Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ

Posted on 09/07/202009/07/2020 By News No Comments on ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະໄດ້ລົງຕິດຕາມການຜະລິດຜ້າປິດປາກອະນາໄມ ຢູ່ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍ ແລະ ໂຮງງານຜະລິດຜ້າປິດປາກອະນາໄມ ນານາຊິນ ຕັ້ງຢູ່ ບ້ານ ດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນມື້ວານນີ້ ວັນທີ 8 ກໍລະກົດ 2020.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ບັນດາ ໂຮງງານຜະລິດເອົາໃຈໃສ່ສືບຕໍ່ປັບປຸງລະບົບການຜະລິດໃຫ້ມີຄວາມເປັນລະບຽບ ພ້ອມທັງຕ້ອງມີວິຊາການຊ່ຽວຊານມາໃຫ້ການແນະນຳການຜະລິດເພື່ອໃຫ້ການຜະລິດໄດ້ຮັບຄຸນນະພາບສູງສຸດຮັບປະກັນໃຫ້ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆ, ໃຫ້ປະສານງານກັບກະຊວງສາທາລະນະສຸກເພື່ອກວດກາ ແລະ ອະນຸຍາດມາດຕະຖານຄຸນນະພາບຂອງຜະລິດຕະພັນເພື່ອກ້າວໄປເຖິງການນຳອອກຈຳ ໜ່າຍ ນອກຈາກນັ້ນ ຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາຈຳໜ່າຍໃຫ້ມີລາຄາສົມເຫດສົມຜົນເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິດຕະພັນຜ້າປິດປາກທີ່ຜະລິດຢູ່ພາຍໃນ.

Image may contain: 1 person, standing and indoor

ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍໄດ້ເລີ່ມການສ້າງຕັ້ງຂື້ນໃນຕົ້ນປີ 2020, ໄດ້ນຳເຂົ້າເຄື່ອງຈັກທີ່ທັນສະໄໝ ແລະ ມີມາດຕະຖານສູງຈາກ ສປ ຈີນ, ປະກອບມີ: ເຄື່ອງຈັກຜະລິດຜ້າອັດປາກສາມຊັ້ນຈຳນວນ 2 ເຄື່ອງ, ເຄື່ອງຍິບສາຍເກາະຫູແບບອໍໂຕມາຕິກຈຳນວນ 1 ເຄື່ອງ, ເຄື່ອງຍິບສາຍເກາະຫູແບບໃຊ້ແຮງງານຄົນຈຳນວນ 1 ເຄື່ອງ, ເຄື່ອງຈັກຂ້າເຊື້ອຈຳນວນ 1 ເຄື່ອງ, ເຄື່ອງຈັກຫຸ້ມຫໍ່ຈຳນວນ1ເຄື່ອງ, ເຄື່ອງຈັກຍິງກາໂລໂກ້ຈຳນວນ1ເຄື່ອງ ໂດຍທາງໂຮງງານໄດ້ເນັ້ນການຜະລິດຜ້າອັດປາກ ອັດດັງເພື່ອການຈຳໜ່າຍພາຍໃນ ແລະ ຕ່າງປະເທດໂດຍຈະເນັ້ນການຈຳໜ່າຍພາຍໃນເປັນສ່ວນໃຫຍ່. ປັດຈຸບັນ, ໂຮງງານແມ່ນຍັງຢູ່ໃນຂັ້ນຕອນເປີດທົດລອງການຜະລິດ, ນໍາໃຊ້ແຮງງານຜະລິດທັງໝົດ 8 ຄົນ, ຄວາມອາດສາມາດໃນການຜະລິດ 3 – 4 ແສນອັນຕໍ່ມື້ ແລະ ມີຄວາມພ້ອມໃນການຕອບສະໜອງຄວາມຕ້ອງການຂອງສັງຄົມລາວ ແລະ ຕ່າງປະເທດ ຊຶ່ງປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການຂໍອະນຸຍາດໃບຢັ້ງຢືນດ້ານຄຸນນະພາບຈາກກະຊວງສາທາລະນະສຸກ.

ສະເພາະ ໂຮງງານຜະລິດຜ້າປິດປາກອະນາໄມນານາຊິນ, ປັດຈຸບັນແມ່ນໄດ້ຕິດຕັ້ງເຄື່ອງຜະລິດ 1 ເຄື່ອງ, ສຳລັບວັດຖຸການຜະລິດນຳເຂົ້າຈາກປະເທດໄທ ແລະ ພວມຢູ່ໃນຂັ້ນຕອນທົດລອງການຜະລິດ ແລະ ຕິດຕັ້ງເຄື່ອງຂ້າເຊື້ອສຳລັບພະນັກງານທີ່ຈະເຂົ້າໄປຜະລິດ,  ພ້ອມທັງຂໍໃບຢັ້ງຢືນມາດຕະຖານດ້ານຄຸນນະພາບຈາກກະຊວງສາທາລະນະສຸກ ຄາດວ່າຈະເລີ່ມເປີດການຜະລິດຜ້າປິດປາກອະນາໄມຍີ່ຫໍ້ NNUP ອອກສູ່ສັງຄົມໃນທ້າຍເດືອນກໍລະກົດນີ້ ເຊິ່ງຄວາມອາດສາມາດໃນການຜະລິດແມ່ນ 1 ນາທີຕໍ່ 80 ອັນໂດຍຈະຈຳໜ່າຍຢູ່ພາຍໃນ 30% ສ່ວນທີ່ເຫຼືອແມ່ນສົ່ງອອກຕ່າງປະເທດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຜ່ານມາເກືອບ 2 ປີ! ການປຸກສ້າງເຮືອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງແຕ່ 30-40%
Next Post: ຮອງນາຍົກ ລົງຊຸກຍູ້ວຽກງານເສດຖະກິດ-ສັງຄົມ ແລະ ການເງິນ ຢູ່ແຂວງຈຳປາສັກ

Related Posts

ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກງານ ໃຫ້ວັກຊີນກັນພະຍາດ ຂ່າວສານບ້ານເມືອງ
ເປີດໂຄງການປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ຮາກຖານຊຸມຊົນຊົນນະບົດ ໂດຍການຊ່ວຍເຫຼືອລ້າ 4ຕື້ກວ່າກີບ ຂ່າວສານບ້ານເມືອງ
ລົດຈັກປະທະລົດໃຫຍ່ ຄົນຟົ້ງຕິດຄາໜ້າແວ່ນລົດໃຫຍ່ ອາການສາຫັດ ຂ່າວສານບ້ານເມືອງ
ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເມືອງ​ທ່າ​ປາງ​ທອງ​ເກັບ​ກ່ຽວ​ເຂົ້າ​ນາ​ປີ​ຊ່ວຍ​ປະ​ຊາ​ຊົນ​ທີ່​ຖືກ​ນ້ຳ​ຖ້ວມ ຂ່າວສານບ້ານເມືອງ
ໂສມໜ້າລູກເຂີຍ ທີ່ຂ້າແມ່ເຖົ້າ ແລະ ລູກສາວຕົນເອງ ທີ່ບ້ານທົ່ງນາມີ ຂ່າວສານບ້ານເມືອງ
ຟ້າຜ່າງົວປະຊາຊົນ ບ້ານໄຊຈະເລີນ ເມືອງເມິງ ແຂວງບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme