Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບຄົນຮ້າຍໄດ້ 1 ເຫດປຸ້ນທີ່ບໍ່ແກ້ວ

Posted on 09/07/202009/07/2020 By All in LAOS No Comments on ຈັບຄົນຮ້າຍໄດ້ 1 ເຫດປຸ້ນທີ່ບໍ່ແກ້ວ

ເປັນອີກເຫດການທີ່ສະເຫມືອນໃຈແກ່ປະຊາຊົນລາວ ທາງແຂວງບໍ່ແກ້ວກັບເຫດການໄພສັງຄົມປຸ້ນເຈົ້າເອົາຂອງ.

ຕາມລາຍງານຄວາມຄືບໜ້າ ເລື່ອງຍິງປຸ້ນເງິນທີ່ເມືອງຕົ້ນເຜີ້ງແຂວງບໍ່ແກ້ວໃນມື້ວານນີ້ (8 ກໍລະກົດ 2020) ທີ່ຄາຊີໂນໂຄງການຄີງໂຣມັນ ໃນເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແມ່ນເຈົ້າໜ້າທີ່ສາມາດນຳຈັບຜູ້ປຸ້ນມາໄດ້ 1 ຄົນ ພ້ອມເງິນທີ່ປຸ້ນໄປ.

ເຫດການຄັ້ງນີ້ແມ່ນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ (ຍິງ 1) ເປັນຄົນຈີນ ທັ້ງໝົດ, ພວກກ່ຽວຂີ່ລົດຮອນດາຊີອາວີ ທະບຽນພາສາຈີນ A2FH96 ຖືກຍິງຈົນມຸ່ນ ຈາກນັ້ນຄົນຮ້າຍໄດ້ຊີງເງິນສົດທີ່ເປັນທະນະບັດໃບ 100 ຢວນນັບລ້ານຢວນໜີໄປ.

ຕາມຂ່າວຈາກຄາຊີໂນເອງແຈ້ງວ່າ ຜູ້ເສຍຊີວິດທັງ 4 ຄົນເປັນຄົນຈີນໝົດ ແລະຖືກສັງຫານຄາຫ້ອງພັກ ແລະຜູ້ກໍ່ເຫດກໍ່ເປັນຄົນຈີນ ຫຼັງກໍ່ເຫດໄດ້ຊີງເງິນໜີໄປພ້ອມລົດຮອນດາສີຂາວ ຫຼັງຈາກນັ້ນເຈົ້າໜ້າທີ່ໃນເມືອງຕົ້ນເຜິ້ງໄດ້ໄລ່ລ່າຕິດຕາມໄປທັນທີ່ບ້ານເກີ້ງໃຫຍ່ ຫ່າງຈາກບ່ອນຄາຊີໂນຄີງຣາມັນປະມານ 15 ກີໂລແມັດ ແລະສາມາດຈັບຄົນຮ້າຍມາໄດ້ 1 ຄົນ.

ຕາມສັນນິຖານໃນເບື້ອງຕົ້ນຄາດວ່າ ເຫດການສັງຫານໂຫດຄັ້ງນີ້ໜ້າຈະມາຈາກການຫຼິ້ນການພະນັນໃນວົງພະນັນ ແຕ່ຕອນນີ້ຄົນຮ້າຍໄດ້ຮັບບາດເຈັບ ແລະຖືກເຈົ້າໜ້າທີ່ທາງການລາວຈັບຕົວໄປສອບສວນແລ້ວ.

ພາບຈາກທີ່ເກີດເຫດ

ພາບຈາກທີ່ເກີດເຫດ

ພາບຈາກທີ່ເກີດເຫດ

ພາບຈາກທີ່ເກີດເຫດ

ຂ່າວສານບ້ານເມືອງ

Post navigation

Previous Post: ສະເທືອນຂວັນຍິງກັນທີ່ບໍ່ແກ້ວ
Next Post: ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງ ມູນຄ່າຫຼາຍກວ່າ 70 ລ້ານກີບ – ການຄ້ານະຄອນຫຼວງ

Related Posts

ລົມພະຍຸພັດ 3 ບ້ານຂອງເມືອງພຽງ ເສຍຫາຍເກືອບ 20 ຕື້ກີບ ຂ່າວສານບ້ານເມືອງ
ຄັ້ງທຳອິດສຳເລັດຂອງຈີນ ທີ່ສົ່ງນັກບິນຂຶ້ນສູ່ສະຖານີອາວະກາດ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 153ຄົນ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫ່ຍຄັ້ງທີ IXຂອງອົງຄະນະພັກກະຊວງສາທາລະນະສຸກ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວ ພົບຜູ້ຕິດເຊື້ອໂຄວິດ +72 ຄົນ ຂ່າວສານບ້ານເມືອງ
ໃຫ້ລາງວັນນໍາຈັບຄົນກໍ່ເຫດວາງເພີງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme