Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ

Posted on 10/07/202010/07/2020 By All in LAOS No Comments on ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ


ຂປລ. ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະລະບົບນິເວດ. ຂະນະທີ່ປີຜ່ານມາ ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ 50 ລ້ານໂຕ.


ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດ ນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະອື່ນໆ.

ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະ ລິດລູກປາຂອງລັດ, ເອກະຊົນ ແລະຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ 55 ລ້ານໂຕ ເປັນຕົ້ນ ປາປາກ, ປາກົດ, ປາເໝັ້ນ, ປາແກງ, ປາເຄິງ. ສ່ວນຕາມໜອງ, ອ່າງນ້ຳ ຈະປ່ອຍປານິນ, ປາໄນ, ປາກິນຫຍ້າ, ປາດຸກ ແລະ ປາຊະນິດອື່ນໆ.


ທ່ານ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກ່າວຕື່ມວ່າ: ສຳລັບມາດຕະການຄຸ້ມຄອງຫລັງປ່ອຍປາແລ້ວ ໄດ້ຈັດຕັ້ງຄະນະກຳມະການຮັບຜິດຊອບໂດຍອົງການປົກຄອງ, ປະຊາຊົນເປັນເຈົ້າການຄຸ້ມຄອງ, ຮັກສາ ແລະມີລະບຽບຂໍ້ຫ້າມຕ່າງໆ; ພ້ອມທັງມີການປູກຈິດສຳນຶກໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈຄວາມສຳຄັນ, ຄຸນປະໂຫຍດຂອງປາ ແລະສັດນ້ຳ ໂດຍຜ່ານການຝຶກອົບຮົມ, ເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງຜ່ານສື່ຕ່າງໆ. ນອກນີ້, ຍັງໄດ້ອອກແຈ້ງການຫ້າມນຳໃຊ້ເຄື່ອງມືຫາປາແບບຜິດກົດໝາຍເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ ແລະ ເຄື່ອງມືຫາປາອື່ນໆທີ່ຕ້ອງຫ້າມ.

ຂ່າວສານບ້ານເມືອງ

Post navigation

Previous Post: ຕໍາກັນຮຸນແຮງກາງຂົວຂ້າມຂອງ ນະຄອນ ປາກເຊ
Next Post: ຖືກປຸ້ນຊິງຊັບ ພົນລະເມືອງດີມາຊ່ວຍໄດ້ທັນ

Related Posts

ຄົນລາວເຮັດວຽກຢູ່ໄທ ໄຟຟ້າຊ໊ອດເສຍຊີວິດ ຂ່າວສານບ້ານເມືອງ
ອີຢູ່ ແລະ ລາວ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ ຂ່າວສານບ້ານເມືອງ
ກໍາລັງຕໍາຫຼວດວິຊາສະເພາະ ເຂົ້າຈັບເປົ້າໝາຍ 2 ຄົນ ຖືກຈັບຕາຈຸດນັດສົ່ງ ພ້ອມຂອງກາງ 4.986 ເມັດ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ເສຍຫຼັກປິ້ນຈົມນໍ້າຢູ່ເມືອງເຟືອງ ຂ່າວສານບ້ານເມືອງ
ລົດຂົນສົ່ງຕົກຂົວຫ້ວຍກ້ອງ ເຈັບສາຫັດ 1 ຄົນ ຂ່າວສານບ້ານເມືອງ
ທໍາ ລ າ ຍ ໝ າ ກ ກະໂພກ ຈໍານວນ 470 ກິໂລກຼາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme