Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົນຈີນ 19 ຄົນລັກເຂົ້າ ສປປລາວ ຖືກສົ່ງກັບ ສປ ຈີນ

Posted on 03/07/202003/07/2020 By All in LAOS No Comments on ຄົນຈີນ 19 ຄົນລັກເຂົ້າ ສປປລາວ ຖືກສົ່ງກັບ ສປ ຈີນ

ບໍ່ແກ້ວ: ໃນວັນທີ 1 ກໍລະກົດ 2020 ທາງພະແນກ ຕມ ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ຈໍານວນ 19 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍ ໃຫ້ກັບເຈົ້າໜ້າທີ ຕໍາຫຼວດ ສປ ຈີນ ທີ່ ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ.

ໃນພິທີມອບ-ຮັບຄັ້ງນີ້ ເຈົ້າໜ້າທີ່ ຝ່າຍລາວນໍາພາໂດຍ ທ່ານ ພັທ ສົມປອງ ແກ້ວປັນຍາ ຫົວໜ້າພະແນກ ຕມ ປກສ ແຂວງບໍ່ແກ້ວ, ທ່ານ ຮທ ສຸກສາລີ ໄຊໂສດາ ວິຊາການ ຕມ, ເຈົ້າໜ້າທີ່ ຝ່າຍ ສປ ຈີນ ນໍາພາໂດຍ ທ່ານ ເຊິງຊູ່ເພິ່ງ ຮອງຫົວໜ້າໜ່ວຍງານລາດຕະເວນ, ທ່ານ ເຈ່ຍລີ ວິຊາການໜ່ວຍງານ ລາດຕະເວນ.

ໂດຍທາງລາວເຮົາສົ່ງມອບໃຫ້ເຈົ້າໜ້າທີ່ຈີນນຳເອົາພົນລະເມືອງຈຳນວນ 19 ຄົນດັ່ງກ່າວກັບຄືນ ເພື່ອສືບຕໍ່ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍການເຂົ້າ-ອອກເມືອງ ຖ້າພວກກ່ຽວຫາກຍັງມີການເຄື່ອນໄຫວການກະທຳຜິດໃນຄັ້ງໜ້າ ທາງເຈົ້າໜ້າທີ່ ພວກເຮົາຈະດຳເນີນຕາມລະບຽບກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

ລາຍງານໂດຍ: ປກສ ແຂວງບໍ່ແກ້ວ

ຂ່າວສານບ້ານເມືອງ

Post navigation

Previous Post: ລົດປີ້ນເພເສຍຫາຍໜັກ ທີ່ບ້ານຫ້ວຍຂີງ ເມືອງໂພນໄຊ
Next Post: ສະຖານີນະຄອນຫຼວງວຽງຈັນ ລົດໄຟຟ້າ ລາວ-ຈີນ ສ້າງຢູ່ຈຸດ ບ້ານໄຊ

Related Posts

ນະຄອນຫຼວງວຽງຈັນ ວາງມາດຕະການເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ ປະຈໍາປີ ພສ 2565 ຂ່າວສານບ້ານເມືອງ
ສະຖິຕິໃໝ່! ລາວພ​ົບຜູ້ຕິດເຊື້ອໃໝ່ 278ຄົນ ຂ່າວສານບ້ານເມືອງ
ລັດຖະບານຫາລື ຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ລາຄາສິນຄ້າ ຂ່າວສານບ້ານເມືອງ
ອຸທາຫອນ ເຕືອນໄພ! ຖືກໂຈນປຸ້ນເຈັບສາຫັດ ຕອນຄືນ ທາງບ້ານນາສາລາ ຂ່າວສານບ້ານເມືອງ
ການກວດໂຄວິດແບບໄວແລ້ວ ຂຶ້ນຂີດດຽວ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ ຂ່າວສານບ້ານເມືອງ
ທ່ານ ພັນຄຳ ວິພາວັນ ໄດ້ຮັບເລືອກເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme