Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານຫາດສາຍ້າຍປ່າຊ້າໄປບ່ອນໃໝ່ ຍ້ອນນໍ້າເຂື່ອນຈະຖ້ວມ

Posted on 06/07/202006/07/2020 By All in LAOS No Comments on ປະຊາຊົນບ້ານຫາດສາຍ້າຍປ່າຊ້າໄປບ່ອນໃໝ່ ຍ້ອນນໍ້າເຂື່ອນຈະຖ້ວມ

ຫຼວງພະບາງ: ປະຊາຊົນຈັດພິທີ ຍ້າຍປ່າຊ້າໄປບ້ານໃໝ່ ຫຼັງຈາກເຂື່ອນນໍ້າອູ 3 ຈະດໍາເນີນການຜະລິດ ກະແສໄຟຟ້າ

ກ່ອນວັນເຂົ້າພັນສາ ປະຊາຊົນບ້ານຫາດສາ (ເກົ່າ) ໄດ້ຈັດພິທີຍ້າຍ ປ່າຊ້າ ເຊີນດວງວິນຍານຂອງບັນພະບຸລຸດຈາກໝູ່ບ້ານເກົ່າ ໄປຢູ່ປ່າຊ້າແຫ່ງໃໝ່ ຕາມຄວາມເຊື່ອຂອງຊາວບ້ານ

ເນື່ອງຈາກອີກບໍ່ດົນ ປ່າຊ້າເກົ່າ ແລະ ສິມວັດຫາດສາ ຫຼັງເກົ່າ ພ້ອມສິ່ງກໍ່ສ້າງຈະຈົມຢູ່ພື້ນນໍ້າ

ສິມວັດເດີມ ທີ່ນໍ້າເຂື່ອນຈະຖ້ວມ

ບ້ານຫາດສາ ເມືອງງອຍ ແຂວງຫຼວງພະບາງ ຕັ້ງຢູ່ແຄມນໍ້າອູ ເຊິ່ງມື້ນີ້ປະຊາຊົນໄດ້ອົບພະຍົບໄປຢູ່ໝູ່ບ້ານໃໝ່ ທີ່ໂຄງການໄດ້ຈັດສັນໃຫ້ໃໝ່

ສິມວັດບ່ອນໃໝ່

ສາຍນໍ້າອູ ທີ່ໄຫຼມາຈາກຍອດນໍ້າອູ ຜ່ານເມືອງຂວາ ແຂວງຜົ້ງສາລີ ເຂົ້າເຂດເມືອງງອຍ ແຂວງຫຼວງພະບາງ, ສອງຝັ່ງແມ່ນໍ້າອູ ຍັງມີປ່າໄມ້ທີ່ອຸດົມສົມບູນ ປະຊາຊົນເຂດນັ້ນ ໄດ້ອາໄສລໍາແມ່ນໍ້າອູ ເປັນເສັ້ນທາງຄົມມະນາຄົມ ຕິດຕໍ່ກັນກັບພາຍນອກ

ຈັດພິທີຍ້າຍປ່າຊ້າ

ໂຄງການກໍ່ສ້າງ“ເຂື່ອນນໍ້າອູ 3” ໃນເຂດເມືອງງອຍ ສົ່ງຜົນໃຫ້ 6 ຫມູ່ບ້ານທີ່ຢູ່ເໜືອເຂື່ອນ ຄືກັບຖືກຕັດຂາດຈາກຕົວເມືອງງອຍ ແລະ ໜອງຂຽວ (ເມືອງງອຍໃໝ່)
6 ບ້ານ ປະກອບມີ: ບ້ານຫາດຂາດ ບ້ານສົບຂິງ ບ້ານໂພນພະນະ ບ້ານຫາດສາ ບ້ານປາກລວງ ແລະ ບ້ານຫ້ວຍແຮມ

.

.

ລາຍງານໂດຍ: ວັດຫາດສາ

ຂ່າວສານບ້ານເມືອງ

Post navigation

Previous Post: ກົມໃຫຍ່ການເມືອງກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
Next Post: ເຈົ້າໜ້າທີ່ເລັ່ງຈັບຕົວກຸ່ມໄວລຸ້ນອາລະວາດທີ່ວັງນໍ້າເຜິ້ງ

Related Posts

ແຈ້ງການເຖິງ ບັນດາວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ (PIEs) ເລື່ອງ ຂະຫຍາຍເວລາປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ(IFRS ) ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງບໍ່ແກ້ວເປີດກອງປະຊຸມເຜີຍແຜ່ຄຳສັ່ງແນະນຳການແບ່ງປະເພດການຈັດຕັ້ງພັກ ແລະ ສະມາຊິກພັກ ປະຈຳປີ 2020 ຂ່າວສານບ້ານເມືອງ
ມະຫາວິທະຍາໄລ ວິທະຍາສາດສຸຂະພາບ! ສັ່ງໂຈະການຈັດຕັ້ງການຮຽນ-ການສອນພາກທິດສະດີ ຊົ່ວຄາວ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງວິລະບູລີ ລົງມອບລໍ້ໃຫ້ຄົນພິການ ຂ່າວສານບ້ານເມືອງ
Private Plane Carrying 860 pounds of Cocaine Crashes on Highway ຂ່າວສານບ້ານເມືອງ
ປະຊາຊົນເມືອງໂພນທອງຮຽນຮູ້ການປ້ອງກັນພະຍາດໄຂ້ຍຸງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme