Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນເມືອງໂພນທອງຮຽນຮູ້ການປ້ອງກັນພະຍາດໄຂ້ຍຸງ

Posted on 07/07/202007/07/2020 By News No Comments on ປະຊາຊົນເມືອງໂພນທອງຮຽນຮູ້ການປ້ອງກັນພະຍາດໄຂ້ຍຸງ

ວັນທີ 3 ກໍລະກົດ ປີ 2020 ນີ້ຫ້ອງການສາທາລະນະສຸກເມືອງໂພນທອງ ແຂວງຫຼວງພະບາງ ໄດ້ລົງເຜີຍແຜ່ວິທີປ້ອງກັນ, ວຽກງານຕ້ານການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ໄຂ້ເລືອດອອກພ້ອມທັງທຳລາຍແຫຼ່ງເພາະພັນໄຂ່ຍຸງລາຍ.

Image may contain: one or more people, people standing and outdoor

ໂດຍການນຳພາຂອງ ທ່ານ ສົງກາ ສັນທະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໃນປະຈຸບັນ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ-ເລືອກອອກ ໄດ້ກວມພື້ນທີີ່ໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະເຂດຊຸມຊົນ ເຖີງວ່າພາກສ່ວນກ່ຽວຂ້ອງຈະສຸມໃສ່ຊຸກຫຍູ້ໃຫ້ປະຊາຊົນມີສ່ວນຮ່ວມຢ່າງເປັນເຈົ້າການ, ສົມທົບກັບພາກສວນທີກ່ຽວຂ້ອງ ແກ້ໄຂບັນຫາການແພ່ລະບາດຂອງເຊື້ອພະຍາດໄຂ້ເລືອກອອກ ຫຼື ໄຂ້ຍຸງລາຍ ຢ່າງຕຕັ້ງໜ້າ ແຕ່ສະພາບການລະບາດ ຍັງເກີດຂື້ນຍ້ອນປະຊາຊົນຈຳນວນໜື່ງ ຍັງຂາດຄວາມເປັນເຈົ້າການ

Image may contain: one or more people, outdoor and nature

ເພື່ອສືບຕໍ່ຕ້ານການແພ່ລະບາດຂອງພະຍາດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໂພນທອງ ໄດ້ເນັ້ນໜັກໃຫ້ປະຊາຊົນທຸກຄົນ ໃນເມືອງໂພນທອງພ້ອມກັນເອົາໃຂໃສ່ ຮັກສາສຸຂະພາບຂອງຕົນ ແລະລູກຫລານເປັນຕົ້ນຕໍ ດ້ວຍຍການມີສ່ວນຮ່ວມທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຫຼື ໜອນນໍ້າ, ເພື່ອບໍ່ໃຫ້ເປັນພາຫະນຳເຊື້ອພະຍາດ ໄປແພ່ຂະຍາຍ, ໃນນັ້ນ ໃຫ້ເອົາໃຈໃສ່ ປະຕິບັດຫຼັກການ 5ປ ຄື: ປິດ ຝາຊະນະທີ່ເກັບນ້ຳໃນເຮືອນຫຼືນອກເຮືອນເພື່ອບໍ່ໃຫ້ຍຸງໄຂ່ໃສ່, ປ່ຽນນ້ຳ ແລະຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງເພື່ອກີນໜອນນ້ຳ, ປັບປຸງບໍໃຫ້ມີນ້ຳຂັງ ກະໂປະ, ກະປ່ອງ, ຮາງລີນ, ຢາງຕີນລົດເກົ່າ ແລະປະຕິບັດເປັນປະຈຳທຸກໆອາທິດ. ຈາກນັ້ນ ໄດ້ພົ່ນຢາຂ້າຍຸງຕົວແກ່ໃນເຂດຊຸມຊົນຕື່ມອີກ.

Image may contain: one or more people, people standing and outdoor

ສໍາລັບການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ຫລືໄຂ້ເລືອດອອກຢູ່ເມືອງໂພນທອງ ນັບແຕ່ ເດືອນມັງກອນ ເຖີງເດືອນ ມິຖຸນາ ປີນີ້ ມີຜູ້ຕິດເຊື້ອທັງຫມົດ 3 ຄົນ, ຍີງ 1 ຄົນ, ແລະຍັງອາດຈະມີຄວາມສ່ຽງຕໍ່ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ-ເລືອດອອກ ຕື່ມອີກ ຫາກທຸກພາກສ່ວນບໍ່ເປັນເຈົ້າການຮ່ວມກັນສະກັດກັ້ນ.

Image may contain: one or more people, cloud, outdoor and nature

ຂ່າວ: ສົມເພັດ ມີໄຊກອນ ນັກຂ່າວເມືອງງໂພນທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຊຍະບູລີ ປະຊຸມຮັບຮອງອັດຕາຄິດໄລ່ຄ່າຊົດເຊີຍ ໃຫ້ປະຊາຊົນບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ
Next Post: ການນຳ ເມືອງວຽງທອງ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ຈາກອັກຄີໄພ

Related Posts

ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້ ຂ່າວສານບ້ານເມືອງ
ໄຟໄໝ້ລົດຟໍຈູນເນີ ກາງເດິກ ທີ່ບ້ານວຽງຈະເລີນ ຂ່າວສານບ້ານເມືອງ
ງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້ຕ້ອງມີຄວາມສະຫງົບ100% ຂ່າວສານບ້ານເມືອງ
ດ່ວນຊ່ວຍແຊສ! ຫາຍາດພີ່ນ້ອງຂອງນ້ອງທັງສອງ ເກີດອຸປະຕິເຫດຢູ່ ຫລັກ 28 ເມືອງໄຊທານີ ຂ່າວສານບ້ານເມືອງ
ລຸກຊຳບວກຊ່ວຍເຫຼືອອຸປະກອນການແພດ ຕ້ານໂຄວິດ-19 ໃຫ້ ສປປ ລາວ ມູນຄ່າ 2,36 ຕື້ກີບ ຂ່າວສານບ້ານເມືອງ
ຂຶ້ນເພດານຕະຫຼາດ ລັກເອົາຂອງມີຄ່າ 4 ຄັ້ງ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme