Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະເທດໄທໃຫ້ຄົນຕ່າງປະເທດເຂົ້າປະເທດ ໂດຍມີເງື່ອນໄຂ 5 ປະເພດ

Posted on 06/07/202006/07/2020 By All in LAOS No Comments on ປະເທດໄທໃຫ້ຄົນຕ່າງປະເທດເຂົ້າປະເທດ ໂດຍມີເງື່ອນໄຂ 5 ປະເພດ

ຂໍ້ມູນຈາກ ThaiVISA ໃຫ້ຮູ້ວ່າ ເຖິງແມ່ນວ່າ ດ່ານທຸກດ່ານ ຢູ່ປະເທດໄທ ຍັງຄົງປິດ ບໍ່ໃຫ້ກຸ່ມນັກທ່ອງທ່ຽວຕ່າງຊາດ ເຂົ້າມາປະເທດ,

ແຕ່ກຸ່ມຄົນ ຈາກຕ່າງປະເທດ (ລວມທັງ ສປປ ລາວ) ບາງກຸ່ມ ແມ່ນຈະໄດ້ຮັບອະນຸຍາດ ຈາກລັດຖະບານໄທ ໃຫ້ສາມາດເດີນທາງເຂົ້າ ປະເທດໄທໄດ້ ໂດຍປະກອບມີ 5 ກຸ່ມຄົນ ຕໍ່ໄປນີ້:

1) ກຸ່ມຄົນ ທີ່ມີໃບຢັ້ງຢືນທີ່ຢູ່ ຢູ່ປະເທດໄທ ທີ່ຖືກຕ້ອງຕາມກົດໝາຍ
2) ຄູ່ສາມີພັນລະຍາ, ພໍ່ແມ່ ຫຼື ລູກ ທີ່ມີສັນຊາດໄທ
3) ຜູ້ທີ່ໃບອະນຸຍາດເຮັດວຽກ ຢູ່ປະເທດໄທ
4) ນັກຮຽນ ທີ່ຮຽນຢູ່ສະຖາບັນ ການຮຽນ ໃນປະເທດໄທ
5) ບຸກຄົນທີ່ມີຄວາມຕ້ອງການ ໄປຮັກສາປິ່ນປົວ ຢູ່ປະເທດໄທ

ທຸກຄົນ ທີ່ກ່າວມາຂ້າງເທິງ ຈໍາເປັນຕ້ອງມີ

1) ໃບຢັ້ງຢືນ ປະກັນໄພສຸຂະພາບ ທີ່ລວມເອົາປະກັນໄພ ໂຄວິດ-19 ຢູ່ນໍາ
2) ໃບຢັ້ງຢືນ ຄວາມພ້ອມໃນການບິນມາໄທ
3) ການກັກໂຕ 14 ວັນ ເມື່ອມາເຖິງ ປະເທດໄທ

ເຖິງຢ່າງໃດກໍ່ດີ ຫາກທ່ານມີຈຸດປະສົງເດີນທາງໄປ ໄທ ແມ່ນສາມາດພົວພັນ ສະຖານທູດໄທ ປະຈໍາ ສປປລາວ ເພື່ອອັບເດດ ຂໍ້ມູນແຕ່ລະໄລຍະ

ແຫລ່ງທີ່ມາ: ThaiVISA

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍອໍາລາຊີວິດເສເພ ມາພ້ອມກັນສ້າງຄອບຄົວທີ່ອົບອຸ່ນ – ບົດຮຽນທີ່ດີ
Next Post: ເຕືອນໄພເດີ ປະຊາຊົນຈັບໄດ້ໂຈນ ໃຊ້ລົດໃຫຍ່ເລາະລັກງົວແຖວວັງວຽງ

Related Posts

ກອງປະຊຸມຈັດຕັ້ງທີມຕິດຕາມກວດກາມາດຕະການບໍ່ຊື້ – ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ຂ່າວສານບ້ານເມືອງ
ດ່ວນ! ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ແລ້ວ ຂ່າວສານບ້ານເມືອງ
ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ ຂ່າວສານບ້ານເມືອງ
25-28 ມິຖຸນາ ກຽມຮັບມື ລົມມໍລະສຸມ ຝົນຕົກຟ້າລົມ ຂ່າວສານບ້ານເມືອງ
ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ +13ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme