Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ

Posted on 02/07/202002/07/2020 By News No Comments on 6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ

ໃນໄລຍະ 6 ເດືອນຕົ້ນປີ 2020 ຜ່ານມານີ້, ດ່ານພາສີສາກົນ ນໍ້າເງິນ ແຂວງ ໄຊຍະບູລີ ສາມາດເກັບລາຍຮັບລື່ນແຜນການຄືເກັບໄດ້ທັງໝົດ 144 ຕື້ກວ່າກີບ, ເທົ່າກັບ 53,82% ຂອງແຜນການປີ.

Image may contain: 1 person

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນ ນໍ້າເງິນ ແຂວງໄຊຍະບູລີ-ແຂວງນ່ານ ໄດ້ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີນີ້ ພວກເຮົາໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຫຼັກແຫຼ່ງພາຍໃນດ່ານ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ ເຫັນວ່າພາຍໃນດ່ານສາກົນນໍ້າເງິນມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫຼາຍດ້ານ; ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານລະບຽບກົດໝາຍ; ການສົ່ງອອກ-ນໍາເຂົ້າສິນຄ້າ ເຫັນວ່າມີບາງຊະນິດສິນຄ້າໄດ້ເພີ່ມຂຶ້ນ, ເຊິ່ງການຈັດເກັບລາຍຮັບເຂົາງົບປະມານປະຈໍາປີນີ້ເປັນປີທີ່ທ້າທາຍຫຼາຍຢ່າງ ຖ້າທຽບໃສ່ຕົວເລກແຜນການທີ່ໄດ້ຮັບມອບໝາຍໃຫ້,ບວກກັບການລະບາດຂອງພະຍາດ ໂຄວິດ-19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ, ແຕ່ຍ້ອນຄວາມບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງທີ່ໄດ້ໃຫ້ທິດຊີ້ນໍາເປັນປະຈໍາ ຈຶ່ງເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ.

Image may contain: 5 people, people sitting and indoor

ສະເພາະປີ 2019 ຜ່ານມາ, ດ່ານພາສີສາກົນ ນໍ້າເງິນ ໄດ້ຮັບຕົວເລກມອບໝາຍທັງໝົດແມ່ນ 290 ຕື້ກີບ, ສາມາດປະຕິບັດໄດ້ຕົວຈິງ 248 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 85,68%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,98%. ໃນປີ 2020, ດ່ານພາສີສາກົນ ນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກີບ ເຊິ່ງຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2020 ແມ່ນສາມາດເກັບໄດ້ 144 ຕື້ກວ່າກີບ, ທຽບໃສ່ແຜນການປີປະຕິບັດໄດ້ 53,82%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,05%, ເປັນເງິນ 18 ຕື້ກວ່າກີບ, ໃນນັ້ນ ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າທໍານຽມຕ່າງໆຕາມລໍາດັບ, ສ່ວນສິນຄ້າສົ່ງອອກແມ່ນ ຜົນຜະລິດກະສິກໍາ.

Image may contain: 6 people, people sitting

ທ່ານ ສອນເພັດ ຜົນວິຈິດ ຍັງໃຫ້ຮູ້ຕື່ມອີກວ່າ: 6 ເດືອນທ້າຍປີນີ້ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້, ໂດຍຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ; ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ, ແບ່ງຄວາມຮັບຜິດຊອບນັບແຕ່ຄະນະດ່ານ, ໜ່ວຍງານ ລວມເຖິງພະນັກງານວິຊາການ, ເອົາໃຈໃສ່ຕິດຕາມກວດກາ-ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ; ສືບຕໍ່ປຸກລະດົມ ແລະ ຊຸກຍູ້ຜູ້ປະກອບການໃຫ້ປະຕິບັດມອບພັນທະເຂົ້າງົບປະມານ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍພາສີ, ມະຕິຄໍາສັ່ງຕ່າງໆກ່ຽວກັບພາສີໃຫ້ຜູ້ປະກອບການ ແລະ ບຸກຄົນເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ

ຂ່າວ-ຮູບໂດຍ: ອຸ່ນເຮືອນ ໂພທິລັກ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງສອງຄອນ ຢ້ຽມຢາມປະຊາຊົນ ບ້ານເຊນວນ ຮັບຟັງຄຳຄິດເຫັນ
Next Post: ປະເທດລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເປັນ 81 ວັນຕິດຕໍ່ກັນແລ້ວ

Related Posts

3 ສ່ຽວກໍ່ເຫດລັກໂທລະສັບ ຖືກນຳຈັບດຳເນີນຄະດີ ຂ່າວສານບ້ານເມືອງ
ພະແນກ ຖວທ ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ຂ່າວສານບ້ານເມືອງ
ຮອງຄະນະກໍາມະການ ສະເໜີໃຫ້ຄະນະຈັດງານຊີ້ແຈງຄູ່ຊິງຍື່ງຄານ ທີ່ເຫັນວ່າບ່ສົມສັກສີ ຂ່າວສານບ້ານເມືອງ
ດ່ວນ ສັ່ງປິດຮ້ານຕັ້ງຫຼັກຊົ່ວຄາວພ້ອມເຮັດບົດບັນທຶກສຶກສາອົບຮົມ ຂ່າວສານບ້ານເມືອງ
ຮຽກຮ້ອງ! ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນປະຕິບັດນະໂຍບາຍເພີ່ມເຕີມຕໍ່ລູກຄ້າຂອງຕົນເດີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme