Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຊຍະບູລີ ປະຊຸມຮັບຮອງອັດຕາຄິດໄລ່ຄ່າຊົດເຊີຍ ໃຫ້ປະຊາຊົນບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ

Posted on 07/07/202007/07/2020 By News No Comments on ໄຊຍະບູລີ ປະຊຸມຮັບຮອງອັດຕາຄິດໄລ່ຄ່າຊົດເຊີຍ ໃຫ້ປະຊາຊົນບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ

ໃນຕອນເຊົ້າວັນທີ 5 ກໍລະກົດ 2020, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຮັບຮອງອັດຕາການຄິດໄລ່ຄ່າຊົດເຊີຍໃຫ້ປະຊາຊົນບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ຢູ່ທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສອນສະຫັວນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ພ້ອມດ້ວຍຄອບຄົວທີ່ຖືກຜົນກະທົບເຂົ້າຮ່ວມ.

Image may contain: 6 people, people sitting and table

ໃນກອງປະຊຸມ, ທ່ານ ສອນສະຫັວນ ຈັນທະວົງ ຮອງເຈົ້າເມືອງ ໄຊຍະບູລີ ໄດ້ຂຶ້ນຜ່ານລາຍຊື່ຄອບຄົວທີ່ໄດ້ຮັບຜົນກະທົບ ໃຫ້ເຫັນວ່າ: ບ້ານປາກຮຸ່ງ ມີຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດ 36 ຄອບຄົວ, ມີ 50 ຕອນດິນ. ໃນນັ້ນ, ດິນກະສິກຳ 15 ຕອນ, ດິນສວນໄມ້ອຸດສາຫະກຳ 31 ຕອນ, ດິນລວມບ້ານ 2 ຕອນ, ດິນປ່າທຳມະຊາດ 2 ຕອນ ລວມເນື້ອທີ່ 966.292 ແມັດມົນທົນ; ຕົ້ນໄມ້ອຸດສາຫະກໍາ 28.750 ຕົ້ນ, ໄມ້ໃຫ້ໝາກ 288 ຕົ້ນ, ລວມມູນຄ່າການເສຍຫາຍທັງໝົດ 2,1 ຕື້ກວ່າກີບ. ສ່ວນບ້ານຫ້ວຍແກ້ງ ມີຕອນດິນຖືກຜົນກະທົບທັງໝົດ 92 ຕອນ, ມີ 51 ຄອບຄົວ. ໃນນີ້, ເປັນດິນກະສິກຳ 47 ຕອນ, ດິນນາ 2 ຕອນ, ດິນປູກໄມ້ອຸດສາຫະກຳ 31 ຕອນ, ດິນປຸກສ້າງ 3 ຕອນ, ດິນປ່າໄມ້ທຳມະຊາດ 4 ຕອນ, ລວມເນື້ອທີ່ 357.229 ແມັດມົນທົນ; ຕົ້ນໄມ້ອຸດສາຫະກຳ 11.995 ຕົ້ນ, ໄມ້ໃຫ້ໝາກ 539 ຕົ້ນ, ລວມມູນຄ່າການເສຍຫາຍ 1,2 ຕື້ກວ່າກີບ.

Image may contain: 3 people, people sitting and table

ຈາກນັ້ນ, ໃນກອງປະຊຸມຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳເຫັນຢ່າງກົງໄປກົງມາເພື່ອໃຫ້ມີຄວາມເພິ່ງພໍໃຈທັງ 2 ຝ່າຍ.

Image may contain: sky, bridge, outdoor and nature

ຂ່າວ-ພາບ: ສົມພົງ ສີສະຫວັດ

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການເດີນທາງ ພູເກົ້າຫຼັກຍັງສ່ຽງ ຂໍໃຫ້ຫຼີກລ້ຽງ
Next Post: ປະຊາຊົນເມືອງໂພນທອງຮຽນຮູ້ການປ້ອງກັນພະຍາດໄຂ້ຍຸງ

Related Posts

ມື້ທໍາອິດ ເປີດດ່ານສາກົນຂົວມິດຕະພາບ1 ມີຜູ້ເດີນທາງ ເຂົ້າ-ອອກ ນະຄອນຫລວງວຽງຈັນເກືອບ 400ຄົນ ຂ່າວສານບ້ານເມືອງ
ລັດຖະບານ ຮຽກຮ້ອງໃຫ້ພໍ່-ແມ່ ປະຊາຊົນເປັນຫູເປັນຕາ ເຝົ້າລະວັງໃນການລັກລອບເຂົ້າປະເທດ ຂ່າວສານບ້ານເມືອງ
ຍອດຜູ້ ເ ສ ຍ ຊີ ວິ ດຈາກນໍ້າຖ້ວມຢູ່ຈີນ ເພີ່ມຂຶ້ນເກືອບ 60 ຄົນ ຂ່າວສານບ້ານເມືອງ
ຄະນະປະຈໍາສະພາແຫ່ງຊາດ ຮ່ວມ ກັບຄະນະລັດຖະບານ ຫາລືຫລາຍບັນຫາສໍາຄັນຮີບດ່ວນ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ ຂ່າວສານບ້ານເມືອງ
ເມົາແລ້ວຂັບ! ລົດເກັງເສຍຫຼັກຕຳລົດກະບະໄທເກີ້ ແລ້ວໄປຕຳຫຼັກເສົາໄຟ ທີ່ທ່າແຂກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme