Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ ແຂວງຄໍາມ່ວນ ຍຶດອາຫານ ລັກນໍາເຂົ້າຜິດກົດໝາຍ ພ້ອມມີການເຈືອປົນສານເຄມີ

Posted on 09/07/202009/07/2020 By All in LAOS No Comments on ເຈົ້າໜ້າທີ່ ແຂວງຄໍາມ່ວນ ຍຶດອາຫານ ລັກນໍາເຂົ້າຜິດກົດໝາຍ ພ້ອມມີການເຈືອປົນສານເຄມີ

ຄໍາມ່ວນ: ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີຄົນໜຶ່ງແຈ້ງຕໍ່ ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ

ທາງເຈົ້າໜ້າທີ່ກໍ່ໄດ້ເຄື່ອນ ໄຫວຕິດຕາມ, ລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນ ສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ.

ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວນ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວສານບ້ານເມືອງ

Post navigation

Previous Post: ລາຍງານການແປງທາງພູເກົ້າຫຼັກ ເວລາ ສາມໂມງເຄິ່ງຕອນບ່າຍ ວັນທີ່ 9 ກໍລະກົດ
Next Post: ເຄິ່ງປີ ໄຟຟ້າລາວມີລາຍຮັບ 3321 ຕື້ກີບ

Related Posts

ກົມໃຫຍ່ເຕັກນິກກອງທັບຍິງທົດລອງປືນທີ່ຕິດຕັ້ງໃສ່ລົດສູ້ຮົບ ຂ່າວສານບ້ານເມືອງ
ປ້ອງກັນ ໂຄວິດ-19 ແຂວງວຽງຈັນສັ່ງເດັດຂາດປິດກິດຈະການຮ້ານບັນເທິງ ຮ້ານໃດທີ່ລະເມີດ ສັ່ງຖອນໃບອະນຸຍາດກິດຈະການ ຂ່າວສານບ້ານເມືອງ
ກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ຕ້ານໂຄວິດ ຂ່າວສານບ້ານເມືອງ
ປອມເຟສບຸກຄົນອື່ນ ຕົວະເອົາເງິນ ຖືກຈັບເຂົ້າຄຸກ ຂ່າວສານບ້ານເມືອງ
ການຄ້ານະຄອນຫຼວງວຽງຈັນ ຈະແກ້ໄຂທຸກຂອດຂັ້ນ ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ ຂ່າວສານບ້ານເມືອງ
ໂຈນລັກລົດໃຫຍ່ ກໍາແພງນະຄອນ ນຮ 9000 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme