Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

​ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງໜັກ

Posted on 10/07/202010/07/2020 By News No Comments on ​ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງໜັກ

ຊາວກະສີກອນຫຼາຍກ່ວາ 6.847 ຄອບຄົວ ຂອງ ​ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງຢ່າງໜັກ, ໃນເນື້ອທີທຳການຜະລິດທັງໝົດ 5.780 ເຮັກຕາ, ໂດຍສະພາບລວມແລ້ວໃນໄລຍະເດືອນພຶດສະພາ 2020 ຜ່ານມານີ້ ເກີດມີຝົນຕົກໜັກເກືອບທຸກພາກ ເຮັດໃຫ້ຊາວກະສີກອນຫຼາຍຄອບຄົວກໍ່ໄດ້ມີການຕົກກ້າເປັນຂະບວນການຢ່າງຟົດຟຶ້ນ,

Image may contain: plant, nature and outdoor

ຫຼັງຈາກນັ້ນໄດ້ມີການປັກດໍາເຂົ້ານາປີເປັນປົກກະຕິຄືດັ່ງປີຜ່ານມາ ແຕ່ພໍມາຮອດຊວງເດືອນ ມີຖຸນາ ຈົນເຖິງປັດຈຸບັນ ເປັນເວລາເກືອບເດືອນກ່ວາ ຝົນຍັງບໍ່ຕົກລົງມາເລີຍ, ເຊິ່ງບາງເຂດບາງບ່ອນ ແລະ ບາງແຂວງເກີດມີຝົນຕົກໜັກນໍ້າຖ້ວມ, ເສັ້ນທາງບາງເສັ້ນຖຶກຕັດຂາດ ແຕ່ກົງກັນຂ້າມ ສະເພາະຢູ່ເມືອງຕຸ້ມລານ ນັບແຕ່ເດືອນມີຖຸນາ ຈົນເຖິງປັດຈຸບັນຝົນຍັງບໍ່ຕົກລົງມາເລີຍ, ຊາວກະສີກອນ 37 ບ້ານຂອງເມືອງໄດ້ແຕ່ລໍ້ຄ່ອຍຝົນຈາກທໍາມະຊາດ, ຊາວນາບາງພຶ້ນທີບໍ່ມີຮອດນໍ້າຮັບໃຊ້ໃນຊີວິດປະຈຳວັນ, ເພາະວ່າພຶ້ນຖານຂອງປະຊາຊາຊົນຊາວເມືອງຕຸ້ມລານ​ ສ່ວນຫຼາຍແມ່ນມີເຮືອນ 2 ຫຼັງ

Image may contain: plant, nature and outdoor

ຍາມທໍາການຜິດລິດເຂົ້ານາປີແມ່ນຕ້ອງອອກນອນນາທັງໝົດ, ໄລຍະຫ່າງແຕ່ບ້ານໄປຫານາແມ່ນປະມານ 10 ປາຍກ່ວາກິໂລເເມັດ, ສ່ວນຢູ່ນາແມ່ນອາໄສນ້ຳຈາກທຳມະຊາດເປັນຕົ້ນແມ່ນ: ນໍ້າຫ້ວຍ, ນໍ້າຮອງ, ໜອງບຶງ ເປັນຫຼັກໃນການດຳລົງຊີວິດປະຈຳວັນ.

Image may contain: plant, outdoor and nature

ຈາກສະພາບການດັ່ງກ່າວ ມັນໄດ້ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວກະສີກອນຢ່າງໜັກ ເຮັດໃຫ້ການອຶດຫິວຂອງປະຊາຊົນເພີ່ມຂຶ້ນ, ຄາດວ່າຜົນຜະລິດເຂົ້ານາປີໃນປີນີ້ແມ່ນຈະຫຼຸດລົງຈາກປີຜ່ານມາຫຼາຍເທົ່າຕົວ ແລະ ທີສຳຄັນໃນບາງຄອບຄົວແມ່ນຍັງບໍ່ມີນ້ຳທີ່ຈະຕົກກ້າ, ຈາກສະພາບການດັ່ງກ່າວລາຄາສິ້ນຄ້າບາງປະເພດແມ່ນມີການຂຶ້ນລາຄາ ໂດຍສະເພາະແມ່ນສິ້ນຄ້າປະເພດເຂົ້າສານ. ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ແລະ ຊອກຫາວິທີແກ້ໄຂ ເພື່ອຫາທາງອອກນຳກັນ.

ໂດຍ: ວຽງສະຫວັນ ແສນຄຳ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄປບໍ່ລອດ! ຖືກຈັບແລ້ວໂຈນທີ່ຍິງຄົນເສຍຊີວິດແລ້ວຊິງຊັບເອົາລົດຈັກ
Next Post: ມາດຕະການ ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ

Related Posts

ສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020 ຂ່າວສານບ້ານເມືອງ
ຊົມເຊີຍ! ຄົນເຈັບໂຄວິດ-19 ກໍລະນີ ທີ່ 2 ແລະ 13 ອອກໂຮງໝໍແລ້ວ ມື້ນີ້ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເກີດເຫດ ໄຟໄໝ້ ເຂດບ້ານ ໂພນສີນວນຮ່ອມ 2 ນະຄອນຫຼວງວຽງຈັນ (ມີຄລິບໄລ້ສົດ) ຂ່າວສານບ້ານເມືອງ
ຂ່າວດີ! ຄົນເຈັບໂຄວິດ-19 ອອກໂຮງໝໍອີກ 2 ຄົນມື້ນີ້ ຂ່າວສານບ້ານເມືອງ
ເກີກເຫດ ລົດໃຫຍ່ຟໍທູເນີ້ ຕຳທ້າຍລົດພ່ວງ ເ ສ ຍ ຊີ ວິ ດ ຄາທີ່ 2 ຄົນ ຕິດພາຍໃນ   ຂ່າວສານບ້ານເມືອງ
ຈັບໄດ້ອີກຄົນມິດສາຊີບຕົວະແລກເງິນຕາທາງອອນລາຍ ໄດ້ເງິນລູກຄ້າແລ້ວປິດເຟສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme