Comments on ນໍ້າປ່າໄຫຼນອງຖ້ວມ ເຂດບ້ານນໍ້າແອ່ງ ແລະ ບ້ານນໍ້າໂອ ເຮືອນໄຫຼນໍ້າ 2 ຫຼັງ ນໍ້າຖ້ວມ 50 ກວ່າຫຼັງ

ນໍ້າປ່າໄຫຼນອງ ເຂດບ້ານນໍ້າແອ່ງ ແລະ ບ້ານ ນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄວາມເສຍຫາຍຫຼາຍກວ່າ 1 ຕື້ກີບ

ກົດຊົມຄລິບຂ່າວຈາກ ໂທລະພາບແຂວງຫຼວງນໍ້າທາ

.

ຂ່າວກ່ອນໜ້ານີ້

ເມືອງວຽງພູຄາ: ນີ້ແມ່ນສະພາບຄວາມເສຍຫາຍ ຈາກເຫດອຸທົກກະໄພ ນໍ້າປ່າໄຫຼນອງ ຖ້ວມເຂດບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຕອນເຊົ້າ ວັນທີ່ 12 ກໍລະກົດ 2020.

.

ຂອບໃຈພາບຈາກ ທີ່ງານ ຊ່າງເສືອ ທີ່ລົງພື້ນທີ່ ແລະ ນໍາເອົາສິ່ງຂອງໄປບັນເທົາທຸກຊ່ວຍປະຊາຊົນ.

.

ຂອບໃຈບັນດາອ້າຍນ້ອງທະຫານ ທີ່ລົງຕະບຸມບອນ ຊ່ວຍປະຊາຊົນ.

.

.

ຄລິບຈາກ ຊ່າງເສືອ (1)

ຄລິບຈາກ ຊ່າງເສືອ (2)

ຄລິບຈາກ ຊ່າງເສືອ (3)

ສ່ວນຄວາມເສຍຫາຍລະອຽດ ທາງພາກສ່ວນກ່ຽວຂ້ອງແມ່ນເລັ່ງເກັບກໍາຂໍ້ມູນ, ແລະ ຈະມີການແຈ້ງໃຫ້ຮູ້ໄວໆນີ້.

.

.

.

.

.

ຂ່າວກ່ອນໜ້ານີ້

ເມືອງວຽງພູຄາ: ນໍ້າປ່າໄຫຼນອງກະທັນຫັນ ໃນຕອນເຊົ້າວັນທີ່ 12 ກໍລະກົດ 2020, ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ຕໍ່ປະຊາຊົນ ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

.

ປະຊາຊົນແຕກຕື່ນກັບສະພາບນໍ້າປ່າໄຫຼນອງ ທີ່ພັດເອົາເຮືອນ ໄຮ່ນາຮົ້ວສວນ ແລະ ວັດຖຸສິ່ງຂອງ ໄປແບບບໍ່ຕັ້ງຕົວ. ສຽງຢ້ານແລະຮ້ອງໄຫ້ ຂອງຊາວບ້ານ ສຸດທີ່ຈະເສົ້າໃຈ. (ຄລິບດ້ານລຸ່ມ)

ຄວາມເສຍຫາຍນະຕອນນີ້ແມ່ນຍັງປະເມີນບໍ່ໄດ້. ຂໍພາວະນາໃຫ້ປະຊາຊົນທຸກຄົນປອດໄພ. ປະຈຸບັນ ທາງໜ່ວຍງານຂອງ ເມືອງແລະແຂວງ ແມ່ນເລັ່ງໃຫ້ການຊ່ວຍປະຊາຊົນຢ່າງຮີບດ່ວນ.

.

ຄລິບຈາກປະຊາຊົນ 1

ຄລິບຈາກປະຊາຊົນ 2

ຄລິບຈາກປະຊາຊົນ 3

ຄລິບຈາກປະຊາຊົນ 4

ຂ່າວກ່ອນໜ້ານີ້

ຫຼວງນໍ້າທາ: ລາຍງານຈາກປະຊາຊົນໃຫ້ຮູ້ ເວລາ 9:00 ວັນທີ່ 12 ກໍລະກົດ 2020 ເກີດນໍ້າປ່າໄຫຼນອງ ຮຸນແຮງ ເຂດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ (ມີຄລິບຢູ່ດ້ານລຸ່ມ)

ເຮັດໃຫ້ນໍ້າຖ້ວມທາງເລກທີ່ R3, ທາງເຊື່ອມຕໍ່ ບໍ່ແກ້ວ-ຫຼວງນໍ້າທາ. ຈຸດທີ່ຖ້ວມຮຸນແຮງ ແລະ ທາງຂາດ ແມ່ນ ເຂດ ບ້ານນໍ້າແອ່ງ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ.

ຄວາມເສນຫາຍແມ່ນໜັກຫຼາຍ ເພາະ ໄຮ່ນາຮົ້ວສວນນໍ້າພັດເສຍຫາຍ ລວມທັງເຮືອນປະຊາຊົນຈໍານວນໜຶ່ງ.

ເມືອງວຽງພູຄາ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ 3 ເມືອງ ຄື: ເມືອງນາແລ, ເມືອງລອງ ແລະ ເມືອງຫຼວງນ້ຳທາ.

ລາຍລະອຽດຄວາມເສຍຫາຍຈະແຈ້ງໃຫ້ຊາບອີກພາຍຫຼັງ.

ລາຍງານໂດຍ: ນັກເດີນທາງ

ຄລິບ ສັ້ນ

ຄລິບຍາວ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຄຳມ່ວນຈັດພິທີ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ
Next Post: ລັດຖະມົນຕີ ຮສສ ລົງພື້ນທີ່ທັນທີ ເພື່ອຊ່ວຍເຫຼືອ ປະຊາຊົນ ເມືອງວຽງພູຄາ ທີ່ປະສົບໄພນໍ້າປ່າໄຫຼນອງຖ້ວມ

Related Posts

ຈັບລາຍນ້ອຍອີກສອງ ບ້ານສີວິໄລ ເມືອງນາຊາຍທອງ ຂ່າວສານບ້ານເມືອງ
ການກຳນົດນະໂຍບາຍ ແລະ ມາດຕະການ, ເພື່ອຫຼຸດຜ່ອນ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ19 (Covid-19) – ອາກອນເງິນເດືອນ ຂ່າວສານບ້ານເມືອງ
ຄລິບກ່ອນທາງຊົ່ວຄາວຂົວນໍ້າເຄັມຂາດ ແລະ ຕອນເຈາະລະບາຍນໍ້າ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມມື້ນີ້ +75ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1681 ຂ່າວສານບ້ານເມືອງ
ຈູດໂຮງຮຽນ ມຕ ເລກ 3 ຍ້ອນແຄ້ນໃຫ້ອາຈານ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme