Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເນື້ອທີ່ 150 ເຮັກຕາ ບໍ່ທຳມະດາສະຖານີລົດໄຟນະຄອນຫຼວງວຽງຈັນ

Posted on 06/07/202006/07/2020 By News No Comments on ເນື້ອທີ່ 150 ເຮັກຕາ ບໍ່ທຳມະດາສະຖານີລົດໄຟນະຄອນຫຼວງວຽງຈັນ

ພວກເຮົາກຽມນັບຖອຍຫຼັງສູ່ການນຳໃຊ້ເສັ້ນທາງລົດໄຟຄວາມສູງ ລາວ-ຈີນ ເພາະຕາມແຜນການແລ້ວປີໜ້ານີ້ເດືອນທັນວາກໍ່ຮອດວັນເວລານັດໝາຍຊົມໃຊ້ເສັ້ນທາງທີ່ຈະປົດປ່ອຍປະເທດລາວຈາກບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານ ເຊິ່ງມາຮອດປະຈຸບັນໜ້າວຽກສ່ວນໃຫຍ່ກໍ່ສຳເລັດໄປແລ້ວ ກຳລັງກ້າວເຂົ້າສູ່ການກໍ່ສ້າງສະຖານີ ຈຸດແວ່ຮັບສິນຄ້າ ແລະຜູ້ໂດຍສານ.

ຫຼ້າສຸດນີ້ທີ່ນະຄອນຫຼວງວຽງຈັນໄດ້ເປີດການກໍ່ສ້າງສະຖານີໂດຍສານທາງລົດໄຟລາວ-ຈີນ ໃນເນື້ອທີ່ 150 ເຮັກຕາ ເປັນໜຶ່ງໂຄງການກໍ່ສ້າງທີ່ນອນຢູ່ໃນໂຄງການທາງລົດໄຟລາວ-ຈີນ ແລະ ເປັນສະຖານີທາງລົດໄຟແຫ່ງທໍາອິດຂອງນະຄອນຫຼວງວຽງຈັນພິທີທາງການຈັດຂຶ້ນໃນເຊົ້າວັນທີ 3 ກໍລະກົດ 2020, ທີ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈັນຕຸລາ ໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນແມ່ນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543 ຕາແມັດ, ສາມາດຮັບຮອງຜູ້ສານສູງສຸດ 2.500 ຄົນ ແລະເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະຈະມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະມີແຜນສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.


ທ່ານ ສ່ຽວຊ່ຽນເຫວິນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຍຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນິີນການ, ຄຸ້ມຄອງແບບມາດຕະຖານ ແລະບັນລຸຕາມຄວາມຕ້ອງການແຕ່ລະໜ້າວຽກ ສ້າງໂຄງການນີ້ໃຫ້ດີມີຄວາມປອດໄພ ເປັນໄປຕາມຂັ້ນຕອນ ນອກນັ້ນ, ແມ່ນເອົາໃຈໃສ່ຕໍ່ວຽກງານປະດັບ ແລະຕົບແຕ່ງສະຖານນີໃຫ້ສະແດງເຖິງວັດທະນະທໍາລາວ-ຈີນ ແລະກາຍເປັນໂຄງການມິດຕະພາບລາວ-ຈີນຢ່າງແທ້ຈິງ ພ້ອມທັງເພີ່ມທະວີການຈັດຕັ້ງ ແລະວຽກງານການກໍ່ສ້າງນີ້ໃຫ້ຕາມເປົ້າໝາຍທີ່ໄດ້ວາງໄວ້.


ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ແລ້ວ ແລະພວມຫັນມາດໍາເດີນການຕ່າງໆທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະການບໍລິຫານທາງລົດໄຟ.


ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າແລະຜູ້ໂດຍສານ ແລະຈະເປີດບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

ຂ່າວສານບ້ານເມືອງ

Post navigation

Previous Post: 1 ໃນຜູ່ບາດເຈັບ ເຫດອາລະວາດຕີກັນທີ່ ຕາດວັງນໍ້າເຜິ້ງ ເຈັບໜັກຕາແຕກ ກະໂຫຼກຫົວແຕກ
Next Post: ປີ້ນຊີ້ຟ້າຕໍາກັນທີ່ອັດຕະປືກາງເດິກ

Related Posts

ລົດດາມຕົກລົງເຫວທາງພູເກົ້າຫຼັກ! ເຕືອນໄພລະວັງການເດີນທາງລະດູຝົນ ຂ່າວສານບ້ານເມືອງ
ລັດໄດ້ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລ້ວເຖິງວ່າໄຟຟ້າລາວຈະຂາດ ທຶນຫຼາຍຮ້ອຍລ້ານກໍຕາມ ຂ່າວສານບ້ານເມືອງ
ກັກສອງສາວ ລັ ກ ຂົນ ຢ າ ເ ສ ບ ຕິ ດ ລັອດໃຫຍ່ ຂ່າວສານບ້ານເມືອງ
ເຈົ້າແຂວງບໍ່ແກ້ວ ສັ່ງເມືອງຕົ້ນເຜິ້ງກວດກາ ແລະ ຖອນ ປ້າຍໂຄສະນາ ທີ່ບໍ່ຖືກລະບຽບ! ຂ່າວສານບ້ານເມືອງ
ໄຟຟ້ານະຄອນຫຼວງແຈ້ງການ! ມອດໄຟ ໃນວັນທີ 18-23 ມິຖຸນາ 2021 ຂ່າວສານບ້ານເມືອງ
ເມືອງປາກອູປະກາດພະນັກງານລັດຖະກອນອອກພັກການຮັບອຸດໜຸນເບ້ຍບໍານານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme