Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມໃຫຍ່ການເມືອງກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ

Posted on 06/07/202006/07/2020 By News No Comments on ກົມໃຫຍ່ການເມືອງກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະ ຫານ ຈຳນວນ 92 ສະຫາຍ ທົ່ວກົມ ໃຫຍ່ການເມືອງກອງທັບ. ໃນນີ້, ມີເລື່ອນຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນ ຕີ 15 ສະຫາຍ, ເລື່ອນຊັ້ນຮ້ອຍ ໂທ ຂຶ້ນ ຮ້ອຍເອກ 39 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ ແລະ ທຽບຊັ້ນໃຫ້ພະ ນັກງານທີ່ຮຽນຈົບຈາກໂຮງຮຽນ ສາຍລັດ ຄື: ເລື່ອນທຽບຊັ້ນຮ້ອຍ ໂທ 15 ສະຫາຍ ແລະ ເລື່ອນ ທຽບຊັ້ນຮ້ອຍຕີ 1 ສະຫາຍ.

Image may contain: 8 people, people sitting and indoor

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ. ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ກ່າວວ່າ: ການ ເລື່ອນຊັ້ນໃນຄັ້ງນີ້ແມ່ນກຽດສັກ ສີອັນສູງສົ່ງ ແລະ ມີຄວາມໝາຍ ສໍາຄັນເພາະມັນໄດ້ຢັ້ງ ຢືນໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານໃນກອງທັບ, ເປັນການປະຕິບັດນະໂຍບາຍ ຂອງພັກ ແລະ ກົດໝາຍນາຍ ທະຫານກອງທັບ ປະຊາຊົນລາວ ໃຫ້ມ ີຄວາມຖືກຕ້ອງ ທັງເປັນການ ຍ້ອງຍໍສັນລະເສີນຕໍໍ່ຜົນງານ, ຄຸນງາມຄວາມດີຂອງແຕ່ລະສະ ຫາຍທີ່ມີຄວາມອົດທົນຜ່ານ ຜ່າອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການປັບປຸງກໍ່ສ້າງກອງທັບ ໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ ໄດ້ຮັບມອບໝາຍ.

ໂດຍ: ອາຫວຸ້ນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ຕ້ອງລະວັງເພາະຍັງມີຜູ້ເດີນທາງເຂົ້າປະເທດຢ່າງຕໍ່ເນື່ອງ
Next Post: ປະຊາຊົນບ້ານຫາດສາຍ້າຍປ່າຊ້າໄປບ່ອນໃໝ່ ຍ້ອນນໍ້າເຂື່ອນຈະຖ້ວມ

Related Posts

8 ພຶດສະພາ ປກສ ນະຄອນຫຼວງວຽງຈັນ ນຳສົ່ງແຮງງານລາວ 114 ຄົນ ເຂົ້າສູນກັ່ນຕອງ ຂ່າວສານບ້ານເມືອງ
ເຄີ ຍ ຕິ ດ ຄຸ ກ ແລ້ວ 1 ຄັ້ງ ຍັ ງ ບໍ່ ເ ຂັ ດ ຫຼ າ ບ ອອກມານຳຮອຍເກົ່າ ຖື ກ ຈັ ບດຳ ເ ນີ ນ ຄ ະ ດີ ຂ່າວສານບ້ານເມືອງ
ພົບ ງູກະບາຫົວຂຽດນໍ້າເຕົ້າ ເຂດປ່າສະຫງວນ ພູສະບົດ-ປົ່ງຈອງ ທີ່ເມືອງຄໍາ (ມີຄລິບ) ຂ່າວສານບ້ານເມືອງ
ລາຍງານຂ່າວໂຄວິດ! ມື້ນີ້ພົບຜູ້ຕິດເຊື້ອໂຄວິດ +3ຄົນ ຂ່າວສານບ້ານເມືອງ
ຫ້ອງວ່າການສູນກາງພັກ ທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ
454 ຫົວໜ່ວຍທຸລະກິດທີ່ໂຈະການເຄື່ອນໄຫວ ແລະ ຍຸບເລິກ ຢູ່ສະຫວັນນະເຂດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme