Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະກຽມ ສະເໜີ ຮ່າງດໍາລັດ ນາມມະຍົດນັກຂ່າວ

Posted on 03/07/202003/07/2020 By All in LAOS No Comments on ກະກຽມ ສະເໜີ ຮ່າງດໍາລັດ ນາມມະຍົດນັກຂ່າວ

ກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດນາມມະຍົດນັກຂ່າວ ຈັດຂຶ້ນຕອນເຊົ້າວັນທີ 3 ກໍລະກົດ 2020 ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີຫົວໜ້າກົມ, ຮອງກົມ, ຜູ້ແທນສະຖາບັນຕ່າງໆ ທົ່ວກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເຂົ້າຮ່ວມ.


ດໍາລັດນາມມະຍົດວ່າດ້ວຍນັກຂ່າວປະກອບມີ 6 ໝວດ, 16 ມາດຕາ, ໝວດທີ 1 ໄດ້ກໍານົດຫຼັກການ, ລະບຽບການ ແລະເງື່ອນໄຂໃນການມອບນາມມະຍົດໃຫ້ນັກຂ່າວ, ເພື່ອເປັນການຊຸກຍູ້, ເສີມຂະຫຍາຍບົດບາດ ແລະຍົກສູງຄຸນນະພາບສື່ມວນຊົນ ເພື່ອຈາລຶກຄຸນງາມຄວາມດີ ແລະຜົນງານອັນດີເດັ່ນຂອງສື່ມວນຊົນລາວທຸກຂະແໜງ ທີ່ໄດ້ປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ໃນຖານະເປັນນັກຮົບດ້ານຖະແຫລງຂ່າວ. ໝວດທີ 2 ແມ່ນການແບ່ງຂັ້ນນາມມະຍົດນັກຂ່າວ ແລະ ເປົ້າໝາຍຜູ້ທີ່ຈະຮັບນາມມະຍົດ, ໝວດທີ 3 ເງື່ອນໄຂຂອງນັກຂ່າວທີ່ໄດ້ຮັບນາມມະຍົດ, ໝວດທີ 4 ການສະເໜີ ແລະ ນະໂຍບາຍຜູ້ທີ່ໄດ້ຮັບນາມມະຍົດ, ໝວດທີ 5 ວ່າດ້ວຍມາດຕະການຖອດຖອນນາມມະຍົດ, ແລະການຈັດຕັ້ງປະຕິບັດ.

ພາຍຫຼັງຄະນະຮັບຜິດຊອບ ສະເໜີເນື້ອໃນດຳລັດວ່າດ້ວຍນາມມະຍົດນັກຂ່າວແລ້ວ ຜູ້ແທນກອງປະຊຸມໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ແຕ່ລະໝວດ, ແຕ່ລະມາດຕາ, ປະໂຫຍກ, ຄຳສັບ ເພື່ອໃຫ້ດໍາລັດສະບັບນີ້ມີເນື້ອໃນອຸດົມສົມບູນ, ຖືກຕ້ອງ, ຮັດກຸມ ແລະ ສາມາດນຳໃຊ້ໄດ້ໃນອານາຄົດ, ຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນ ແລະ ສະຫຼຸບສັງລວມຜົນຂອງກອງປະຊຸມຄັ້ງນີ້ຢ່າງເປັນທາງການ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊອກຫາເຈົ້າຂອງກະເປົາເງິນ ອອກຊື່ ທ້າວຈັນທະນົງ ໄຊຍະເສນ
Next Post: ໄວລຸ້ນ 16 ປີ ຊິ້ງກະບະ ປີ້ນເຈັບສາຫັດ ລົດເພໜັກໜ່ວງ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 2762ຄົນ ຂ່າວສານບ້ານເມືອງ
ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິທົ່ວປະເທດ ຂ່າວສານບ້ານເມືອງ
ເນື້ອທີ່ 150 ເຮັກຕາ ບໍ່ທຳມະດາສະຖານີລົດໄຟນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ 6 ປະເທດ ຂ່າວສານບ້ານເມືອງ
ກົມລ້ຽງສັດ​ ແລະ​ ການປະມົງ ອອກແຈ້ງການ! ກວດພົບເຊື້ອພະຍາດຜີວໜັງອັກເສບຕິດຕໍ່ຂອງ ງົວ-ຄວາຍ​ ຢູ່ໃນຟາມ ຂ່າວສານບ້ານເມືອງ
ສວຍງາມດ້ວຍຄຸນຄ່າ ແລະ ວັດທະນະທໍາ ວັດວາອາຮາມທີ່ ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme