Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຖານີນະຄອນຫຼວງວຽງຈັນ ລົດໄຟຟ້າ ລາວ-ຈີນ ສ້າງຢູ່ຈຸດ ບ້ານໄຊ

Posted on 03/07/202003/07/2020 By All in LAOS No Comments on ສະຖານີນະຄອນຫຼວງວຽງຈັນ ລົດໄຟຟ້າ ລາວ-ຈີນ ສ້າງຢູ່ຈຸດ ບ້ານໄຊ

CRI ລາຍງານໃຫ້ຮູ້ວ່າ ເຊົ້າວັນທີ 3 ກໍລະກົດ 2020, ບໍລິສັດທາງລົດໄຟລາວ-ຈີນໄດ້ເປີດພິທີການກໍ່ສ້າງສະຖານນີລົດໄຟລາວ-ຈີນ ຢ່າງເປັນທາງການ, ສະຖານີນີ້ມີຊື່ວ່າ “ສະຖານີນະຄອນຫຼວງວຽງຈັນ” ເຊິ່ງຂຶ້ນກັບບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນຕຸລາ ໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຮູ້ວ່າ: ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືດ້ານຍຸດທະສາດ ທີ່ພັກ ແລະລັດຖະບານຂອງສອງປະເທດໄດ້ເອົາໃຈໃສ່ເປັນພິເສດ. ໂຄງການໄດ້ເລີ່ມຕົ້ນກໍ່ສ້າງຈາກຊາຍແດນລາວ-ຈີນ, ແຂວງຫຼວງນໍ້າທາຫານະຄອນຫຼວງວຽງຈັນ ເຊິ່ງມີຄວາມຍາວທັງໝົດ 409 ກິໂລແມັດ, ມີສະຖານີຂົນສົ່ງສິນຄ້າ ແລະໂດຍສານທັງໝົດ 11 ສະຖານນີ ແລະມີເປົ້າໝາຍເປີດນໍາໃຊ້ໃນວັນທີ 2 ທັນວາ ປີ 2021.

ໃນນັ້ນ, ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນແມ່ນມີເນື້ອທີ່ 150 ເຮັກຕາ ແລະເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະຈະມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະມີແຜນສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.

ທ່ານ ສ່ຽວຊ່ຽນເຫວິນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຍຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນິີນການ, ຄຸ້ມຄອງແບບມາດຕະຖານ ແລະບັນລຸຕາມຄວາມຕ້ອງການແຕ່ລະໜ້າວຽກ ເພື່ອກໍ່ສ້າງໂຄງການໃຫ້ດີ ພ້ອມທັງເພີ່ມທະວີຄຸ້ມຄອງຄວາມປອດໄພ ໃນການກໍ່ສ້າງ ເອົາໃຈໃສ່ຕໍ່ວຽກງານປະດັບ ແລະຕົບແຕ່ງສະຖານນີໃຫ້ສະແດງເຖິງວັດທະນະທໍາລາວ-ຈີນ ແລະກາຍເປັນໂຄງການມິດຕະພາບລາວ-ຈີນຢ່າງແທ້ຈິງ  ແລະໃຫ້ເປັນໄປຕາມເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຄົນຈີນ 19 ຄົນລັກເຂົ້າ ສປປລາວ ຖືກສົ່ງກັບ ສປ ຈີນ
Next Post: ຊອກຫາເຈົ້າຂອງກະເປົາເງິນ ອອກຊື່ ທ້າວຈັນທະນົງ ໄຊຍະເສນ

Related Posts

ບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ ສ່ວນ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ ຂ່າວສານບ້ານເມືອງ
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເຖິງ 237.754 ຄົນ ໃນມື້ດຽວ ຂະນະທີ່ລາວມີຄົນເດີນທາງເຂົ້າປະເທດ 2.136 ຄົນ ຂ່າວສານບ້ານເມືອງ
ຄູຝຶກຂັ້ນແຂວງຫຼວງພະບາງ ສ້າງຄວາມເຂັ້ມແຂງວຽກງານນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ຂ່າວສານບ້ານເມືອງ
ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
From Ancient Volcanos to Heavenly Waterfalls – Secrets of the Bolaven Plateau ຂ່າວສານບ້ານເມືອງ
ຊາວກະສິກອນ 2 ບ້ານ ເມືອງສາລະວັນ ຫັນມາປູກພຶດເປັນສິນຄ້າຫຼາຍຂຶ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme