Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບ້ານນໍ້າແອ່ງ ວິກິດໜັກ ນໍ້າປ່າໄຫຼຖ້ວມ ເສຍຫາຍ (ມີຄລິບ)

Posted on 12/07/202012/07/2020 By All in LAOS No Comments on ບ້ານນໍ້າແອ່ງ ວິກິດໜັກ ນໍ້າປ່າໄຫຼຖ້ວມ ເສຍຫາຍ (ມີຄລິບ)

ເມືອງວຽງພູຄາ: ນໍ້າປ່າໄຫຼນອງກະທັນຫັນ ໃນຕອນເຊົ້າວັນທີ່ 12 ກໍລະກົດ 2020, ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ຕໍ່ປະຊາຊົນ ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

.

ປະຊາຊົນແຕກຕື່ນກັບສະພາບນໍ້າປ່າໄຫຼນອງ ທີ່ພັດເອົາເຮືອນ ໄຮ່ນາຮົ້ວສວນ ແລະ ວັດຖຸສິ່ງຂອງ ໄປແບບບໍ່ຕັ້ງຕົວ. ສຽງຢ້ານແລະຮ້ອງໄຫ້ ຂອງຊາວບ້ານ ສຸດທີ່ຈະເສົ້າໃຈ. (ຄລິບດ້ານລຸ່ມ)

ຄວາມເສຍຫາຍນະຕອນນີ້ແມ່ນຍັງປະເມີນບໍ່ໄດ້. ຂໍພາວະນາໃຫ້ປະຊາຊົນທຸກຄົນປອດໄພ. ປະຈຸບັນ ທາງໜ່ວຍງານຂອງ ເມືອງແລະແຂວງ ແມ່ນເລັ່ງໃຫ້ການຊ່ວຍປະຊາຊົນຢ່າງຮີບດ່ວນ.

.

ຄລິບຈາກປະຊາຊົນ 1

ຄລິບຈາກປະຊາຊົນ 2

ຄລິບຈາກປະຊາຊົນ 3

ຄລິບຈາກປະຊາຊົນ 4

ຂ່າວກ່ອນໜ້ານີ້

ຫຼວງນໍ້າທາ: ລາຍງານຈາກປະຊາຊົນໃຫ້ຮູ້ ເວລາ 9:00 ວັນທີ່ 12 ກໍລະກົດ 2020 ເກີດນໍ້າປ່າໄຫຼນອງ ຮຸນແຮງ ເຂດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ (ມີຄລິບຢູ່ດ້ານລຸ່ມ)

ເຮັດໃຫ້ນໍ້າຖ້ວມທາງເລກທີ່ R3, ທາງເຊື່ອມຕໍ່ ບໍ່ແກ້ວ-ຫຼວງນໍ້າທາ. ຈຸດທີ່ຖ້ວມຮຸນແຮງ ແລະ ທາງຂາດ ແມ່ນ ເຂດ ບ້ານນໍ້າແອ່ງ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ.

ຄວາມເສນຫາຍແມ່ນໜັກຫຼາຍ ເພາະ ໄຮ່ນາຮົ້ວສວນນໍ້າພັດເສຍຫາຍ ລວມທັງເຮືອນປະຊາຊົນຈໍານວນໜຶ່ງ.

ເມືອງວຽງພູຄາ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ 3 ເມືອງ ຄື: ເມືອງນາແລ, ເມືອງລອງ ແລະ ເມືອງຫຼວງນ້ຳທາ.

ລາຍລະອຽດຄວາມເສຍຫາຍຈະແຈ້ງໃຫ້ຊາບອີກພາຍຫຼັງ.

ລາຍງານໂດຍ: ນັກເດີນທາງ

ຄລິບ ສັ້ນ

ຄລິບຍາວ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ນໍ້າປ່າໄຫຼນອງຖ້ວມທາງເຂດເມືອງວຽງພູຄາ ຂໍໃຫ້ລະວັງ
Next Post: ເມືອງລະຄອນເພັງ ປ່ອຍປາຄືນສູ່ທຳມະຊາດ 35.000 ໂຕ

Related Posts

ອາຫານ 10 ຢ່າງຄວນຫຼີກລ້ຽງ ສຳລັບແມ່ຍິງຖືພາ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 1 ຄົນ ຂ່າວສານບ້ານເມືອງ
ພົບຊາຍເສຍຊີວິດ ໄຫຼນໍ້າຂອງ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ
ຫຼາຍວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດພະຍາດໂຄວິດ-19 ແຕ່ຕ້ອງໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ. ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງໆຄຳມ່ວນ ລົງຕິດຕາມຊຸກຍູ້ຂະບວນການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ຂ່າວສານບ້ານເມືອງ
ຄະນະສະເພາະກິດເປັນຫ່ວງພົບໂອໄມກຣອນທີ່ບໍລິຄໍາໄຊ ຢ້ານລະບາດເປັນວົງກວ້າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme