Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພຣະປະທານ ວັດເພຍວັດ ນະຄອນຫຼວງວຽງຈັນ ສ້າງເມື່ອ ຄສ 1551

Posted on 06/07/202006/07/2020 By All in LAOS No Comments on ພຣະປະທານ ວັດເພຍວັດ ນະຄອນຫຼວງວຽງຈັນ ສ້າງເມື່ອ ຄສ 1551

ພຣະສົງເມືອງສີຼສັດຕະນາຄ ລົງອຸໂປສົຖສັງຄະກັມ ທີວັດພຣະຍາວັດ

ວັດເພຍວັດ ຫລືວັດພຣະຍາວັດ ເຊິ່ງເປັນວັດທີ ທີ່ໃຫຍ່ແລະທີສຸດ ສຳຄັນສຸດໃນເມືອງວຽງຈັນ ເບິ່ງສະເພາະສິມ ແລະພຣະເຈົ້າອົງຫລວງທີເປັນພຣະປະທານຂອງວັດເພຍວັດກໍ່ສົມຊື່ ວັດແຫ່ງນີ້ສ້າງເມື່ອປີ ຄສ 1551 ໂດຍພຣະຍາຈັນທະບູຣີສີຼສັຕທັມມະໄຕໂລກ ຜູ້ປົກຄອງເມືອງວຽງຈັນໃນໄລຍະນັ້ນ ເປັນເປັນກ່ອນທີເຈົ້າໄຊຍະເສດຖາທິຣາຊ ຈະຍ້າຍນະຄອນຫລວງຈາກຫລວງພຣະບາງ ມາສູ່ນະຄອນວຽງຈັນກ່ອນນັ້ນ 9 ປີ ເຊິ່ງກົງກັບເຈົ້າໂພທິສະຣະຣາຊ (1520 -1550 ) ປົກຄອງແຜ່ນດີນລ້ານຊ້າງ ໄດ້ 30 ປີ.

ໄດ້ນຳພາກໍ່ສ້າງ ຣາຊະວັງ, ຫໍພຣະແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ແລະ ວັດອຶ່ນໆ ໃນເເຂດກຳແພງເມືອງແລະນອກກຳແພງເມືອງວຽງຈັນ ສ່ວນວັດສີສະເກດ ແຕ່ກ່ອນ ແມ່ນວັດແສນ ໄດ້ສ້າງໃນ ປີ 1521, ວັດໂພນພຣະເນົາ, ວັດໜອງບອນ ກໍ່ແມ່ນ ວັດທີ່ເກົ່າແກ່ ສ້າງກ່ອນ ປີ 1530.

ພຣະອົງກໍ່ໄດ້ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພຣະເຈົ້າໂພທິສະຣະຣາຊໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີ ແຫ່ງໜຶ່ງ,

ນອກຈາກວັດແດນເມືອງ ແລະ ວັດໂພນພູນເມືອງ ທີ່ໂພນ ພິໄສແລ້ວ ເພິ່ນ ຍັງໄດ້ສ້າງວັດ ທີ່ໜອງຄາຍອີກ. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ວັດເພຍວັດຖືກສົງຄາມທຳລາຍພ້ອມກັບເມືອງວຽງຈັນທີຖືກເຜົ້າໄຫມ້ ຕົກມາຮອດປີ ຄສ 1911 ທ່ານເຣນຣີ ປາກມັງເຈ ນັກສຳຫລວງຄົນຝຣັ່ງເສດໄດ້ເຂົ້າມາເກັບກຳຂໍ້ມູນຄົ້ນຄວ້າຂອງສິລະປະລາວ ໄດ້ເຫັນວັດເພຍວັດຕົກຢູ່ໃນສະພາບເພພັງໂປດເພ່ຈາກສົງຄາມແລະການເວລາ ມີພຣະພຸທທະຮູບທັງປູນແລະທອງສຳຣິດລຽງລາຍຕາມບໍລິເວນວັດແຫ່ງນີ້ ຫລັງຈາກນັ້ນເພິ່ນກໍ່ໄດ້ມີການຮີບພຣະພຸດທະຮູບທອງສຳຣິດນ້ອຍໃຫຍ່ ໄປເກັບຮັກສາໄວ້ທີກົມມະຣຽນວັດສີຼສະເກດ ເມື່ອປະມານປີ ຄສ 1960 ແລະວັດເພຍວັດກໍ່ເລິ່ມມີການປະຕິສັງຂອນຄືໃຫມ່ ໂດຍສະເພາະພຣະເຈົ້າອົງຫລວງແລະສິມທີໃຫຍ່ໂຕມະໂຫຖານນີ້ເມື່ອປະມານປີ ຄສ 1958-1960 ມານີ້ .

.

.

.

.

.

ພາບແລະເລື່ອງລາວໂດຍ: Houmphet Manisouk

ຂ່າວສານບ້ານເມືອງ

Post navigation

Previous Post: ສຸດດີໃຈ ເຫັນຊ້າງປ່າ 20 ກວ່າໂຕ (ເຊືອກ) ລົງອາບນໍ້າທີ່ເມືອງວິລະບູລີ ໃນວັນເຂົ້າພັນສາ (ມີຄລິບ)
Next Post: ປກສ ສະຫວັນນະເຂດ ມ້າງຄະດີຢາເສບຕິດ ພ້ອມຂອງກາງສີ່ແສນກວ່າເມັດ

Related Posts

ຊົມເຊີຍພົນລະເມືອງດີເກັບໄດ້ກະເປົາເງິນ ທີ່ທາງ 450 ປີຕາມສົ່ງຫາເຈົ້າຂອງ ຂ່າວສານບ້ານເມືອງ
ລັດ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຂ່າວສານບ້ານເມືອງ
ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1 ຢ້ຽມຢາມຂະບວນເຄື່ອນທັບຊ້ອມຮົບຂອງນັກຮຽນນາຍສິບ ຊຸດທີ 34 ຂ່າວສານບ້ານເມືອງ
ຂົນມາເຕັມລົດ 4 ໂຕນກວ່າ ປກສ ແຂວງບໍ່ແກ້ວ ຈັ ບ ໄດ້ອີກແລ້ວ ຂ່າວສານບ້ານເມືອງ
ຂ່າວດ່ວນ! ໄຟໄໝ້ ຮ້ານຂາຍເຄື່ອງກໍ່ສ້າງ ທີ່ບ້ານໂພນຕ້ອງສະຫວາດ ເສຍຫາຍໜັກ (ຊົມຄລິບ) ຂ່າວສານບ້ານເມືອງ
ໝົດມື້ທີ 4 ຍັງບໍ່ເຫັນ ພໍ່ຕູ້ພວງຫຼົງປ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme