Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳ ເມືອງວຽງທອງ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ຈາກອັກຄີໄພ

Posted on 07/07/202007/07/2020 By News No Comments on ການນຳ ເມືອງວຽງທອງ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ຈາກອັກຄີໄພ

ດ້ວຍຄວາມເປັນຫ່ວງເປັນໄຍຈາກການນໍາພັກ-ລັດຂອງເມືອງ, ເພື່ອບັນເທົາທຸກໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍໄຟໄໝ້ເຮືອນ ໃນແລງວັນທີ 6 ກໍລະກົດ 2020 ການນຳຂອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍອຳນາດການປົກຄອງບ້ານ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນ: ເຂົ້າສານ 50 ກິໂລ, ຊາມ, ຄຸ, ໝໍ້, ໄຂ່, ໝີ່, ປາກະປ້ອງ, ສັງກະສີ, ເຫຼັກຕະປູ ແລະ ເຄື່ອງໄຊ້ຄົວເຮືອນຈຳນວນໜື່ງ ລວມມູນຄ່າທັງໝົດ 3,635,000 ກີບ ໄປມອບໃຫ້ຄອບຄົວທ້າວ ກ້າວ່າງ ທີ່ໄດ້ຮັບຜົນເສຍຫາຍຈາກອັກຄີໄພ ເຊີ່ງໃນຄອບຄົວມີຈໍານວນຄົນ 10 ຄົນ ຢູ່ຮ່ວມກັນ.

Image may contain: 2 people, mountain, sky, outdoor and nature

ເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ແມ່ນການຊ່ວຍເຫຼືອຈາກກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ຜູ້ປະກອບການ ແລະ ສັງຄົມ ທີ່ໄດ້ຮ່ວມຈິດຮ່ວມໃຈກັນ ເພື່ອຊ່ວຍເຫລືອພີ່ນ້ອງຮ່ວມຊາດ ໃນຍາມຄັບຂັນ ທັງເປັນການບັນເທົາທຸກໃນເບື້ອງຕົ້ນ ໂດຍຊ່ອງໜ້າບັນດາພາກສ່ວກທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານເປັນສັກຄີພະຍານ.

Image may contain: one or more people, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນເມືອງໂພນທອງຮຽນຮູ້ການປ້ອງກັນພະຍາດໄຂ້ຍຸງ
Next Post: ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຫ້ອງການປະສານງານຊາຍແດນ ດ່ານສາກົນປາກຊັນ

Related Posts

ໄປບໍ່ລອດກັກໂຕແກ້ງໃຫຍ່ ລັ ກ ສາຍໄຟຟ້າ ຕາມແລວທາງລົດໄຟເຂດບ້ານຊຽງລ້ອມ ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ
ສາມປະສານກາງຫົນທາງຍ້ອນແຊງບໍ່ຫວິດ (ຂາດສະຕິການຈາລະຈອນ) ຂ່າວສານບ້ານເມືອງ
ແຈ້ງການເພີ່ມເຕີມ ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກເງິນເດືອນ ໄລຍະ COVID-19 ຂ່າວສານບ້ານເມືອງ
ອປຊ ຈ່າຍເງິນອຸດໜູນວ່າງງານ ໂຄວິດ-19 ໃຫ້ 12.717 ຄົນ ມູນຄ່າ 12,37 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຂ່າວດ່ວນ! ວັກຊີນປ້ອງກັນ ໂ ຄ ວິ ດ ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ ຂ່າວສານບ້ານເມືອງ
ບ້ານແດງນະຄອນຫຼວງວຽງຈັນ ວັນທີ 24 ມິຖຸນາ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme