Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງລະຄອນເພັງ ປ່ອຍປາຄືນສູ່ທຳມະຊາດ 35.000 ໂຕ

Posted on 12/07/202012/07/2020 By All in LAOS No Comments on ເມືອງລະຄອນເພັງ ປ່ອຍປາຄືນສູ່ທຳມະຊາດ 35.000 ໂຕ

ວັນທີ10 ກໍລະກົດ 2020 ເມືອງລະຄອນເພັງ,ແຂວງສາລະວັນ ຈັດພິທີປ່ອຍປາຄືນສູ່ທຳມະຊາດ ຈໍານວນ 35.000 ໂຕ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ -ສັດປ່າແຫ່ງຊາດ ວັນ 13 ກໍລະກົດ ທີ່່ອ່າງເກັບນໍ້າຫ້ວຍພະ ບາດນາດູ່ເກົ່າ.

ມີ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ພະນັກງານ, ຫົວຫນ່ວຍທຸລະກິດ ແລະ ປະຊາຊົນເຂົ້າຮ່ວມ.

ປາທີ່ນໍາໄປປ່ອຍໃນຄັ້ງນີ້ ລວມມີ: ປານິນ, ປາໄນ, ປາສີໂຫ, ປາກິນຫຍ້າ ແລະປາຈີນ.

ນອກຈາກໄດ້ປ່ອຍປາຄືນສູ່ທໍາມະຊາດ ການນໍາຂອງແຂວງ ແລະ ເມືອງ ຍັງພ້ອມກັນ ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ຮົ່ມ ທີ່ເດີ່ນວັດພະບາດນາດູ່ເຊີ່ງເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດພາຍໃນ ເມືອງລະຄອນເພັງ ໃຫ້ເປັນພື້ນທີສີ ຂຽວ ແລະ ສວຍງາມຕະຫລອດໄປ.

ລາຍງານໂດຍ: ຖວທ ເມືອງລະຄອນເພັງ

.

່.

ຂ່າວສານບ້ານເມືອງ

Post navigation

Previous Post: ບ້ານນໍ້າແອ່ງ ວິກິດໜັກ ນໍ້າປ່າໄຫຼຖ້ວມ ເສຍຫາຍ (ມີຄລິບ)
Next Post: ສະພາບຄວາມເສຍຫາຍ ທີ່ບ້ານນໍ້າແອ່ງ ຫຼັງນໍ້າບົກແຫ້ງ (ຊົມຄລິບ)

Related Posts

ເຈົ້າຂອງປໍ້າ ທາດຫລວງຊີ້ແຈງແລ້ວ ບໍ່ມີມູນຄວາມຈີງ ເປັນພຽງການຢາຍບັດຄິວ ຂ່າວສານບ້ານເມືອງ
ສະຫາຍ ຈູມມະລີ ໄຊຍະສອນ ຕ້ອນຮັບປະທານປະເທດຫວຽດນາມ ຂ່າວສານບ້ານເມືອງ
ແຈ້ງຂ່າວ! ຖ້າລາຄາໄຟຟ້າຢູ່ເຮືອນທ່ານ ຂຶ້ນສູງ ໂດຍບໍ່ຮູ້ສາເຫດແມ່ນເຂົ້າໄປເລີຍ! ຂ່າວສານບ້ານເມືອງ
ປັບລາຄານໍ້າມັນຂຶ້ນຢ່າງໃຫຍ່ແອັດຊັງພິເສດເພີ່ມຂຶ້ນ 460ກີບຕໍ່ລິດ ຂ່າວສານບ້ານເມືອງ
ເມືອງລອງ ແຂວງຫຼວງນໍ້າທາ ຖືກໄພພິບັດນໍ້າຖ້ວມເນື້ອທີ່ທໍາການຜະລິດຂອງພໍ່-ແມ່ປະຊາຊົນ ຂ່າວສານບ້ານເມືອງ
ເມົາແລ້ວຂັບ! ລົດເກັງເສຍຫຼັກຕຳລົດກະບະໄທເກີ້ ແລ້ວໄປຕຳຫຼັກເສົາໄຟ ທີ່ທ່າແຂກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme