Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົນລາວ 21 ຄົນຖືກຈັບ ຂໍ້ຫາລັກເຂົ້າປະເທດໄທ ແບບຜິດກົດໝາຍ

Posted on 02/07/202002/07/2020 By All in LAOS No Comments on ຄົນລາວ 21 ຄົນຖືກຈັບ ຂໍ້ຫາລັກເຂົ້າປະເທດໄທ ແບບຜິດກົດໝາຍ

ຕາມລາຍງານຂອງໜັງສືພິມແນວໜ້າຂອງໄທໃຫ້ຮູ້ວ່າ ໃນວັນເວລາ 19:00 ຂອງວັນທີ 1 ກໍລະກົດ 2020 ເຈົ້າໜ້າທີ່ດ່ານກວດກາຄົນເຂົ້າ-ອອກເມືອງຢູ່ຈັງຫວັດອຸບົນລາດຊະທານີ ໄດ້ພາກັນແຕ່ງຕົວທັງໃນ ແລະນອກເຄື່ອງແບບອອກກວດກາຕາມປົກກະຕິ.

ໃນເວລາດຽວກັນນີ້ໄດ້ເຫັນເຮືອລຳໜຶ່ງແລ່ນມາຈອດຢູ່ຝັ່ງໄທຈິ່ງສະແດງຕົວເຂົ້າຈັບກຸມ ພົບວ່າມີຍິງ-ຊາຍຊາວລາວຈຳນວນ 21 ຄົນຢູ່ໃນນັ້ນມີເດັກນ້ອຍ 6 ຄົນ ຜູ້ໃຫຍ່ 15 ຄົນ ທັງໝົດລັກລອບນັ່ງເຮືອຫາງຍາວມາຂ້າມຂອງໄປປະເທດໄທໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມໄດ້ໃນສວນມັນຕົ້ນຂອງໝູ່ບ້ານລາດຈະເລີນ ອຳເພີເຂັມມະຣາດ ຈັງຫວັດອຸບົນຣາດຊະທານີ ຈາກການສອບຖາມຮູ້ວ່າ ທັງໝົດ 21 ຄົນນັ້ນເດີນທາງມາຈາກເມືອງຊະນະສົມບູນແຂວງຈຳປາສັກ ນະຕອນນັ້ນແມ່ນກຳລັງລໍຖ້າລົດມາຮັບໄປຂາຍແຮງງານຢູ່ກຸງເທບ ແຕ່ຖືກຈັບກ່ອນ.

ຜູ້ຖືກຈັບກຸມຍັງໃຫ້ການສາລະພາບວ່າພວກຕົນໄດ້ເສຍເງິນຄ່ານາຍໜ້າໃຫ້ທັງນາຍໜ້າໄທ ແລະນາຍໜ້າລາວເປັນ 5.400 ບາດຕໍ່ຄົນ ໃນນັ້ນແຍກເປັນ ຄ່າເຮືອ 2.200 ບາດ ແລະຄ່າລົດ 3.200 ບາດ.

ຊາວລາວທີ່ຖືກຈັບກຸມຍັງບອກອີກວ່າ ທີ່ຕັດສິນໃຈລັກລອບຂ້າມຂອງມາກໍ່ຍ້ອນຄວາມທຸກຈົນພື້ນທີ່ນາແຫ້ງແລ້ງ ບໍ່ມີແນວຈະກິນຈະໃຊ້ຈິ່ງຕັດສິນໃຈຫອບເອົາລູກເມຍໜີມາຂາຍແຮງງານຢູ່ເມືອງໄທຕາມຄຳບອກກ່າວຂອງນາຍໜ້າຄົນໄທວ່າ ປະເທດໄທເປີດໃຫ້ຊາວລາວເຂົ້າມາຂາຍແຮງງນໄດ້ຕາມປົກກະຕິແລ້ວ ແຕ່ສຸດທ້າຍຖືກລອກເອົາຊື່ໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງເຕືອນ ຝົນຕົກໜັກ 2-4 ກໍລະກົດ
Next Post: ມີ 885 ກິດຈະການ ທີ່ຂຸດຄົ້ນກ່ຽວກັບແຮ່ທາດຢູ່ລາວ

Related Posts

ບັນຍາກາດຄາລະວານ ທ່ຽວຊົມຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ
Update ສະຖານະການ COVID-19 ຢູ່ ສປປ ລາວ ຂ່າວສານບ້ານເມືອງ
ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ ຂ່າວສານບ້ານເມືອງ
ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໄດ້​ຈັດ​ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ລວມຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຂ່າວສານບ້ານເມືອງ
ປີ 2021 ໄຟຟ້າລາວເສຍລາຍຮັບ 200 ຕື້ກວ່າກີບ ຈາກການລັກດັດແປງໝໍ້ນັບໄຟ ຂ່າວສານບ້ານເມືອງ
ຄະນະກໍາມະການສາມຝ່າຍ ຮ່ວມຫາລືການປັບຄ່າແຮງຂັ້ນຕ່ຳ ກຽມສະເໜີໃຫ້ລັດຖະບານພິຈາລະນາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme