Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງ ມູນຄ່າຫຼາຍກວ່າ 70 ລ້ານກີບ – ການຄ້ານະຄອນຫຼວງ

Posted on 09/07/202009/07/2020 By All in LAOS No Comments on ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງ ມູນຄ່າຫຼາຍກວ່າ 70 ລ້ານກີບ – ການຄ້ານະຄອນຫຼວງ

ໃນຕອນແລງວັນທີ 8 ກໍລະກົດ 2020  ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ ໄດ້ມີພິທີທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ, ສື່ມວນຊົນເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ກ່າວວ່າ: ເພື່ອສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍນອກລະບົບທຸກຮູບແບບ, ໃນໄລຍະຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາຢ່າງເປັນປະຈຳ ໂດຍໄດ້ສຸມກວດລົດຂົນສົ່ງສິນຄ້າ, ຕະຫຼາດຈຳໜ່າຍ ແລະ ຈຸດຂ້າມລອຍຕ່າງໆ

ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດເພື່ອນບ້ານ ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1.600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ

ເຊິ່ງສິນຄ້າປະກອບມີ: ໝາກເລັ່ນ ຈຳນວນ 2.100 ກິໂລ, ໝາກນາວ 2.580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2.000 ກິໂລ ໂດຍນໍ້າໜັກລວມທັງໝົດ 6.880 ກິໂລ ມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາທຳລາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບຄົນຮ້າຍໄດ້ 1 ເຫດປຸ້ນທີ່ບໍ່ແກ້ວ
Next Post: ທາງພູເກົ້າຫຼັກຍັງຜ່ານບໍ່ໄດ້ 9 ກໍລະກົດ

Related Posts

ກະກຽມສ້າງຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ຈູດໂຮງຮຽນ ມຕ ເລກ 3 ຍ້ອນແຄ້ນໃຫ້ອາຈານ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຄົ້ນຫາມື້ທີ່ 2 ຍັງໄຮ້ວີ່ແວວສາວອິນແຕງ ຂ່າວສານບ້ານເມືອງ
ເຫດຄົນແທງກັນ ສາເຫດ ຍ້ອນກາເຟ 1 ຊອງ ທີ່ ປາກເຊ ຂ່າວສານບ້ານເມືອງ
ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme