Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະພາບຄວາມເສຍຫາຍ ທີ່ບ້ານນໍ້າແອ່ງ ຫຼັງນໍ້າບົກແຫ້ງ (ຊົມຄລິບ)

Posted on 12/07/202012/07/2020 By All in LAOS No Comments on ສະພາບຄວາມເສຍຫາຍ ທີ່ບ້ານນໍ້າແອ່ງ ຫຼັງນໍ້າບົກແຫ້ງ (ຊົມຄລິບ)

ເມືອງວຽງພູຄາ: ນີ້ແມ່ນສະພາບຄວາມເສຍຫາຍ ຈາກເຫດອຸທົກກະໄພ ນໍ້າປ່າໄຫຼນອງ ຖ້ວມເຂດບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຕອນເຊົ້າ ວັນທີ່ 12 ກໍລະກົດ 2020.

.

ຂອບໃຈພາບຈາກ ທີ່ງານ ຊ່າງເສືອ ທີ່ລົງພື້ນທີ່ ແລະ ນໍາເອົາສິ່ງຂອງໄປບັນເທົາທຸກຊ່ວຍປະຊາຊົນ.

.

ຂອບໃຈບັນດາອ້າຍນ້ອງທະຫານ ທີ່ລົງຕະບຸມບອນ ຊ່ວຍປະຊາຊົນ.

.

.

ຄລິບຈາກ ຊ່າງເສືອ (1)

ຄລິບຈາກ ຊ່າງເສືອ (2)

ຄລິບຈາກ ຊ່າງເສືອ (3)

ສ່ວນຄວາມເສຍຫາຍລະອຽດ ທາງພາກສ່ວນກ່ຽວຂ້ອງແມ່ນເລັ່ງເກັບກໍາຂໍ້ມູນ, ແລະ ຈະມີການແຈ້ງໃຫ້ຮູ້ໄວໆນີ້.

.

.

.

.

.

ຂ່າວກ່ອນໜ້ານີ້

ເມືອງວຽງພູຄາ: ນໍ້າປ່າໄຫຼນອງກະທັນຫັນ ໃນຕອນເຊົ້າວັນທີ່ 12 ກໍລະກົດ 2020, ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ຕໍ່ປະຊາຊົນ ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

.

ປະຊາຊົນແຕກຕື່ນກັບສະພາບນໍ້າປ່າໄຫຼນອງ ທີ່ພັດເອົາເຮືອນ ໄຮ່ນາຮົ້ວສວນ ແລະ ວັດຖຸສິ່ງຂອງ ໄປແບບບໍ່ຕັ້ງຕົວ. ສຽງຢ້ານແລະຮ້ອງໄຫ້ ຂອງຊາວບ້ານ ສຸດທີ່ຈະເສົ້າໃຈ. (ຄລິບດ້ານລຸ່ມ)

ຄວາມເສຍຫາຍນະຕອນນີ້ແມ່ນຍັງປະເມີນບໍ່ໄດ້. ຂໍພາວະນາໃຫ້ປະຊາຊົນທຸກຄົນປອດໄພ. ປະຈຸບັນ ທາງໜ່ວຍງານຂອງ ເມືອງແລະແຂວງ ແມ່ນເລັ່ງໃຫ້ການຊ່ວຍປະຊາຊົນຢ່າງຮີບດ່ວນ.

.

ຄລິບຈາກປະຊາຊົນ 1

ຄລິບຈາກປະຊາຊົນ 2

ຄລິບຈາກປະຊາຊົນ 3

ຄລິບຈາກປະຊາຊົນ 4

ຂ່າວກ່ອນໜ້ານີ້

ຫຼວງນໍ້າທາ: ລາຍງານຈາກປະຊາຊົນໃຫ້ຮູ້ ເວລາ 9:00 ວັນທີ່ 12 ກໍລະກົດ 2020 ເກີດນໍ້າປ່າໄຫຼນອງ ຮຸນແຮງ ເຂດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ (ມີຄລິບຢູ່ດ້ານລຸ່ມ)

ເຮັດໃຫ້ນໍ້າຖ້ວມທາງເລກທີ່ R3, ທາງເຊື່ອມຕໍ່ ບໍ່ແກ້ວ-ຫຼວງນໍ້າທາ. ຈຸດທີ່ຖ້ວມຮຸນແຮງ ແລະ ທາງຂາດ ແມ່ນ ເຂດ ບ້ານນໍ້າແອ່ງ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ.

ຄວາມເສນຫາຍແມ່ນໜັກຫຼາຍ ເພາະ ໄຮ່ນາຮົ້ວສວນນໍ້າພັດເສຍຫາຍ ລວມທັງເຮືອນປະຊາຊົນຈໍານວນໜຶ່ງ.

ເມືອງວຽງພູຄາ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ 3 ເມືອງ ຄື: ເມືອງນາແລ, ເມືອງລອງ ແລະ ເມືອງຫຼວງນ້ຳທາ.

ລາຍລະອຽດຄວາມເສຍຫາຍຈະແຈ້ງໃຫ້ຊາບອີກພາຍຫຼັງ.

ລາຍງານໂດຍ: ນັກເດີນທາງ

ຄລິບ ສັ້ນ

ຄລິບຍາວ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງລະຄອນເພັງ ປ່ອຍປາຄືນສູ່ທຳມະຊາດ 35.000 ໂຕ
Next Post: 111 ປີ ເຈົ້າຊາຍແດງ-ປະທານ ສຸພານຸວົງ

Related Posts

ຫລວງນໍ້າທາ ເອົາໃຈໃສ່ ຕ້ານ, ສະກັດກັ້ນແລະ ຄວບຄຸມການລະບາດຂອງພະຍາດໂຄວິດ ຂ່າວສານບ້ານເມືອງ
ຮອງປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ຫວຽດນາມ ມອບເງິນສົດ 500.000 ໂດລາ ແລະ ສົ່ງທີມແພດມາຊ່ວຍ ສປປ ລາວ ຕ້ານການລະບາດພະຍາດໂຄວິດ ຂ່າວສານບ້ານເມືອງ
ກວດເບິ່ງທາມລາຍ! ສະຖານທີ່ສ່ຽງ 10ແຫ່ງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ຂ່າວສານບ້ານເມືອງ
ຫຼາຍບ້ານໃນເມືອງໄຊເສດຖາ ປະຕິບັດຄໍາສັ່ງເລກທີ 06/ນຍ ໄດ້ດີ ຂ່າວສານບ້ານເມືອງ
ຊາຍອາຍຸ 68 ເສຍຊີວິດປິດສະໜາທີ່ຫ້ອງແຖວເຂດບ້ານດົງໝາກຄາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme