Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

6 ເດືອນຕົ້ນປີ 2020 ເມືອງແກ່ນທ້າວ ສົ່ງສິນຄ້າອອກ 130.000 ກວ່າໂຕນ

Posted on 09/07/202009/07/2020 By News No Comments on 6 ເດືອນຕົ້ນປີ 2020 ເມືອງແກ່ນທ້າວ ສົ່ງສິນຄ້າອອກ 130.000 ກວ່າໂຕນ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ລາຍງານໂດຍອ້າງອີງຕາມການລາຍງານຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ນີ້ ໄດ້ອະນຸຍາດສົ່ງສິນຄ້າອອກຕ່າງປະເທດ ຈໍານວນ 130.000 ກວ່າໂຕນ ມູນຄ່າ 14.675.000 ກວ່າໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20%.

Image may contain: sky and outdoor

ໃນນີ້, ສາລີ 18.000 ກວ່າໂຕນ ມູນຄ່າ 2.172.000 ໂດລາ, ໝາກເດືອຍ 1.000 ກວ່າໂຕນ ມູນຄ່າ 278.000 ໂດລາ, ມັນຕົ້ນແຫ້ງ 109.000 ກວ່າໂຕນ ມູນຄ່າ 12.000.000 ກວ່າໂດລາ, ຖົ່ວດິນຝັກ 30 ກວ່າໂຕນ ມູນຄ່າ 10.000 ກວ່າໂດລາ, ຖົ່ວແດງ 265 ໂຕນ ມູນຄ່າ 100.000 ກວ່າໂດລາ, ໝາກງາ 28 ໂຕນ ມູນຄ່າ 21.000 ໂດລາ, ຂີງດໍາ 12 ໂຕນ ມູນຄ່າ 6.000 ໂດລາ, ແກ່ນສາລີ 2.000 ໂຕນ ມູນຄ່າ 20.000 ໂດລາ, ໝາກແຕງດອງເກດເອ 90 ກວ່າໂຕນ ມູນຄ່າ 14.900 ໂດລາ, ໝາກແຕງດອງເກດບີ 50 ກວ່າໂຕນ ມູນຄ່າ 3.000 ກວ່າໂດລາ.

Image may contain: sky, cloud and outdoor

ນອກຈາກ ການສົ່ງສິນຄ້າອອກຕ່າງປະເທດແລ້ວ, ເມືອງແກ່ນທ້າວ ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 861.000.000 ກວ່າໂດລາ. ໃນນີ້, ນໍ້າມັນເຊື້ອໄຟ ມູນຄ່າ 814.000.000 ກວ່າໂດລາ, ພາຫະນະ 73.000 ກວ່າໂດລາ, ສິ້ນສ່ວນອາໄຫລ່ 19.800.000 ກວ່າໂດລາ, ເຄື່ອງກໍ່ສ້າງ 2.600.000 ກວ່າໂດລາ, ເຄື່ອງໃຊ້ໄຟຟ້າ 486.000 ກວ່າໂດລາ ແລະ ເຄື່ອງອຸປະໂພກ 24.400.000 ກວ່າໂດລາ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະພາບດິນຟ້າອາກາດ 9 ກໍລະກົດ
Next Post: ນາຍົກລັດຖະມົນຕີ ຢ້ຽມຢາມສວນ ພຶດຜັກກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ

Related Posts

ກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ ຂ່າວສານບ້ານເມືອງ
ຕົ້ນໄມ້ລົ້ມທັບຂວາງທາງກາງເດິກ ຂ່າວສານບ້ານເມືອງ
59 ມື້ແລ້ວ! ທີ່ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 170ຄົນ ຂ່າວສານບ້ານເມືອງ
ຊົມເຊີຍ! ຜູ້ໃຈບຸນ ຈະແຈກເຄື່ອງຊ່ວຍນັກສຶກສາຕົກຄ້າງ ທີ່ ມຊ ຫໍພັກຊີເກມ ເວລາ 2 ໂມງ ວັນທີ 07/05/2021 ຂ່າວສານບ້ານເມືອງ
ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme